ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ການກໍ່ສ້າງ ເຂື່ອນໄຟຟ້າ ດອນສະໂຮງ ໃນ ແຂວງຈຳປາສັກ ຈະສຳເລັດໃນ ປີ 2019 ນີ້


ໂຄງການກໍ່ສ້າງ ເຂື່ອນໄຟຟ້າພະລັງນ້ຳ ດອນສະໂຮງ ໃນແຂວງຈຳປາສັກ.
ໂຄງການກໍ່ສ້າງ ເຂື່ອນໄຟຟ້າພະລັງນ້ຳ ດອນສະໂຮງ ໃນແຂວງຈຳປາສັກ.

ການກໍ່ສ້າງເຂື່ອນໄຟຟ້າດອນສະໂຮງ ໃນເຂດສີ່ພັນດອນ-ຄອນພະເພັງ ຈະແລ້ວ
ສຳເລັດ ພາຍໃນເດືອນມິຖຸນາ 2019 ແລະຈະຜະລິດພະລັງງານໄຟຟ້າສົ່ງອອກໄປ
ໄທ ກຳປູເຈຍ ແລະຫວຽດນາມ ໃນທ້າຍປີ 2019 ນີ້.

ທ່ານສະໜັ່ນ ສີພາພົມມະຈັນ ເຈົ້າເມືອງ ເມືອງໂຂງ ແຂວງຈຳປາສັກ ຖະແຫລງວ່າ
ການກໍ່ສ້າງເຂື່ອນໄຟຟ້າດອນສະໂຮງ ໃນເຂດສີ່ພັນດອນ-ຄອນພະເພັງ ຈະແລ້ວເສັດ
ພາຍໃນເດືອນມິຖຸນາ 2019 ແລະຈະເລີ້ມການຜະລິດກະແສໄຟຟ້າ ເພື່ອຕອບສະໜອງ
ການຊົມໃຊ້ໃນແຂວງຈຳປາສັກ ແລະສົ່ງອອກໄຟກຳປູເຈຍ ຫວຽດນາມ ແລະໄທ ນັບ
ຈາກທ້າຍປີ 2019 ນີ້ເປັນຕົ້ນໄຟ ໂດຍມີສັນຍາສຳປະທານ ເປັນໄລຍະເວລາເຖິງ 25 ປີ.

ໂຄງການເຂື່ອນໄຟຟ້າດອນສະໂຮງມີກຳລັງຕິດຕັ້ງ 260 ເມກາວັດ ໂດຍຈະສາມາດ
ຜະລິດພະລັງງານໄຟຟ້າໄດ້ ໃນປະລິມານ 2,000 ລ້ານກິໂລວັດ/ໂມງຕໍ່ປີ ທີ່ລົງທຶນ ໂດຍ
ກຸ່ມບໍລິສັດ Mega First Berhad ຈາກມາເລເຊຍ ມີມູນຄ່າການລົງທຶນລວມ 500 ລ້ານ
ໂດລາ ໂດຍພະລັງງານໄຟຟ້າທີ່ຜະລິດໄດ້ ສ່ວນຫຼາຍຈະຕອບສະໜອງໃຫ້ກັບ ເຂດ
ເສດຖະກິດ ໃໝ່ສີ່ພັນດອນ ໃນເຂດເມືອງໂຂງ ຊຶ່ງເປັນໂຄງການລົງທຶນຂະໜາດໃຫຍ່
ທີ່ມີພື້ນທີ່ສຳປະທານ 9,800 ເຮັກຕາ ແລະຈະຕ້ອງໃຊ້ເງິນທຶນລວມເຖິງ 10,000 ລ້ານ
ໂດລາ ເພື່ອພັດທະນາ ເປັນເຂດທ່ອງທ່ຽວທຳມະຊາດ ແລະວັດທະນະທຳ ທີ່ມີສິ່ງອຳ
ນວຍຄວາມສະດວກຢ່າງຄົບວົງຈອນ ພາຍໃຕ້ເປົ້າໝາຍ ທີ່ຈະດຶງດູດເອົາ ນັກທ່ອງທ່ຽວ
ຕ່າງຊາດໃຫ້ໄດ້ເຖິງ 15 ລ້ານຄົນຕໍ່ປີ ອີກທັງຍັງຈະສ້າງວຽກເຮັດງານທຳ ໃຫ້ກັບຄົນ
ລາວ ໄດ້ຢ່າງຫຼວງຫຼາຍດ້ວຍ ດັ່ງທີ່ ທ່ານສະໜັ່ນ ຢືນຢັນວ່າ:

“ປີ 2019 ນີ້ ມີໂຄງການນຶ່ງທີ່ເປັນໂຄງການໃຫຍ່ຫັ້ນແຫລະ ກໍຄື ໂຄງການກໍ່ສ້າງ
ເຂື່ອນໄຟຟ້າ ດອນສະໂຮງ ຂອງບໍລິສັດ Mega First Berhad ຂອງປະເທດ
ມາເລເຊຍນີ້ ໄປເຖິງເດືອນທີ່ຫົກນີ້ ກະຖືວ່າ ສຳເລັດຮ້ອຍສ່ວນຮ້ອຍ ແລະຈະໄດ້
ເປີດການຊົມໃຊ້ຢ່າງເປັນທາງການ ເປັນການສ້າງວຽກເຮັດງານທຳ ໃຫ້ແກ່ປະຊາ
ຊົນຢູ່ໃນບ້ານອ້ອມຂ້າງ ແລະພາຍໃນເມືອງ ເປັນຈຳນວນຫຼວງຫຼາຍ.”

ແຜນທີ່ ສະແດງໃຫ້ເຫັນບໍລິເວນ ຂອງໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງນ້ຳ ດອນສະໂຮງ ໃນແຂວງຈຳປາສັກ
ແຜນທີ່ ສະແດງໃຫ້ເຫັນບໍລິເວນ ຂອງໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງນ້ຳ ດອນສະໂຮງ ໃນແຂວງຈຳປາສັກ

ທາງດ້ານທ່ານຕີ ໂນຣິນ ຫົວໜ້າຫ້ອງການກະຊວງພະລັງງານ ແລະບໍ່ແຮ່ຂອງກຳປູເຈຍ
ໄດ້ໃຫ້ການຢືນຢັນວ່າ ລັດຖະບານກຳປູເຈຍ ຈະຊື້ພະລັງງານໄຟຟ້າ 200 ເມກາວັດ
ຈາກເຂື່ອນໄຟຟ້າດອນສະໂຮງ ນັບແຕ່ປີ 2019-2021 ເພື່ອເປັນການຫລຸດຜ່ອນບັນຫາ
ຂາດແຄນພະລັງງານໄຟຟ້າໃນກຳປູເຈຍ.

ສ່ວນທ່ານຄຳມະນີ ອິນທິລາດ ລັດຖະມົນຕີວ່າການ ກະຊວງພະລັງງານ ແລະບໍ່ແຮ່
ຖະແຫລງຢືນຢັນວ່າ ໃນປັດຈຸບັນ ສປປ ລາວ ມີແຫລ່ງຜະລິດພະລັງງານໄຟຟ້າ 61
ແຫ່ງ ມີກຳລັງຕິດຕັ້ງລວມກວ່າ 7,200 ເມກາວັດ ແລະສາມາດຜະລິດພະລັງງານໄຟຟ້າ
ໄດ້ຫຼາຍກວ່າ 37,000 ລ້ານກິໂລວັດ/ໂມງຕໍ່ປີ ຊຶ່ງເປັນພະລັງງານ ທີ່ຜະລິດທັງຈາກ
ເຂື່ອນໄຟຟ້າ ພະລັງງານຖ່ານລິກໄນຕ໌ ພະລັງງານແສງອາທິດ ແລະຊີວະມວນ ຕາມ
ລຳດັບ.

ໂດຍທະນາຄານພັດທະນາເອເຊຍ (ADB) ລາຍງານວ່າ ການຜະລິດພະລັງງານໄຟຟ້າ
ຂອງລາວໃນປີ 2018 ໄດ້ຂະຫຍາຍຕົວເພີ້ມສູງຂຶ້ນ ໃນອັດຕາສະເລ່ຍ 7.5 ເປີເຊັນ
ທຽບໃສ່ປີ 2017 ຊຶ່ງເຮັດໃຫ້ການສົ່ງອອກພະລັງງານໄຟຟ້າຂອງລາວ ຍັງສືບຕໍ່ເພີ້ມ
ສູງຂຶ້ນ ໂດຍສະເພາະແມ່ນການສົ່ງພະລັງງານໄຟຟ້າ ໄປຂາຍໃຫ້ໄທໄດ້ປັບຕົວສູງຂຶ້ນ
ເຖິງ 23 ເປີເຊັນ ແຕ່ວ່າ ດ້ວຍຜົນກະທົບຈາກກໍລະນີເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ
ເມື່ອວັນທີ 23 ກໍລະກົດ 2018 ຊຶ່ງເຮັດໃຫ້ລັດຖະບານລາວ ຕ້ອງດຳເນີນການກວດ
ສອບທຸກໂຄງການເຂື່ອນ ໃນເວລານີ້ ກໍຍ່ອມຈະກະທົບ ຕໍ່ການຜະລິດພະລັງງານ
ໄຟຟ້າຂອງລາວ ໃນປີ 2019 ຢ່າງຫລີກລ່ຽງບໍ່ໄດ້.

ທັງນີ້ ໂດຍພາຍໃນປີ 2021 ລາວຈະມີແຫລ່ງຜະລິດພະລັງງານໄຟຟ້າເຖິງ 100
ໂຄງການ ທີ່ມີກຳລັງຕິດຕັ້ງລວມຫຼາຍກວ່າ 13,000 ເມກາວັດ ທີ່ສາມາດຜະລິດ
ກະແສໄຟຟ້າໄດ້ 67,000 ລ້ານກິໂລວັດ/ໂມງ/ປີ ໂດຍທີ່ 85 ເປີເຊັນ ຂອງພະລັງງານ
ໄຟຟ້າທີ່ຜະລິດໄດ້ທັງໝົດນີ້ ຈະສົ່ງອອກໄຟຕ່າງປະເທດ ໂດຍສະເພາະກໍແມ່ນປະ
ເທດໄທ ທີ່ໄດ້ຕົກລົງຮັບຊື້ພະລັງງານໄຟຟ້າ ຈາກລາວໃນປະລິມານລວມ 9,000
ເມກາວັດຕໍ່ປີເປັນເວລາ 25 ປີ ກໍຄືນັບຈາກປີ 2019-2044 ນັ້ນ.

ສຳລັບໃນປີ 2018 ຜ່ານມາ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໄດ້ນຳ
ເຂົ້າພະລັງງານໄຟຟ້າ ຈາກລາວໃນມູນຄ່າລວມ 48,238 ລ້ານບາດຫຼືປະມານ 1,462
ລ້ານໂດລາ ເພີ້ມຂຶ້ນເຖິງ 23 ເປີເຊັນ ທຽບໃສ່ປີ 2017 ຫາກແຕ່ກໍຄາດວ່າ ໄທ ຈະນຳ
ເຂົ້າພະລັງງານໄຟຟ້າຈາກລາວ ໃນປະລິມານຄົງທີ່ ນັບຈາກປີ 2019 ໄປຈົນເຖິງປີ
2027 ເພາະວ່າ ໄທ ມີໄຟຟ້າສຳຮອງເກີນຄວາມຕ້ອງການ ທີ່ເປັນຈິງເຖິງ 12,000
ເມກາວັດ ຊຶ່ງຄິດເປັນ 39 ເປີເຊັນ ທີ່ເກີນລະດັບການຊົມໃຊ້ພະລັງງານໄຟຟ້າທັງໝົດ
ຂອງໄທ ໃນປັດຈຸບັນ.

XS
SM
MD
LG