ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ການສັບປ່ຽນ ທີ່ທຳນຽບຂາວ: ທ່ານ Kelly ເຂົ້າ ແລະທ່ານ Scaramucci ອອກ


ທ່ານ John Kelly ຫົວໜ້າ​ທີ່​ປຶກສາ​ປະຈຳ​ທຳນຽບຂາວ ຢືນຢູ່ໃນຫ້ອງ East Room ໃນ​ທຳນຽບຂາວ ທີ່ວໍຊີງຕັນ, 31 ກໍລະກົດ, 2017.
ທ່ານ John Kelly ຫົວໜ້າ​ທີ່​ປຶກສາ​ປະຈຳ​ທຳນຽບຂາວ ຢືນຢູ່ໃນຫ້ອງ East Room ໃນ​ທຳນຽບຂາວ ທີ່ວໍຊີງຕັນ, 31 ກໍລະກົດ, 2017.

ການ​ຂຽນຂໍ້ຄວາມ​ລົງ​ໃນ Twitter ວ່າ “ບໍ່​ມີ​ເລື່ອງ​ວຸ້ນວາຍປັ່ນ​ປ່ວນ​ໃດໆ” ​ໃນ​ທຳນຽບ
ຂາວທີ່​ ປະທາ​ນາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ໄດ້ແຕ່ງຕັ້ງ ທ່ານ John Kelly
ພົນ​ເອກ ເບ້ຍ​ບຳນານ​ທະຫານ​ມາ​ຣີນ ​ເຂົ້າ​ມາ​ເປັນ​ຫົວໜ້າ​ທີ່​ປຶກສາ​ປະຈຳ​ທຳນຽບຂາວ
​ໃນ​ວັນ​ຈັນ​ວານນີ້ ​ເພື່ອ​ຟື້ນຟູຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ຂອງ​ຄະນະ​ລັດຖະບານ
ທີ່​ໄດ້ຮັບ​ຄວາມ​ສັ່ນຄອນຍ້ອນມີ​ການ​ຖອຍ​ກັບ​ໃນ​ດ້ານ​ນະ​ໂຍບາຍ ການ​ປ່ຽນ​ເຈົ້າ​ໜ້າ​ທີ່
​ອອກໆ​ເຂົ້າໆແລະ​ການມີ​ຂ່າວ​ຮົ່ວ​ໄຫຼ ທີ່​ດຳ​ນີນມາໄດ້ 6 ​ເດືອນ​ແລ້ວນັ້ນ​.

ພາຍ​ໃນພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ທ່ານ Anthony Scaramucci ຜູ້ອຳນວຍການ​ດ້ານ
​ສື່ສານ​ຄົມມະນາຄົມປະຈຳ​ທຳ​ນຽບຂາວ ກ່ຽວ​ກັບ​ການ​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່​ງ
ຊຶ່ງ​ເປັນ​ສັນຍານທີ່​ສະ​ແດງ​ໃຫ້​ເຫັນວ່າ ທ່ານ Kelly ​ໄດ້​ຮວບ​ຮວມອຳນາດ ​ໃນແບບທີ່
ເຈົ້າ​ໜ້າ​ທີ່​ຄົນ​ກ່ອນຄື​ທ່ານ Reince Priebus ບໍ່​ສາມາດ​ທີ່​ເຮັດ​ໄດ້ ​ໃນ​ຖານະ​ຜູ້​ຄຸ້ມຄອງ
ປະ​ຕູ​ຫ້ອງການ Oval Office ທີ່​ທຳນຽບຂາວ.

​ການ​ປົດ​ທ່ານ Scaramucci ອອກ​ຈາກ​ຕຳ​ແໜ່​ງ​ໃນ​ທັນທີ​ທັນ​ໃດ ​ມີ​ຂຶ້ນສັບປະດາກວ່າໆ
ຫຼັງ​ຈາກ​ທ່ານ​ໄດ້ຖືກນຳມາແບບພິ​ເສດ​ເພື່ອ​ມາ​ເປັນ​ຫົວໜ້າ​ສື່ສານ​ຄົມມະນາຄົມ​ຂອງ​ທຳນຽບຂາວ. ການ​ວ່າ​ຈ້າງ​ທ່ານ ​ໄດ້​ສົ່ງ​ສັນຍານ​ເຖິງ​ພວກ​ພະນັກງານ ​ແລະ​ທ່ານ​ໄດ້
ຂູ່​ວ່າທ່ານ​ຈະ​ໄລ່ຜູ້​ໃດ​ກໍ​ຕາມ​ແຕ່ ທີ່​ສົງ​ໄສ​ວ່າ ​ເປັນ​ຄົນ​ເຮັດ​ໃຫ້​ຂໍ້ມູນ​ຮົ່ວ​ໄຫຼ​ອອກ​ໄປສູ່​
ສື່ມວນ​ຊົນ.ທ່ານ​ບໍ່​ໄດ້​ເປັນ​ທີ່​ນິຍົມໃນ​ທັນ​ທີ​ທັນໃດ ​ແຕ່​ເຖິງ​ຢ່າງ​ນັ້ນ ກໍ​ຕາມ ຫຼັງ​ຈາກ​
ທີ່​ໄດ້​ໂທລະສັບ​ໄປ​ຫາ​ວາລະສານ​ລາຍ​ສັບປະດາ “The New Yorker” ​ແລະ​ການ​ທີ່​
ໄດ້​ໃຊ້​ຄຳ​ເວົ້າ​ທີ່​ຫຍາບ​ຄາຍ ​ແລະ​ອັບອາຍ​ຂາຍໜ້າ ອອກ​ໄປ​ນັ້ນ.

ເຊີນຊົມ: ທ່ານທຣຳ ທຳການປ່ຽນແປງບັນດາເຈົ້າໜ້າທີ່ໃນທຳນຽບຂາວ

Trump Makes More Changes in White House Staff
please wait

No media source currently available

0:00 0:02:11 0:00

​ການ​ອອກ​ຈາກ​ຕຳ​ແໜ່​ງຂອງ​ທ່ານ Scaramucci ໄດ້​ຖືກປະກາດ​ອອກ​ໄປ ​ໂດຍໂຄສົກ​ທຳນຽບຂາວ ທ່ານ​ນາງ Sarah Huckabee Sanders ທີ່​ກ່າວ​ວ່າ “ທ່ານ Anthony Scaramucci ຈະ​ອອກ​ຈາກ​ໜ້າ​ທີ່​ໃນ​ຖານະຜູ້ອຳນວຍການສື່ສານ​ຄົມມະ​ນາ​ຄົມ
ປະຈຳ​ທຳ​ນຽບຂາວ. ທ່ານ Scaramucci ​ໄດ້​ຮູ້ສຶກ​ວ່າ ມັນ​ເປັນ​ໂອກາດ​ອັນ​ດີສຸດ
ສຳ​ຫຼັບ​ຫົວໜ້າ​ເຈົ້າ​ໜ້າ​ທີ່​ພະນັກງານ ​ທ່ານ John Kelly ທີ່​ຈະ​ໄດ້​ມີ​ເວທີ​ຢ່າງ​ຂາວ​ໃສ​
ມົດ​ຈົດ ​ແລະສາມາດ​ທີ່​ຈະ​ປະກອບ​ຄະນະ​ຂອງ​ທ່ານ​ເອງ. ພວກ​ເຮົາ​ປາດ​ຖະໜາ​
ແຕ່​ສິ່ງ​ທີ່​ດີງາມ​ສຳ​ຫຼັບ​ທ່ານ.”

ໂຄສົກປະຈຳທຳນຽບຂາວ ທ່ານນາງ Sarah Huckabee Sanders ກ່າວຕໍ່ກອງປະຊຸມຖະແຫຼງຂ່າວ ໃນທຳນຽບຂາວ ທີ່ວໍຊີງຕັນ ດີຊີ, 31 ກໍລະກົດ, 2017.
ໂຄສົກປະຈຳທຳນຽບຂາວ ທ່ານນາງ Sarah Huckabee Sanders ກ່າວຕໍ່ກອງປະຊຸມຖະແຫຼງຂ່າວ ໃນທຳນຽບຂາວ ທີ່ວໍຊີງຕັນ ດີຊີ, 31 ກໍລະກົດ, 2017.

ໃນ​ເວລາ​ບໍ່​ດົນ​ຕໍ່​ມາ ທ່ານ​ນາງ Sanders ຜູ້​ຊຶ່ງ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ໂຄສົກ​ປະຈຳ
​ທຳນຽບຂາວ ​ໂດຍ​ທ່ານ Scaramucci ​ໃນ​ມື້​ທຳ​ອິດໃນ​ການ​ເຂົ້າ​ເຮັດ​ວຽກຂອງ​ທ່ານ
ທີ່​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ວ່າ “ປະທາ​ນາທີ​ບໍດີ ຮູ້ສຶກ​ຢ່າງແທ້​ຈິງ​ວ່າ ຄວາມ​ຄິດ​ເຫັນ​
ຂອງ​ທ່ານ Scaramucci ທີ່​ຖືກ​ຕີ​ພິມ​ໃນວາລະສານ “The New Yorker” ນັ້ນ​ແມ່ນ​
ບໍ່​ເໝາະ​ສົມໃນ​ຕຳ​ແໜ່​ງໜ້າ​ທີ່​ການ​ງານ​ນີ້.

ເຊີນຊົມ: ທ່ານທຣຳ ກ່າວຕໍ່ສື່ມວນຂົນ ກ່ຽວກັບທ່ານ Kelly

Trump Welcomes Kelly as Chief of Staff
please wait

No media source currently available

0:00 0:00:37 0:00

ທ່ານ​ນາງ Sanders ​ໄດ້​ກ່າວ​ວ່າ ​ທ່ານ Scaramucci ​ໄດ້​ຖືກ​ປົດ​ຈາກ​ວຽກ​ຕ່າງໆ​ໃນ​ທຳ ນຽບຂາວ ຊຶ່ງ​ຮວມທັງ​ຕຳ​ແໜ່​ງທີ່​ພົວພັນ​ກັບ​ທະນາຄານຂາ​ອອກ-ຂາ​ເຂົ້າ ທີ່​ທ່ານ​ໄດ້​ຮັບ​
ບົດບາດ ກ່ອນ​ໜ້າ​ທີ່​ທ່ານ​ຖືກ​ແຕ່ງ​ຕັ້ງ​ເປັນຜູ້ອຳນວຍການສື່ສານຄົມມະນາຄົມ​ປະຈຳ​ທຳ​ນຽບຂາວ.

ທ່ານ​ນາງ​ຍັງ​ໄດ້​ກ່າວ​ຢ່າງແຈ່ມ​ແຈ້ງວ່າ “ປະທາ​ນາທີ​ບໍດີ ​ໄດ້​ມອບໝາຍອຳນາດ​ໃຫ້​ທ່ານ​
ນາຍ​ພົນ Kelly ທີ່​ຈະ​ພິຈາລະນາ​ວ່າ ​ແມ່ນ​ເຈົ້າ​ໜ້າ​ທີ່​ຜູ້​ໃດ​ແດ່ ທີ່​ຈະ​ອະນຸຍາດ​ໃຫ້​ເຂົ້າ​
ໄປ​ຍັງ​ຫ້ອງການ Oval Office ​ໄດ້.”​

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ເຊີນຊົມ: ທ່ານທຣຳ ໃນຄວາມຫວັງຕໍ່ທ່ານ Kelly

Trump: Kelly 'Will Be An Absolutely Superb Chief of Staff'
please wait

No media source currently available

0:00 0:00:43 0:00
XS
SM
MD
LG