ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໕ ມິຖຸນາ ໒໐໒໕

ປ. ທຣຳ ເປີດ​ເຜີຍ ລາຍ​ງານ​ການ​ເງິນ ຮວມທັງ ການຈ່າຍເງິນ ໃຫ້ທະນາຍຄວາມ


ພາບຈາກຊ້າຍ, ​​​​​​​​​ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ທະນາຍທ່ານ ​ໄມ​ໂກລ ​ໂຄ​ເຮັນ ແລະດາວ​ໂປ້ ນາງສຕອມມີ ດານຽລ ​
ພາບຈາກຊ້າຍ, ​​​​​​​​​ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ທະນາຍທ່ານ ​ໄມ​ໂກລ ​ໂຄ​ເຮັນ ແລະດາວ​ໂປ້ ນາງສຕອມມີ ດານຽລ ​

​ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ໄດ້​ເປີດ​ເຜີຍລາຍ​ງານ​ການ​ເງິນ ທີ່ຍື່ນ
ສະເໜີ ຕໍ່ອົງການຄຸ້ມຄອງດ້ານ​ຈັນ​ຍາ​ບັນ ຂອງລັດຖະບານ ​ໃນ​ວັນ​ອັງ ຄານ​ຜ່ານ​ມາ​ນີ້
ທີ່​ທ່ານ​ໄດ້​ຈ່າຍເງິນ​ຄືນ ​ໃຫ້​ແກ່​ທະນາຍ​ຄວາມ ​ສ່ວນ​ຕົວ​ຂອງ​ທ່ານ ຫຼາຍ​ກວ່າ 1 ຮ້ອຍ​ພັນ
ໂດລາ ​ໃນ​ການ​ໃຊ້ຈ່າຍ​ທີ່​ບໍ່​ໄດ້​ລະບຸ.

​ໃນລາຍງານ ​ເປີດ​ເຜີຍ​ການ​ເງິນ​ປະຈຳ​ປີ​ຂອງ​ທ່ານ ທີ່​ໄດ້​ນຳ​ອອກ​ເຜີຍແຜ່​ໂດຍ​ຫ້ອງການ
ຄຸ້ມຄອງຈັນ​ຍາ​ບັນ​ຂອງລັດຖະບານ ທີ່ເອີ້ນຫຍໍ້ວ່າ OGE ​ໃນ​ວັນ​ພຸດ​ວານ​ນີ້ ທ່ານ​ທຣຳ​
ໄດ້​ຮັບ​ຮູ້​ວ່າ ທ່ານ​ໄດ້​ໃຊ້ເງິນ​ທົດແທນ​ຄືນ “ທັງ​ໝົດ” ​ໃຫ້​ແກ່​ທະນາຍ​ຄວາມ​ສ່ວນ​ຕົວ​
ຂອງທ່ານ ກໍ​ຄື ທ່ານ ​ໄມ​ໂກລ ​ໂຄ​ເຮັນ ​ໃນ​ລະຫວ່າງ 100 ຫາ 250 ພັນ​ໂດ​ລາ ໃນ​ປີ 2016.

​ພວກທະນາຍ​ຄວາມ​ສ່ວນ​ຕົວ​ຂອງ​ທ່ານທຣຳ ​ໄດ້​ກ່າວ​ກ່ອນ​ໜ້າ​ນີ້​ວ່າ ປະທານາທິບໍດີ​
ໄດ້ຈ່າຍເງິນ​ແທນ​ຄືນໃຫ້ທ່ານ​ໂຄ​ເຮັນທີ່​ໄດ້​ຈ່າຍ​ເງິນ​ໃຫ້​ດາວ​ໂປ້ ນາງສຕອມມີ ດານຽລ ​
ໃນ​ຊຸມສັບປະດາ​ສຸດ​ທ້າຍ​ ຂອງປີ 2016 ຊຶ່ງເປັນປີ​ການ​ເລືອກ​ຕັ້ງ​ປະທານາທິບໍດີສະຫະ
ລັດເພື່ອ​ປິດ​ປາກ​ໃຫ້ນາງ​ມິດ​ງຽບ ກ່ຽວ​ກັບ​ການ​ກ່າວ​ຫາທີ່ວ່ານາງ​ມີ​ເພດ​ສຳພັນ​ກັບ
​ທ່ານ​ທຣຳເມື່ອ ​10 ປີ ກ່ອນ​ນັ້ນ.

ທ່ານ​ທຣຳ ​ໄດ້​ປະຕິ​ເສດ​ວ່າທ່ານບໍ່ມີຄວາມສຳພັນ​ໃດໆກັບນາງ ​ແຕ່​ຫ​ວ່າງ​ມໍ່​ໆມາ​ນີ້ ​
ໄດ້ຢືນຢັນ​ເຖິງ​ການ​ຈ່າຍ​ເງິນ​ທົດ​ແທນ​ ໃຫ້ທ່ານ​ໂຄ​ເຮັນໃນ​ແຕ່ລະ​ເດືອນ​ເພື່ອ​ຍຸຕິ
“ການ​ກ່າວ​ຫາ​ທີ່​ຜິດໆ ​ແລະການຂູ່ເຂັນ” ໂດຍນາງດານຽລ ​ກ່ຽວ​ກັບ​ຄວາມ​ສຳພັນ​
ດັ່ງກ່າວ. ທ່ານ​ໂຄ​ເຮັນ ​ໄດ້​ຮັບ​ຮູ້​ເຖິງ​ການ​ຈ່າຍ​ເງິນ​ທີ່​ວ່າ​ນີ້.

ການ​ເປີດ​ເຜີຍ​ໄດ້​ກ່າວ​ວ່າ ​ໃນ​ຂະນະ​ທີ່​ການ​ຈ່າຍ​ເງິນ​ໃຫ້​ທ່ານ​ໂຄ​ເຮັນ ​ແມ່ນບໍ່​ໄດ້
“ລາຍ​ງານ”ວ່າ ເປັນໜີ້ສິນ, ທ່ານ​ທຣຳ​ໄດ້ເອີ້ນການຈ່າຍເງິນນີ້ວ່າ “​ເພື່ອເຫັນ
ແກ່​ຜົນ​ປະ​ໂຫຍ​ດຂອງ​ການ​ໂປ່​ງ​ໃສ.”
ມັນບໍ່​ໄດ້​ລະບຸ​ວ່າ ​ເປັນ​ຫຍັງ​ທ່ານ​ທຣຳ
ຈຶ່ງ​ບໍ່​ຮວມເອົາການຈ່າຍເງິນດັ່ງກ່າວ ຢູ່​ໃນເອກກະສານ ​ການເປີດເຜີຍ ດ້ານການ
​ເງິນ​ປີ 2017 ຂອງ​ທ່ານ, ແຕ່ແນວໃດກໍຕາມນຶ່ງ​ໃນ​ບັນດາທະນາຍຄວາມ​ສ່ວນ​ຕົວ​
ຂອງ​ປະທານາທິບໍດີ ກໍ​ຄື ທ່ານ​ຣູດີ ຈູ​ລີອານີ ​ໄດ້​ກ່າ​ວ່າ ທ່ານ​ທຣຳ ​ບໍ່ໄດ້ຮູ້​ເຖິງ​ການ​
ຈ່າຍດັ່ງກ່າວ ເວລາທີ່ີທ່ານ​ໄດ້​ລາຍ​ງານ ເລື່ອງ​ການ​ເງິນ​ຂອງ​ທ່ານ​ໃນ​ປີ​ກາຍ​ນີ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG