ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານທຣໍາ ພົບປະກັບ ລມຕ ກະຊວງ​ຮັກສາ ​ຄວາມ​ປອ​ດ​ໄພ​ ພາຍ​ໃນ​ ສະຫະລັດ


ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump ເດີນທາງໄປເຖິງເມືອງ Orlando ຢູ່ພາກກາງຂອງລັດ Florida, ວັນທີ 16 ທັນວາ 2016.
ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump ເດີນທາງໄປເຖິງເມືອງ Orlando ຢູ່ພາກກາງຂອງລັດ Florida, ວັນທີ 16 ທັນວາ 2016.

ປະທານາທິບໍດີ ທີ່​ຖືກ​ເລືກ​ໃໝ່​ທ່ານ Donald Trump ​ໃນ​ວັນ​ສຸກ​ວານ​ນີ້​ໄດ້​ພົບ​ປະ
​ກັບ ລັດຖະມົນ​ຕີ ກະຊວງ​ຮັກສາ​ຄວາມ​ປອ​ດ​ໄພ​ພາຍ​ໃນ​ສະຫະລັດ ຫຼື DHS ທ່ານ
Jeh Johnson ຫລາຍ​ມື້​ ຫລັງ​ຈາກ​ລັດ Georgia ​ໄດ້​ຮຽກຮ້ອງ​ໃຫ້ ປະທານາທິບໍດີ
ທີ່​ຈະ​ເຂົ້າ​ຮັບ​ຕຳ​ແໜ່​ງ​ໃໝ່​ສືບສວນ “ການ​ໂຈມ​ຕີ​ທາງ​ອິນ​ເຕີ​ແນັດທີ່ລົ້ມ​ແຫລວ​” ຢູ່​ໃນ​ລະບົບ​ຄອ​ມພິວ​ເຕີ ທີ່ເຫັນ​ຮອງ​ຮອຍ​ໄປ​ສູ່ DHS.

​ເລຂາທິການ​ລັດ Georgia ທ່າ​ນ Brian Kemp ຊຶ່ງກະຊວງຂອງ​ທ່ານ​ດູ​ແລ​ການ​ລົງ​
ຄະ​ແນນ​ສຽງ​ຢູ່​ໃນ​ລັດ ກ່າວ​ວ່າ DHS ຮັບຜິດຊອບ​ຕໍ່​ການ​ໂຈມ​ຕີ​ທາງ​ອິນ​ເຕີ​ແນັດຫລາຍ​ຄັ້ງ ຢູ່ໃນ​ລະບົບ​ກະຊວງ​ຂອງ​ທ່ານ ບໍ່​ດົນ​ກ່ອນ​ໜ້າ ​ແລະ​ຫລັງ​ຈາກ​ວັນ​ທີ 8 ​ເດືອນ​ພະຈິກ ຂອງ​ການ​ເລືອກ​ຕັ້ງ​ປະທານາທິບໍດີ.

ລັດຖະມົນ​ຕີກະຊວງ​ຮັກສາ​ຄວາມ​ປອ​ດ​ໄພ​ພາຍ​ໃນ​ສະຫະລັດ DHSທ່ານ Jeh Johnson ກຳລັງອອກຈາກລິບ ທີ່ Trump Tower ຢູ່ Manhattan ນະຄອນ New York.
ລັດຖະມົນ​ຕີກະຊວງ​ຮັກສາ​ຄວາມ​ປອ​ດ​ໄພ​ພາຍ​ໃນ​ສະຫະລັດ DHSທ່ານ Jeh Johnson ກຳລັງອອກຈາກລິບ ທີ່ Trump Tower ຢູ່ Manhattan ນະຄອນ New York.

ຫລັງ​ຈາກ​ການ​ທົບ​ທວນ​ຂັ້ນ​ຕົ້ນເຖິງ​ເລື້ອງ​ດັ່ງກ່າວ ທ່ານ Johnson ກ່າວ​ວ່າ ພະນັກ ງານສັນຍາ​ຈ້າງ ຂອງລັດຖະບານ​ກາງຄົນ​ນຶ່ງ ​ໄດ້​ປະເມີນຜົນ​ ເຄືອຂ່າຍ ເປັນ​ປະ​ຈຳ ​
ເພື່ອ​ພິຈາລະນາ​ວ່າ ພວກ​ພະນັກງານສັນຍາ​ຈ້າງຄົນໃໝ່ ​ແລະ ​ພວກ​ພະນັກງານ
ປະຈຳ ໄດ້ຮັບໃບອະນຸຍາດ ຢ່າງຖືກຕ້ອງ ຫຼືບໍ່.

ໃນ​ຕອນ​ເຊົ້າ​ວັນ​ສຸກ​ວານ​ນີ້ ທ່ານ Trump ​ໄດ້ສົ່ງ​ຂໍ້ຄວາມຜ່ານ​ທາງ Twitter ອີກ ​
ເທື່ອ​ນີ້​ ທ່ານໄດ້​ພະຍາຍາມ​ເນັ້ນ​ໜັກ​ເຖິງ ການ​ພົວພັນ​ຂອງຣັດ​ເຊຍ ໃ​ນການ​ເລືອກ​ຕັ້ງ​ປະທານາທິບໍດີ​ ຂອງ​ສະຫະລັດ ​ໂດຍ​ສະ​ເໜີ​ວ່າ ການ​ໂຈມຕີ​ ເຄື່ອງ​ຄອມ​ພິວ​ເຕີ ຂອງ ຄະນະ​ກຳມະການ​ພັກ​ເດ​ໂມ​ແຄຣັ​ດ​ແຫ່ງ​ຊາດ ຫຼື DNC ​ໄດ້​ເປັນ​ຜົນ​ປະ​ໂຫຍ​ດ​ແກ່​ສະຫະລັດ.

ຮອງປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານ Mike Pence, ທີສອງຈາກຊ້າຍ ແລະທ່ານ Jared Kushner ລູກເຂີຍຂອງ ທ່ານ Donald Trump.
ຮອງປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານ Mike Pence, ທີສອງຈາກຊ້າຍ ແລະທ່ານ Jared Kushner ລູກເຂີຍຂອງ ທ່ານ Donald Trump.

ທ່ານ Trump ​ໄດ້​ຖາມ​ວ່າ “ພວກ​ເຮົາ​ຖາມ​ກ່ຽວ​ກັບ​ການ​ໂຈມ​ຕີ​ທາງ​ອິນ​ເຕີ​ແນັດອັນ
​ດຽວ​ກັນ​ບໍ່ ບ່ອນ​ທີ່​ມັນໄດ້ເປີດ​ເຜີຍ​ ວ່າ ຫົວໜ້າ DNC ໄດ້​ເອົາຄຳຖາມ ຂອງການໂຕ້
ວາທີ ໃຫ້ທ່ານນາງ Hillary Clinton ໂດຍຜິດກົດໝາຍ ບໍ່?"

ຂໍ້ຄວາມທີ່ລົງເຜີຍແຜ່ ທາງ Twitter ປະກົດວ່າ ເປັນການອ້າງເຖິງ ອີ​ແມ​ລ ທີ່ຖືກ ລັກເອົາມາຈາກ​ DNC ແລະພິມອອກເປີດເຜີຍ ໂດຍ WikiLeaks. ອີແມລຂອງ ທ່ານ​ນາງ Donna Brazile ຜູ້ທີ່ຮັກສາການເປັນປະທານ DNC ​ທີ່ປະກອບມີຄຳ​ຖາມ ​ຊຶ່ງໄດ້ແບ່ງປັນໃຫ້​ກັບຄະນະ​ໂຄສະນາ​ຫາ​ສຽງ ​ຂອງ ທ່ານ​ນາງ Hillary Clinton ຊຶ່ງກ່ອນໜ້າ ​ການໂຕ້​ວາທີ ລະຫວ່າງຜູ້ສະໝັກເປັນປະທານາທິບໍດີ ຂັ້ນ​ຕົ້ນ ທີ່ໄດ້ ຖ່າຍທອດອອກ​ອາກາດ ​ຜ່ານ​ທາງ​ໂທລະພາ​ບ ໄດ້ແບ່ງປັນຄຳຖາມນັ້ນ ໃຫ້ກັບ ທ່ານ Bernie Sanders ຊຶ່ງໃນ​ເວລາ​ນັ້ນ ລົງ​ສະໝັກແຂ່ງຂັ​ນ ເປັນ​ປະທານາທິບໍດີ ສັງກັດພັກ​ເດ​ໂມ​ແຄຣັດ .

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG