ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ພຶດສະພາ ໒໐໒໓

ທຳນຽບຂາວ ຄາດວ່າ ການພົບປະສົນທະນາກັນ ລະຫວ່າງ ປ.ທຣໍາ ກັບ ທ່ານອາເບ ຈະເປັນໄປ ແຕ່ໃນທາງບວກ ທີ່ສຸດ.


ປະທານາທິບໍດີດໍໂນລ ທຣໍາ ໂບກມືຈາກເຮືອບິນປະຈຳຕຳແໜ່ງ Air Force One ເວລາໄປເຖິງສະໜາມບິນສາກົນ ທີ່ນະຄອນ ໄມອາມີ ລັດຟລໍຣິດາ ວັນທີ 16 ເມສາ.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ​ຈະເປັນ​ເຈົ້າ​ພາບ​ຕ້ອນຮັບ​ນາຍົກລັດ
ຖະມົນຕີຍີ່ປຸ່ນ​ທ່ານ ຊິນໂຊະ ອາ​ເບ ​ເລີ້ມ​ແຕ່​ວັນ​ອັງ​ຄານມື້​ນີ້​ເປັນ​ເວລາ​ສອງ​ວັນ ຂອງ​
ການ​ສົນທະນາ ທີ່​ທຳນຽບຂາວ​ ຊຶ່ງຄາດວ່າຈະ ເປັນ“​ໄປແຕ່​ໃນ​ທາງ​ບວກທີ່ສຸດ.”

ໃນການກ່າວ​ຕໍ່​ບັນດາ​ນັກຂ່າວ​ຢູ່​ເທິງ​ເຮືອບິນ​ປະ​ຈຳ​ຕຳ​ແໜ່​ງ Air Force One ທີ່​ບິນ
​ໄປ​ລັດ​ຟລໍຣິດາ ​ໃນ​ວັນ​ຈັນ​ວານ​ນີ້ ​ໂຄສົກ​ທຳນຽບຂາວ​ທ່ານ​ນາງຊາຣາ ຮັກ​ກາ​ບີ ​ແຊນ​
ເດີຣສ໌ ກ່າວ​ວ່າ ການ​ສົນທະນາ​ລະຫວ່າງ​ຜູ້ນຳ​ທັງ​ສອງ “ຈະ​ແນ​ໃສ່​ການ​ກະກຽມ ​ການ​
ເຈລະຈາ​ກັບ​ເກົາຫຼີ​ເໜືອ ພ້ອມທັງ​ການ​ສົນທະນາແລກປ່ຽນ​ການ​ຄ້າ.”

ປະທານາທິບໍດີທຣໍາ ​ກັບ​ທ່ານ​ອາ​ເບ​ບໍ່​ໄດ້ເປັນ​ຄົນ​ແປກ​ໜ້າກັນ. ນາຍົກລັດຖະມົນ​ຕີ​ຍີ່
ປຸ່ນ ​ເປັນ​ຜູ້ນຳ​ຕ່າງ​ປະ​ເທດ ທີ່ປະທານາທິບໍດີ​ສະຫະລັດ ​ໄດ້ເຄີຍ​ພົບ​ປະມາ ​ແລະ​ສົນ
ທະນາ​ນຳ​ຢູ່​ເລື້ອຍໆ​ລະຫວ່າງ​ການເປັນ​ປະທາ​ນາ​ທິບໍດີ​ຂອງ​ທ່ານ.

ທ່ານ​ນາງ​ແຊນ​ເດີຣ ກ່າວ​ວ່າ “ຄວາມ​ຈິງ​ແລ້ວ ປະທານາທິບໍດີ​ໄດ້​ມີ​ຄວາມ​ສຳພັນ​ອັນ
​ຍິງໃຫຍ່​ກັບທ່ານ.”

ປະທານາທິບໍດີ​ທຣໍາ ​ແລະ​ທ່ານອາ​ເບ ​ແບ່ງປັນ​ຄວາມກົດ​ດັນທີ່​ເປັນ​ຫ່ວງກ່ຽວ​ກັບ ​ເກົາ
ຫຼີ​ເໜືອ ທີ່​ມີ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ​ແລະໂຄງການ​ອາວຸດນິວ​ເຄລຍ ຕ່າງໆ​ທີ່​ທ້າ​ທາຍ
​ຕໍ່​ການ​ລົງ​ໂທດ​ສາກົນ.

ພ້ອມໆ​ກັບ​ການ​ກະກຽມ​ກອງ​ປະຊຸມ​ສຸດ​ຍອດ​ທີ່​ບໍ່ເຄີຍມີ​ມາ​ກ່ອນລະຫວ່າງ ທ່ານ​ທຣໍາ
​ກັບ​ທ່ານ​ກິມ ຈົງ​ອຶນ ຜູ້ນຳ​ຍີ່ປຸ່ນຈຶ່ງຕ້ອງການ​ພໍ້​ໜ້າ​ ປະທານ​າທິບໍດີ​ສະຫະລັດ​ກ່ອນ​
ການ​ພົບ​ປະ​ອັນ​ສຳຄັນ​ສຸດນີ້.

ນາຍົກລັດ ຖະມົນຕີຍີ່ປຸ່ນ​ທ່ານ ຊິນໂຊະ ອາ​ເບ ກ່າວຢູ່ພິທີ ລະຫວ່າງການຮຽນຈົບຂອງ ນັກຮຽນ ຢູ່ສະຖາບັນປ້ອງກັນແຫ່ງຊາດ ຢູ່ເມືອງ ໂຍໂກຊູກາ ການາກາວະ ປະເທດຍີ່ປຸ່ນ ວັນທີ 18 ມີນາ 2018.
ນາຍົກລັດ ຖະມົນຕີຍີ່ປຸ່ນ​ທ່ານ ຊິນໂຊະ ອາ​ເບ ກ່າວຢູ່ພິທີ ລະຫວ່າງການຮຽນຈົບຂອງ ນັກຮຽນ ຢູ່ສະຖາບັນປ້ອງກັນແຫ່ງຊາດ ຢູ່ເມືອງ ໂຍໂກຊູກາ ການາກາວະ ປະເທດຍີ່ປຸ່ນ ວັນທີ 18 ມີນາ 2018.

ທ່ານ​ອາ​ເບ​ກ່າວ​ກ່ອນ​ການ​ເດີນທາງ​ມາ​ຍັງ​ສະຫະລັດວ່າ ທ່ານ​ຕ້ອງການ​ການ​ຢືນຢັນ
​ທ່າ​ທີ​ຂອງ​ສະຫະລັດ ກ່ຽວກັບ​ການ​ກົດ​ດັນ​ໃຫ້​ເກົາຫຼີ​ເໜືອ ຮັບ​ຮູ້​ເພື່ອ​ຫັນປ່ຽນ​ທິດທາງ
ກ່ຽວກັບລູກ​ສອນ​ໄຟ ​ແລະ​ອາວຸດ​ນິວ​ເຄລຍຂອງ​ຕົນ.

ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ທ່ານ​ອາ​ເບ ຫວັງ​ວ່າຈະ​ຊັກ​ຊວນ​ໃຫ້​ປະທານາທິບໍດີ​ທຣໍາ
ເວລາ​ທ່ານ​ພົບ​ປະ​ກັບ​ທ່ານ​ກິມ ທ່ານຈະ​ບໍ່​ເຮັດ​ຂໍ້​ຕົກລົງ​ກັບ​ຜູ້ນຳ​ເກົາຫຼີ​ເໜືອ ໂດຍ​ຈະ​
ເຮັດ​ໃຫ້​ຄວາມ​ໝັ້ນຄົງ​ຍີ່ປຸ່ນ​ອ່ອນ​ແອ​ລົງ ຊຶ່ງ​ຢູ່​ພາຍ​ໃຕ້​ຄັນຮົ່​ມນິວ​ເຄລຍຂອງອາ​ເມຣິ
ກາ ​ແລະເປັນ​ຜູ້ຄຸ້ມຄອງທະຫານ​ສະຫະລັດ​ຫຼາຍໆ​ພັນ​ຄົນນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Trump Abe
please wait
Embed

No media source currently available

0:00 0:00:56 0:00

XS
SM
MD
LG