ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ທ​ຣຳ ອ້າງ ຂໍ້​ກຳ​ນົດ​ລຶກ​ລັບ ເປັນ​ສ່ວນນຶ່ງ ຂອງ​ຂໍ້​ຕົກ​ລົງ ກັບ​ເມັກ​ຊິ​ໂກ ກ່ຽວ​ກັບ ​ຄົນ​ເຂົ້າ​ເມືອງ


​ປະ​ທ່າ​ນາ​ທິບໍ​ດິ​ດໍ​ໂນ​ລ ທ​ຣຳ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ທີ່​ທຳ​ນຽບ​ຂາວ ກ່ອນ​ເດີນ​ທາງ​ໄປ​ລັດ​ໄອ​ໂອ​ວາ ວັ​ນ​ທີ 11 ມິ​ຖຸ​ນາ 2019.
​ປະ​ທ່າ​ນາ​ທິບໍ​ດິ​ດໍ​ໂນ​ລ ທ​ຣຳ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ທີ່​ທຳ​ນຽບ​ຂາວ ກ່ອນ​ເດີນ​ທາງ​ໄປ​ລັດ​ໄອ​ໂອ​ວາ ວັ​ນ​ທີ 11 ມິ​ຖຸ​ນາ 2019.

ເມັກ​ຊິ​ໂກ ມີ​ກຳ​ນົດ​ທີ່​ຈະ​ສົ່ງ​ກຳ​ລັງ​ຮັກ​ສາ​ດິນ​ແດນ ​ໄປ​ຊາຍ​ແດນ​ພາກ​ໃຕ້ຕິດ​ກັບ ກົວ​ເຕ
​ມາ​ລ​າ​ໃນ​ວັນ​ພຸດ​ມື້​ນີ້ ອັນ​ເປັນ​ພາກ​ສ່ວນ​ນຶ່ງ​ຂອງ​ຂໍ້​ຕົກ​ລົງ​ທີ່​ຈະ​ຕັດ​ຈຳ​ນວນ​ ຜູ້​ຄົນ​ທີ່​ເດີນ​
ທາງ​ຜ່ານເມັກ​ຊິ​ໂກ ໃນ​ຄວາມ​ຫວັງເພື່ອຈະ​ເຂົ້າ​ມາໃນສະ​ຫະ​ລັດ.

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ເມັກ​ຊິ​ໂກ ທ່ານ​ມາແຊໂລ ອີບ​ຣາດ ກ່າວ​ຕໍ່​ບັນ​ດານັກ​ຂ່າວ​ວ່າ
ການ​ສົ່ງ​ທະ​ຫານ​ ​ຈຳ​ນວນ 6,000 ຄົນ ​ໄປ​ສູ່​ຊາຍ​ແດນ ແລະ​ແຫ່ງ​ອື່ນໆທົ່ວ​ປະ​ເທດ​ນັ້ນ
ຈະ​ເລີ້​ມ​ຂຶ້ນໃນ​ວັນ​ພຸດ​ມື້​ນີ້ເຖິງ​ແມ່ນ​ວ່າ​ທ່ານ​ບໍ່​ໄດ້​ໃຫ້​ຄວາມຈະ​ແຈ້ງ​ວ່າ ທະ​ຫານ​ທັງ​ໝົດ​
ຈະ​ເຂົ້າ​ປະ​ຈຳ​ໜ້າ​ທີ່​ໄວ​ປານ​ໃດ.

ທ່ານ​ອີບ​ຣາດ ໄດ້​ອ່ານ​ໜັງ​ສື​ທີ່​ທ່ານ​ສົ່ງ​ໄປ​ຫາ​ສະ​ພາ​ສູງ​ເມັກ​ຊິ​ໂກ ທີ່ໃຫ້​ລາຍ​ລະ​ອຽດ​
ກ່ຽວ​ກັບ​ການ​ເຈ​ລະ​ຈາ ​ທີ່​ເປັນ​ຜົນ​ອອກ​ມາ​ໃນ​ອາ​ທິດ​ແລ້ວ​ນີ້ ໃນ​ຂໍ້​ຕົກ​ລົງ​ທີ່​ຍັງ​ຮວມ
​ການ​ຂະ​ຫຍາຍ​ໂຄງ​ການ​ສຳ​ລັບ​ພວກ​ຄົນ​ເຂົ້າ​ເມືອງໃຫ້​ກັບ​ຄືນ​ມາ​ເມັກ​ຊິ​ໂກ ໃນ​ຂະ​ນະ​
ທີ່​ການຂໍ​ລີ້​ໄພຢູ່ສະ​ຫະ​ລັດຂອງ​ເຂົາ​ເຈົ້າ​ກຳ​ລັງ​ດຳ​ເນີນ​ຢູ່​ນັ້ນ ແລະ​ ຄວາມ​ໝາຍ​ໝັ້ນ
​ຈາກ​ທັງ​ສອງ​ປະ​ເທດ ເພື່ອ​ເຮັດ​ວຽກ​ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ ພັດ​ທະ​ນາ​ຢູ່ເຂດ​ອາ
​ເມ​ຣິ​ກາ​ກາງ.

ທີ່​ນະ​ຄອນ​ຫຼ​ວງວໍ​ຊິງ​ຕັນ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ຈັບ​ເຈ້ຍ
​ແຜ່ນ​ນຶ່ງ​ຂຶ້ນ​ຢູ່​ທີ່ເດີ່ນ​ຫຍ້າ​ທຳ​ນຽບ​ຂາວ​ໃນ​ວັນ​ອັງ​ຄານ​ວານ​ນີ້ ກ່າວ​ວ່າ​ແມ່ນ​ຂໍ້​ຕົກ​ລົງ
ຄົນ​ເຂົ້າ​ເມືອງ​ໃໝ່ ຂອງ​ທ່ານ​ກັບ​ເມັກ​ຊິ​ໂກ ທີ່​ບັນ​ຈຸ​ຂໍ້​ກຳ​ນົດ​ລຶກ​ລັບ ແມ່ນ​ແຕ່​ເມັກ​ຊິ​ໂກ
​ກ່າວ​ວ່າ ​ຕົນກໍຍັງ​ບໍ່​ຮູ້​ວ່າ​ແມ່ນ​ຫຍັງ ທີ່​ທ່ານ​ກ່າວ​ເຖິງ.

ປະ​ທາ​ນາ​ທິບໍດີ​ທ​ຣຳກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ “ຂ້າ​ພະ​ເຈົ້າ​ຈະ​ປ່ອຍ​ໃຫ້​ເມັກ​ຊິ​ໂກ​ເປັນ
​ຜູ້ປະ​ກາດ​ໃນ​ເວ​ລາ​ອັນ​ເໝາະ​ສົມ. ຂ້າ​ພະ​ເຈົ້າ​ພຽງ​ແຕ່​ໃຫ້ການ​ຢືນ​ຢັນ ຂອງ​ຂ້າ​ພະ​ເຈົ້າ.
ຢູ່​ໃນ​ນີ້ ​ແມ່ນ​ຂໍ້​ຕົກ​ລົງ.”

ເມື່ອ​ມີ​ການຖາມ​ວ່າ ຖ້າ​ຫາກ​ເມັກ​ຊິ​ໂກ​ໄດ້​ຕົກ​ລົງ ​ທີ່​ຈະ​ກາຍເປັນ​ປະ​ເທດ​ທີ​ສາມ ທີ່​ຈະ
​ຮັບ​ເອົາ​ຄົນ​ເຂົ້າ​ເມືອງທີ່​ຂໍ​ລີ້​ໄພ​ຢູ່​ໃນ​ສະ​ຫະ​ລັດ ທ່ານ​ທ​ຣຳ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຈະ​ບໍ່​
ກ່າວ​ເຖິງ​ ໃນທາງ​ໃດ​ທາງ​ນຶ່ງ.”

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ເມັກ​ຊິ​ໂກ ທ່ານມາ​ຣ​ເຊີ​ລ​ໂລ ​ອີບ​ຣາດ ຖື​ເອກ​ກະ​ສານ ໃນ​ຂະ​ນະ​ທີ່ ປະ​ທາ​ນາ​ທິ​ບໍ​ດີເມັກ​ຊິ​ໂກ ທ່ານ​ມາ​ນຸຍ​ແອ​ລ ໂລ​ເປ​ຊ ໂອ​ບຣາ​ດໍ​ຣ ກຳ​ລັງ​ເບິ່ງ ຢູ່ກອງ​ປະ​ຊຸມ​ນັກ​ຂ່າວ ທີ່​ນະ​ຄອນ​ເມັກ​ຊິ​ໂກ ວັນ​ທີ 10 ມິ​ຖຸ​ນາ 2019.
ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ເມັກ​ຊິ​ໂກ ທ່ານມາ​ຣ​ເຊີ​ລ​ໂລ ​ອີບ​ຣາດ ຖື​ເອກ​ກະ​ສານ ໃນ​ຂະ​ນະ​ທີ່ ປະ​ທາ​ນາ​ທິ​ບໍ​ດີເມັກ​ຊິ​ໂກ ທ່ານ​ມາ​ນຸຍ​ແອ​ລ ໂລ​ເປ​ຊ ໂອ​ບຣາ​ດໍ​ຣ ກຳ​ລັງ​ເບິ່ງ ຢູ່ກອງ​ປະ​ຊຸມ​ນັກ​ຂ່າວ ທີ່​ນະ​ຄອນ​ເມັກ​ຊິ​ໂກ ວັນ​ທີ 10 ມິ​ຖຸ​ນາ 2019.

ຢູ່​ໃນ​ໜັງ​ສື​ຂອງ​ທ່ານທີ່​ສົ່ງ​ໄປ​ຫາ​ສະ​ພາ​ສູງ​ເມັກ​ຊິ​ໂກ​ນັ້ນ ທ່ານ​ອີບ​ຣາ​ດ ກ່າວ​ວ່າ​ບັນ​ດາ​
ເຈົ້າ​ໜ້າ​ທີ່​ສ​ະ​ຫະ​ລັດ ​ໄດ້​ຊຸກ​ຍູ້​ໃຫ້​ເມັກ​ຊິ​ໂກ ​ຊ້ຳ​ແລ້ວ​ຊ້ຳ​ອີກ​ຍູ້ ​ເຫັນ​ພ້ອມ​ກັບ​ຂໍ້​ກຳ​ນົດ
​ເປັນ​ປະ​ເທດ​ທີ​ສາມ​ທີ່​ປອດ​ໄພ ແຕ່​ວ່າ​ເມັກ​ຊິ​ໂກບໍ່ໄດ້ຮັບ​ເອົາ. ແທນ​ທີ່ຈະ​ເປັນ​ຈັ່ງ​ຊັ້ນ
ທັງ​ສອງ​ຝ່າຍ​ໄດ້ຕົກ​ລົງ​ລໍ​ຖ້າ 45 ມື້ ​ເພື່ອຊັ່ງ​ຊາ​ເບິ່ງ​ປະ​ສິດ​ທິ​ຜົນ​ຂອງ​ມາດ​ຕະ​ການ​ອື່ນໆ.
ຖ້າ​ຫາກ​ຫຼັງ​ຈາກ​ເຖິງ​ຈຸດດັ່ງ​ກ່າວ​ແລ້ວ​ພວກ​ຄົນ​ເຂົ້​າ​ເມືອງ​ຢູ່​ຊາຍ​ແດນ​ສະ​ຫະ​ລັດກັບ
​ເມັກ​ຊິ​ໂກ​ ​ຍັງ​ບໍ່​ຫລຸດ​ລົງ ເວ​ລາ​ນັ້ນ ​ການ​ເຈ​ລະ​ຈາ​ຕໍ່​ໄປ​ຈະ​ຈັດ​ຂຶ້ນ​ຢູ່​ເມັກ​ຊິ​ໂກ ເພື່ອ​ນຳ​
ເອົາ​ປະ​ເທດ​ຕ່າງໆຢູ່ໃນ​ຂົງ​ເຂດ ​ເຂົ້າ​ມາ ຮ່ວມ​ຢ່າງກວ້າງ​ຂວາງ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​
ອີບ​ຣາ​ດ ທີ່ໄດ້​ກ່າວ​ໄວ້.

ແຕ່​ທ່ານ​ໄດ້​ສ​ະ​ແດງຄວາມ​ເຫັນ​ໄປໃນ​ແງ່​ດີ ​ໃນ​ວັນ​ອັງ​ຄານ​ວານ​ນີ້​ວ່າ ການ​ສົນ​ທະ​ນາ​
ເພີ້ມ​ເຕີມ ​ຈະ​ບໍ່ມີ​ຄວາມ​ຈຳ​ເປັນ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG