ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທຣໍາ ໂຈະ ການເປີດເຜີຍ ເອກກະສານ ຈຳນວນນຶ່ງ ກ່ຽວກັບ ມື້ລາງ ປ. ເຄນເນດີ້


ຮູບຂະບວນແຫ່ ມື້ລາງປະທານາທິບໍດີ John F. Kennedy ທີ່ຂີ່ລົດເປີດຫລັງຄາ ຢູ່ນະຄອນ Dallas ລັດ Texas ເມື່ອວັນທີ 22 ພະຈິກ 1963.
ຮູບຂະບວນແຫ່ ມື້ລາງປະທານາທິບໍດີ John F. Kennedy ທີ່ຂີ່ລົດເປີດຫລັງຄາ ຢູ່ນະຄອນ Dallas ລັດ Texas ເມື່ອວັນທີ 22 ພະຈິກ 1963.

ບໍ່ເທົ່າໃດ​ຊົ່ວ​ໂມງກ່ອນກຳນົດ​ເສັ້ນ​ຕາຍ​ທາງ​ກົດໝາຍ​ເພື່ອເປີດ​ເຜີຍ​ເອກ​ກະສາ​ນທັງ
​ໝົດ ທີ່​ພົວພັນ​ກັບ​ການ​ລອບສັງຫານ ມື້​ລາງ​ປະທານາທິບໍດີ John F. Kennedy ຫຼື
JFK ນັ້ນ ປະທານາທິບໍດີ ດໍ​ໂນ​ລ ທຣໍາ ​ໄດ້​ສັ່ງໃຫ້ເກັບເອກ​ກະສາ​ນຫລາຍໆ​ຮ້ອຍສະ
ບັບ ​ໄວ້ເປັນຄວາມ​ລັບຕໍ່ໄປ ຢ່າງ​ໜ້ອຍກໍເປັນການ​ຊົ່ວ ຄາວ.

ນຶ່ງມື້​ ຫຼັງ​ຈາກໄດ້ຂຽນ​ຂໍ້ຄວາ​ມ​ລົງ​ໃນ Twitter ວ່າ “ການ​ລໍຖ້າ​ມາ​ເປັນ​ເວລາ​ດົນນານ​ ກ່ຽວກັບການເປີດເຜີຍ​ເອກ​ກະສາ​ນ JFK” ຈະ​ເປັນ​ຜົນສຳ​ເລັດແລ້ວ ປະທານາທິບໍດີ​
ທຣໍາ ​ໄດ້ສົ່ງບັນທຶກໄປຍັງ​ຫົວໜ້າພະແນກການຕ່າງໆຂອງ​ລັດຖະບານ​ກາງ​ວ່າ “ຂ້າ
ພະ​ເຈົ້າອອກ​ຄຳ​ສັ່ງ​ມື້​ນີ້ວ່າ ຜ້າ​ກັ້ງ​ໃນ​ທີ່ສຸດ ກໍໄດ້ຖືກເປີດອອກ.”

​ໃນ​ຂະນະ​ດຽວ​ກັນ ທ່ານຍັງ​ໄດ້​ຂຽນ​ວ່າ ​ທ່ານ “ທ່ານ​ບໍ່​ມີ​ທາງ​ເລືອກມື້​ນີ້ ​ແຕ່​ຕ້ອງຮັບ​
ເອົາການ​ກວດແກ້” ທີ່​ໄດ້​ສະເໜີ​ໂດຍບາງ​ກະຊວງເພື່ອເຫັນແກ່ຜົນ​ປະ​ໂຫຍດດ້ານ
ຄວາມ​ປອດ​ໄພ​ແຫ່ງ​ຊາດ.

​ເຈົ້າ​ໜ້າ​ທີ່​ທຳນຽບຂາວ​ຄົນນຶ່ງ​ກ່າວ​ວ່າ ສ່ວນ​ໃຫຍ່​ຂອງ​ຂໍ້​ສະ​ເໜີແນະ​ແມ່ນ​ມາ​ຈາກ​
ສອງ​ອົງການຄື ອົງການ​ສັນຕິ​ບານ​ກາງ ຫລື FBI​ ​ແລະອົງການສືບລັບ CIA.

​ເອກ​ກະສາ​ນ​ໄດ້ຖືກເປີດເຜີຍໃນ​ໃນ​ພະຫັດ​ວານ​ນີ້ ຫລັງ​ຈາກ 8 ​ໂມງ​ແລງ​ໜ້ອຍ​ນຶ່ງ ຕາມເວລາທ້ອງ​ຖິ່ນ ຫລື 0 ໂມງ ​ຕາມເວລາມາດຕະຖານສາກົນ ຂອງ​ວັນ​ສຸກມື້ນີ້.

ທ່ານ Michelle, ຂວາ, ແລະຍານາງ Matilda Chipperfield ຈາກອັງກິດ ຖ່າຍຮູບ ປະທານາທິບໍດີສະຫະລັດ ໃນຂະນະຢ້ຽມຢາມ Dealey Plaza ໃນນະຄອນ Dallas ວັນທີ 25 ຕຸລາ 2017.
ທ່ານ Michelle, ຂວາ, ແລະຍານາງ Matilda Chipperfield ຈາກອັງກິດ ຖ່າຍຮູບ ປະທານາທິບໍດີສະຫະລັດ ໃນຂະນະຢ້ຽມຢາມ Dealey Plaza ໃນນະຄອນ Dallas ວັນທີ 25 ຕຸລາ 2017.

ການ​ຖະແຫຼງຂອງພວກ​ເຈົ້າ​ໜ້າ​ທີ່ ຕໍ່​ບັນດາ​ນັກ​ຂ່າວໃນ​ວັນ​ພຸດ​ທີ່​ຜ່ານ​ມາ​ນີ້ກ່າວວ່າ ບັນ
ທຶກ 2,800 ສະ​ບັບ ຈະ​ຖືກເປີດ​ເຜີຍໂດຍຫ້ອງການ​ເກັບຮັກສາ​ເອກ​ກະ ສາ​ນແຫ່​ງຊາດ ​
ເລີ້ມ​ໂດຍ​ທັນທີ. ​ເຂົາ​ເຈົ້າ​ກ່າວ​ວ່າ ປະທາ​ນາ​ທິບໍດີ​ທຣໍາ​ໄດ້​ອະ​ນຸ ຍາດ​ໃຫ້​ບັນດາ​ອົງການ
​ຕ່າງໆ ​ທີ່​ຮຽກຮ້ອງ​ໃຫ້​ເກັບກຳເອກ​ກະສາ​ນໄວ້ 180 ມື້​ເພື່ອ​ຢັ້ງຢືນ​ວ່າ​ເປັນ​ຫຍັງ ສ່ວນ​ທີ່
​ເຫລືອ​ຂອງເອກ​ກະສາ​ນນັ້ນ ບໍ່​ສົມຄວນ​ທີ່​ຈະຖືກ​ເປີດເຜີຍເທື່ອ.

ທ້າວ Lee Harvey Oswald ຜູ້ທີ່ຖືກກ່າວຫາລອບສັງຫານ ປະທານາທິບໍດີສະຫະລັດ ທ່ານ John F. Kennedy ຢືນຢູກັບພວກເຈົ້າໜ້າທີ່ຕຳຫລວດ ວັນທີ 22 ພະຈິກ 1963.
ທ້າວ Lee Harvey Oswald ຜູ້ທີ່ຖືກກ່າວຫາລອບສັງຫານ ປະທານາທິບໍດີສະຫະລັດ ທ່ານ John F. Kennedy ຢືນຢູກັບພວກເຈົ້າໜ້າທີ່ຕຳຫລວດ ວັນທີ 22 ພະຈິກ 1963.

ປະທານາທິບໍດີ​ກ່າວ​ວ່າ “ໃນຕອນ​ທ້າຍ​ຂອງ​ໄລຍະ​ນັ້ນ ຂ້າພະ​ເຈົ້າ​ຈະ​ສັ່ງ​ໃຫ້​ເປີດ​ເຜີຍ​ຕໍ່ສາທາລະນະ ​ຂໍ້​ມູນ​ໃດໆ​ທີ່​ບັນດາ​ອົງການ​ຕ່າງໆ​ບໍ່​ສາມາດສະແດງໃຫ້ເຫັນວ່າ ຖືກ
ຕ້ອງ

ກັບມາດຕະຖານຕາມກົດໝາຍ ເພື່ອເລື່ອນເວລາໃນການ​ເປິດ​ເຜີຍ” ພາຍ​ໃຕ້ບັນທຶກ​ກົດໝາຍຂອງ​ປີ 1992 ທີ່​ເກັບ​ກຳການລອບສັງຫານ ປະທານາ ທິບໍດີ John F.
Kennedy.

ຄົນຂາຍເຄື່ອງຜູ້ນຶ່ງ ກຳລັງສະແດງໃຫ້ ຍານາງ Marie Ross ຈາກລັດ Pennsylvania ເຫັນນິຕິຍະສານ ຢູ່ທີ່ Dealey Plaza ໃນນະຄອນ Dallas ວັນທີ 25 ພະຈິກ 2017.
ຄົນຂາຍເຄື່ອງຜູ້ນຶ່ງ ກຳລັງສະແດງໃຫ້ ຍານາງ Marie Ross ຈາກລັດ Pennsylvania ເຫັນນິຕິຍະສານ ຢູ່ທີ່ Dealey Plaza ໃນນະຄອນ Dallas ວັນທີ 25 ພະຈິກ 2017.

ປະທານາທິບໍດີ​ທຣໍາກ່າວ​ວ່າ “ການ​ເກັບຮັກສາ​ບໍ່​ເປີດເຜີຍ​ຕໍ່​ສາທາລະນະ” ​ເປັນການ
ຊົ່ວຄາວ ກ່ຽວກັບສ່ວນ​ທີ່​ເຫລືອ​ຂອງ​ເອກ​ກະສາ​ນນັ້ນ​ ແມ່ນ​ “​ມີ​ຄວາມ​ຈຳ​ເປັນ​ເພື່ອ​
ປ້ອງ​ກັນ​ບໍ່ໃຫ້ເກີດ​ອັນຕະລາຍ​ແກ່​ກອງທັບ ການ​ປະຕິບັດ​ງານ​ສືບ​ລັບ ເຈົ້າໜ້າທີ່ປະ
ຕິບັດກົດໝາຍ ຫລື​ການ​ປະຕິບັດ​ຄວາມ​ສຳພັນກັບ​ຕ່າງປະ​ເທດຊຶ່ງ ມີຄວາມສຳຄັນ​
ກວ່າ​ຜົນ​ປະ​ໂຫຍ​ດຈາກສາທາລະນະຊົນ​ໃນ​ການ​ເປີດ​ເຜີ​ຍ​ໂດຍ​ທັນທີ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

JFK Files Relese
please wait
Embed

No media source currently available

0:00 0:01:02 0:00

XS
SM
MD
LG