ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປ. ທຣໍາ ບໍ່ສົນໃຈ ຕໍ່ການກະທໍາຜິດ ຂອງ ອະດີດປະທານ ໂຄສະນາ ຫາສຽງ ແລະ ທະນາຍຄວາມ ສ່ວນຕົວ ຂອງທ່ານ


ພາບຂອງປ. ດໍໂນລ ທຣໍາ (ກາງ), ທ. ໄມເກິລ ໂຄເຮັນ (ຊ້າຍ) ແລະ ທ. ພອລ ແມນາຝອດທ໌
ພາບຂອງປ. ດໍໂນລ ທຣໍາ (ກາງ), ທ. ໄມເກິລ ໂຄເຮັນ (ຊ້າຍ) ແລະ ທ. ພອລ ແມນາຝອດທ໌

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ເວົ້າວ່າ ທ່ານເປັນຜູ້ຈ່າຍຄ່າປິດປາກ
ໂດຍຜ່ານທ່ານ ໄມເກິລ ໂຄເຮັນ, ທະນາຍຄວາມສ່ວນຕົວຂອງທ່ານ ບໍ່ແມ່ນຄະນະ
ໂຄສະນາຫາສຽງຂອງທ່ານເປັນຜູ້ຈ່າຍ ໃນປີ 2016 ໃນເວລາບໍ່ພໍເທົ່າໃດມື້ກ່ອນ
ຈະຮອດວັນເລືອກຕັ້ງຂອງທ່ານ ແຕ່ທ່ານກໍໄດ້ຢືນຢັນວ່າ ຕອນນັ້ນ ທ່ານບໍ່ຮູ້ເລື້ອງ
ນີ້ເລີຍ.

“ໃນເວລາຕໍ່ມາຂ້ອຍຈຶ່ງຮູ້” ນັ້ນຄືຄໍາເວົ້າຂອງທ່ານ ທຣໍາ ກ່າວຕໍ່ຊ່ອງຂ່າວໂທລະພາບ
ຟອກສ໌ (Fox).
ສ່ວນນຶ່ງຂອງບົດສໍາພາດຂອງທ່ານໄດ້ຖືກນໍາອອກມາເຜີຍແຜ່ໂດຍໂທລະພາບຟອກສ໌
(Fox) ໃນຕອນບ່າຍວັນພຸດວານນີ້. ຢູ່ໃນຕອນສັ້ນໆຂອງການສໍາພາດທີ່ອອກໂທລະ
ພາບນັ້ນ ທ່ານປະທານາທິບໍດີຢືນຢັນວ່າ ບໍ່ມີການໃຊ້ເງິນຂອງຄະນະໂຄສະນາຫາສຽງ
ຈ່າຍໃຫ້ແກ່ແມ່ຍິງສອງຄົນທີ່ອ້າງວ່າໄດ້ມີສາຍສໍາພັນຊູ້ສາວກັບທ່ານນັ້ນ ແຕ່ຢ່າງໃດ.

ເມື່ອເວົ້າເຖິງການໃຊ້ເງິນຂອງຄະນະໂຄສະນາຫາສຽງຈ່າຍນັ້ນ ທ່ານທຣໍາກ່າວວ່າ “ການເຮັດແນວນັ້ນເປັນເລື້ອງທີ່ສ່ຽງຕໍ່ອັນຕະລາຍໜ້ອຍນຶ່ງ” ແລະຈາກນັ້ນ ທ່ານກໍໄດ້
ຢືນຢັນວ່າ ເຖິງແນວໃດກໍຕາມ “ການເຮັດແນວນັ້ນ ກໍຮອດບໍ່ໄດ້ເປັນການລະເມີດຕໍ່
ກົດການໂຄສະນາຫາສຽງແຕ່ຢ່າງໃດເລີຍ.”

ທ່ານໂຄເຮັນ ກ່າວຕໍ່ຜູ້ພິພາກສາຂອງລັດຖະບານກາງຢູ່ນະຄອນນີວຢອກ ໃນວັນອັງ
ຄານຜ່ານມາວ່າ ທ່ານໄດ້ຈ່າຍເງິນໃຫ້ແກ່ແມ່ຍິງສອງຄົນ "ໂດຍມີຈຸດປະສົງຫລັກ
ເພື່ອເຮັດໃຫ້ມີອິດທິພົນຕໍ່ການເລືອກຕັ້ງ” ຂອງທ່ານທຣໍາ ແລະເວົ້າວ່າ ຜູ້ສະໝັກ
ເລືອກຕັ້ງຕອນນັ້ນ ໄດ້ສັ່ງໃຫ້ທ່ານເຮັດເຊັ່ນນັ້ນ.

ສຳນວນຟ້ອງ ທີ່ນຳອອກເຜີຍແຜ່ ໄດ້ກ່າວຫາ ບໍລິສັດອະສັງຫາລິມະຊັບຂອງທ່ານ
ທຣໍາ ທີ່ໄດ້ອະນຸມັດການຈ່າຍເງິນຈໍານວນ 420,000 ໂດລາໃຫ້ແກ່ທ່ານ ໂຄເຮັນ
ເພື່ອພະຍາຍາມເຮັດໃຫ້ພວກແມ່ຍິງທີ່ອ້າງວ່າພວກເຂົາເຈົ້າໄດ້ມີສາຍສໍາພັນຊູ້ສາວ
ກັບຜູ້ສະໝັກເລືອກຕັ້ງຈາກພັກຣີພັບບລິກັນນັ້ນ ມິດງຽບໄປ. ໃບເກັບເງິນປອມ ທີ່
ຖືກກ່າວຫາວ່າ ໄດ້ປິດບັງ ລັກສະນະຂອງການຈ່າຍເງິນນັ້ນ ສາມາດທີ່ຈະເພັ່ງເລັງ
ໄປໃສ່ການກວດສອບທີ່ມີການຊັກໄຊ້ໂດຍກົງ ໄປຫາທັງບໍລິສັດຂອງທ່ານທຣໍາ ແລະຄະນະໂຄສະນາຫາສຽງຂອງເພິ່ນ ເພີ້ມໄປອີກ.

ທ່ານນາງຊາຣາ ຮັກຄາເບີ ແຊນເດີສ໌, ໂຄສົກປະຈໍາທໍານຽບຂາວ ໄດ້ຕອບຄໍາ ຖາມຂອງພວກນັກຂ່າວທີ່ລັ່ງໄຫຼມາຫາທ່ານນາງ ຢູ່ໃນກອງປະຊຸມຖະແຫຼງຂ່າວ
ໃນຕອນບ່າຍວັນພຸດວານນີ້ ໂດຍໄດ້ເວົ້າຊໍ້າແລ້ວຊໍ້າອີກວ່າ ທ່ານປະທານາທິບໍດີ
ບໍ່ໄດ້ເຮັດຫຍັງຜິດເລີຍ ແລະເວົ້າວ່າມັນ "ເປັນການກ່າວຫາທີ່ໜ້າເຫລືອເຊື່ອ" ທີ່
ຄົນເວົ້າວ່າ ກ່ອນໜ້ານີ້ທ່ານປະທານາທິບໍດີຕົວະວ່າທ່ານບໍ່ໄດ້ຮູ້ ກ່ຽວກັບເລື້ອງ
ການຈ່າຍເງິນນີ້."ມັນບໍ່ມີກ່ານກ່າວຫາ ຕໍ່ທ່ານປະທານາທິບໍດີຢູ່ໃນເລື້ອງນີ້ເລີຍ
ແລະການທີ່ທ່ານໂຄເຮັນ ຮັບສາລະພາບຜິດເທົ່ານັ້ນ ບໍ່ໄດ້ໝາຍຄວາມວ່າ ເລື້ອງ
ນັ້ນໂຍງໄຍມາຫາທ່ານປະທານາທິບໍດີ ໃນເລື້ອງໃດໆເລີຍ" ນັ້ນຄືຄໍາເວົ້າຂອງ
ທ່ານນາງແຊນເດີສ໌.

Legal Blows From Cohen and Manafort Add to Trump's Political Woes
please wait

No media source currently available

0:00 0:03:09 0:00

ຢູ່ໃນການໃຫ້ສໍາພາດຕໍ່ພວກນັກຂ່າວຫລາຍໆຄັ້ງ ໃນວັນພຸດວານນີ້ ທ່ານ
ແລນນີ ເດວິສ, ທະນາຍຄວາມຂອງທ່ານໂຄເຮັນ ໄດ້ສໍ້ສະແດງໃຫ້ເຫັນວ່າ ລູກຄວາມຂອງທ່ານຈະໃຫ້ຄວາມຮ່ວມມືກັບຄະນະສືບສວນຂອງໄອຍະ
ການພິເສດ ແລະອາດຈະພາດພີງໄປເຖິງທ່ານທຣໍາ ໃນການກະທໍາຜິດດ້ານ
ອື່ນ. ການຮັບສາລະພາບຜິດຂອງທ່ານໂຄເຮັນ ບໍ່ໄດ້ລວມທັງຂໍ້ຕົກລົງທີ່
ທ່ານຈະໃຫ້ ຄວາມຮ່ວມມືກັບພວກໄອຍະການ ແຕ່ວ່າຢູ່ໃນທວີດເຕີນັ້ນ
ທ່ານເດວິສຂຽນວ່າ ລູກຄວາມຂອງທ່ານ "ຈະເວົ້າຄວາມຈິງກ່ຽວກັບທ່ານ ດໍໂນລ ທຣໍາ."

ທ່ານທຣຳ ບໍ່ໄດ້ໃຫ້ຄວາມສຳຄັນຫຍັງຫຼາຍ ຕໍ່ການທີ່ທ່ານໂຄເຮັນ ແລະທ່ານ
ມານາຝອດ ອະດີດຫົວໜ້າຄະນະໂຄສະນາຫາສຽງຂອງທ່ານ ທີ່ກາຍເປັນ
ຜູ້ກະທຳຜິດຢ່າງຮ້າຍແຮງ.

ໃນການຂຽນຂໍ້ຄວາມລົງທວີດເຕີ້ຫຼາຍໆຄັ້ງໃນຕອນເຊົ້າວັນພຸດວານນີ້ ທ່ານທຣຳ
ໄດ້ກ່າວໂຈມຕີ ກະຊວງຍຸຕິທຳຂອງທ່ານ ອີກຄັ້ງນຶ່ງ ທີ່ໄດ້ດຳເນີນການ “ຊອກ
ຫາຈັບຜິດ” ແລະກ່າວຊົມເຊີຍທ່ານມານາຝອດທີ່ປະທານາທິບໍດີເວົ້າວ່າ ໄດ້ປະ
ຕິເສດບໍ່ຍອມປ່ຽນໃຈ ທີ່ຈະສ້າງເລື້ອງຂຶ້ນ ເພື່ອໃຫ້ບັນລຸການຕົກລົງ ດັ່ງທີ່ທ່ານ
ໂຄເຮັນໄດ້ເຮັດໄປນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG