ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ຈະລົບລ້າງກອງທຶນ ການກຸສົນຂອງທ່ານ


ປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານ Donald Trump ຕອບຄຳຖາມຈາກສະມາຊິກສື່ມວນຊົນຢູ່ ຄະລຶຫາດ Mar-a-Lago, ໃນເມືອງ Palm Beach, ລັດ ຟລໍຣິດາ, 21 ທັນວາ, 2016.
ປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານ Donald Trump ຕອບຄຳຖາມຈາກສະມາຊິກສື່ມວນຊົນຢູ່ ຄະລຶຫາດ Mar-a-Lago, ໃນເມືອງ Palm Beach, ລັດ ຟລໍຣິດາ, 21 ທັນວາ, 2016.

ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump ໄດ້ກ່າວ ໃນວັນເສົາວານນີ້ວ່າ ທ່ານມີຄວາມໝັ້ນໝາຍທີ່ຈະລົບລ້າງມູນນິທິ ການກຸສົນຂອງທ່ານ, ເຊິ່ງປະຈຸບັນນີ້ກຳລັງ ຖືກສືບສວນສອບສວນ ໃນລັດ ນິວຢອກ, ໃນຄວາມພະຍາຍາມ ທີ່ຈະຫຼີກລ່ຽງການຂັດຜົນ ປະໂຫຍດໃດໆ ກ່ອນທ່ານຈະເຂົ້າດຳລົງຕຳແໜ່ງໃນເດືອນມັງກອນ ປີໜ້າ.

ທ່ານ ທຣຳ ບໍ່ໄດ້ກຳນົດເວລາສຳລັບການປິດມູນນິທິ Donald J Trump.

ນັບຕັ້ງແຕ່ທ່ານໄດ້ຊະນະການເລືອກຕັ້ງປະທານາທິບໍດີໃນວັນທີ 8 ພະຈິກເປັນຕົ້ນມາ, ແຟ້ມຜົນປະໂຫຍດທາງດ້ານທຸລະກິດທີ່ມີຢູ່ຢ່າງ ກວ້າງຂວາງ ໃນ ສະຫະລັດ ແລະ ຕ່າງ ປະເທດຂອງທ່ານ ທຣຳ ເຊັ່ນ ດຽວກັບມູນນິທິຂອງທ່ານ ໄດ້ຕົກຢູ່ພາຍໃຕ້ຄຳວິພາກວິ ຈານຫຼາຍຂຶ້ນຫຼາຍ ກວ່າເກົ່າ.

ທ່ານ ທຣຳ ໄດ້ກ່າວໃນຖະແຫຼງການສະບັບໜຶ່ງໃນວັນເສົາວານນີ້ວ່າ “ມູນນິທິໄດ້ປະຕິ ບັດໜ້າທີ່ທີ່ດີຢ່າງຍິ່ງໃນຫຼາຍປີທີ່ຜ່ານມາ ສຳລັບການ ປະກອບສ່ວນເງິນທຶນຫຼາຍ ລ້ານໂດລາ ໃຫ້ກັບກຸ່ມທີ່ມີຄວາມສຳຄັນຈຳ ນວນຫຼາຍ, ລວມທັງການສະໜັບສະໜູນ ທະຫານຜ່ານເສິກ, ບັນດາ ເຈົ້າໜ້າທີ່ຜູ້ບັງຄັບໃຊ້ກົດໝາຍ ແລະ ເດັກນ້ອຍ.”

ທ່ານໄດ້ກ່າວເພີ່ມເຕີມວ່າ “ແນວໃດກໍຕາມ, ເພື່ອຫຼີກລ່ຽງທຸກຄວາມຂັດແຍ່ງທີ່ມີຢູ່ໃນ ບົດບາດຂອງຂ້າພະເຈົ້າໃນການເປັນປະທານາທິບໍດີນັ້ນ, ຂ້າພະເຈົ້າໄດ້ຕັດສິນໃຈ ແລ້ວວ່າ ຈະ ສືບຕໍ່ຕາມຫາຜົນປະໂຫຍດອັນແຂງແກ່ນຂອງຂ້າພະເຈົ້າໃນການທຳບຸນ ດ້ວຍວິທີທາງອື່ນ.”

ໃນເດືອນຕຸລາທີ່ຜ່ານມາ, ໄອຍະການສູງສຸດຂອງລັດ ນິວຢອກ ທ່ານ Eric Schneiderman ໄດ້ສັ່ງໃຫ້ມູນນິທິການກຸສົນຂອງທ່ານ ທຣຳ ຢຸດຫາທຶນຊ່ວຍເຫຼືອຍ້ອນ ວ່າມັນບໍ່ໄດ້ຖືກລົງຖະບຽນໃນລັດ ເພື່ອຂໍ ການບໍລິຈາກເງິນສາທາລະນະ.

ຄຳສັ່ງຂອງລັດໄດ້ມີຕາມມາດ້ວຍການລາຍງານຫຼາຍຄັ້ງ ຂອງໜັງສືພິມ Washington Post ທີ່ໄດ້ສະເໜີຄວາມບໍ່ເໝາະສົມຂອງມູນນິທິດັ່ງ ກ່າວ, ລວມມີການໃຊ້ເງິນທຶນຂອງ ພວກເຂົາເຈົ້າ ເພື່ອແກ້ໄຂຄວາມຂັດ ແຍ່ງທາງກົດໝາຍ ທີ່ປະກອບມີທຸລະກິດຂອງທ່ານ ທຣຳ, ແລະ ວ່າ ທ່ານໄດ້ບໍລິຈາກເງິນອອກໄປຫຼາຍເທົ່າໃດແທ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG