ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ໄຄ​ນໍ້າປີນີ້ ແຜ່ກະຈາຍ ແລະ​ເປັນ​ພິດ ​ຮ້າຍແຮງ ກວ່າໃນເມື່ອກ່ອນ​


ໄຄນໍ້າທີ່ເກາະຕິດຢ່າງແໜ້ນ ຢູ່ແຄມ Lake Tahoe ລັດ Nevada.
ໄຄນໍ້າທີ່ເກາະຕິດຢ່າງແໜ້ນ ຢູ່ແຄມ Lake Tahoe ລັດ Nevada.

ການທີ່ມີໄຄນໍ້າກະຈາຍເຮືອງເຮື່ອຢູ່ຕາມໜ້ານໍ້າ ແມ່ນພາກສ່ວນນຶ່ງຂອງລະດູຮ້ອນ
ໃນລັດຄາລິຟໍເນຍ ແຕ່ວ່າບາງສິ່ງບາງຢ່າງທີ່ຢູ່ໃນນໍ້າ ໃນປີນີ້ ​ແມ່ນ​ບໍ່​ເປັນ​ເລື່ອງທຳມະດາ, ແລະມັນກໍາລັງເຮັດໃຫ້ສັດປ່າຢູ່ໃນທ້ອງຖິ່ນເຈັບປ່ວຍ. Kevin Enochs ນັກຂ່າວຂອງ
VOA ມີລາຍງານເລື່ອງນີ້ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ພວກນົກກະຊຸມເຫລົ່ານີ້ ກໍາລັງຟື້ນຈາກການເຈັບປ່ວຍ. ແຕ່ວ່າພວກມັນກໍແມ່ນເປັນ

ພວກໂຊກດີ. ອາຊິດ ຫຼືນໍ້າກົດ Domoic, ເປັນທາດເບື່ອ ເກີດ​ມາຈາກການແຜ່ກະຈາຍ
ຂອງໄຄນໍ້າ ກໍາລັງ​ເຮັດ​ໃຫ້​ນົກຊະນິດຕ່າງໆ​ຕາຍ​ເບື່ອ.

​ໄຄ​ນໍ້ານີ້​ເກີດ​ຂຶ້ນ​ໃນ​ທຸກໆລະດູ​ຮ້ອນ ​ແຕ່​ວ່າການ​ແຜ່​ກະຈາຍ​ຂອງ​ມັນ​ໃນ​ປີນີ້ ​ແມ່ນ
​ແຜ່ກວ້າງກວ່າ​ປົກ​ກະຕິ ​ທັງຍັງ​ເປັນ​ພິດ​ຫລາຍ​ກວ່າແຕ່ເມື່ອກ່ອນ​ອີກ.

ທ່ານ Sean Anderson ຈາກມະຫາວິທະຍາ​ໄລ​ລັດ​ຄາ​ລິ​ຟໍ​ເນຍເວົ້າວ່າ:
"ອັນ​ນີ້ມັນ​ກ່ຽວພັນ​ກັບ​ການ​ແຜ່​ກະຈາຍຂອງໄຄນໍ້າ​ອອກໄປ​ຈາກ​ແຄມ​ຝັ່ງທະ​ເລ​ຂອງ​
ພວກ​ເຮົາ. ສະນັ້ນ ພື​ດນ້ອຍໆ ທີ່​ມີ​ແຊ​ລອັນ​ດຽວທີ່​ມີ​ຢູ່​ຢ່າງ​ຫລວງຫລາຍ​ນັ້ນ ​ໄດ້​ກັບ
ກາຍ​ມາ​ເປັນ​ຈໍານວນຫລາຍ​ຂຶ້ນກວ່າ​ປົກກະຕິ​ ​ແລະ​ໄຄ​ນໍ້າ​ບາງ​ອັນ​ໃນ​ນັ້ນ ກໍມີ​ສິ່ງ​ປະ
ສົມ, ຄື ນໍ້າກົດ domoic ທີ່​ພວກ​ເຮົາ​ຮູ້,​ ພວກ​ເຮົາ​ໄດ້​ເຫັນ​ວ່າ​ ມັນ​ພາ​ໃຫ້​ເປັນ​ບັນຫາ​ຢູ່
​ບ່ອນ​ອື່ນນັ້ນ ປະ​ປົນຢູ່​ນໍາ​ໃນອັດຕາ​ອັນ​ສູງຫລາຍ."


ພວກ​ນັກສຶກສາຈາກມະຫາວິທະຍາ​ໄລ​ລັດ​ຄາ​ລິ​ຟໍ​ເນຍ ກໍາລັງພາກັນຊອກຄົ້ນຢູ່​ຕາມ​ຫາດ​
ຊາຍ ​ເພື່ອ​ຊອກ​ຫາ​ອາ​ຊິດ domoic ທີ່​ມີຢູ່​ນໍາ​ສັດ ດັ່ງ​ທີ່​ເຫັນ​ຢູ່​ໃນ​ກະປູຂີ້ຊາຍ​ພວກ​ນີ້ ທີ່ໃຊ້
ເປັນ​ອາຫານສ່ວນນຶ່ງ​ຂອງ​ນົກກະ​ຊຸມ​ທັງຫລາຍ.

ທ່ານ Sean Anderson ຈາກມະຫາວິທະຍາ​ໄລ​ລັດ​ຄາ​ລິ​ຟໍ​ເນຍກ່າວ​ເພີ້ມອີກ​ວ່າ:
"​ເມື່ອ​ທາດເບື່ອ​ພວກ​ນີ້​ເກີດຂຶ້ນມາ​ຫລາຍ ເວລາມັນ​ເຂົ້າ​ໄປ​ຢູ່ໃນ​ປາ​ນ້ອຍໆ, ປາກໍຈະ
ບໍ່ເປັນຫຽັງ​, ​ເວລາ​ມັນ​ໄປ​ຢູ່​ໃນຫອຍນ້ອຍໆ ​ມັນ​ກໍ​ຈະບໍ່ເຮັດຫຽັງ​ໃຫ້​ຫອຍນ້ອຍ​ເຫລົ່າ
ນັ້ນ​ເຈັບປວດ. ​ແຕ່​ວ່າ ​ເວລາສັດທີ່ກິນສິ່ງ​ພວກ​ນີ້ເຂົ້າໄປ ​ເຊັ່ນ​ນົກນາງ​ນວນຂອງ​ພວກ
​ເຮົາ, ​ນົກ​ກະ​ຊຸມ​ຂອງ​ພວກ​ເຮົາ, ນົກ​ເປັດ​ນໍ້າຂອງ​ພວກ​ເຮົາ ​ເປັນຕົ້ນ ​ເວ​ລາ​ທີ່​ພວ​ກມັນ​
ກິນ​ສັດນ້ອຍໆ​ເຫລົ່ານີ້​ເຂົ້າ​ໄປຫຼາຍໆ ມັນ​ສາມາດ​ສະ​ສົມ​ວັດຖຸ​ເຫລົ່ານີ້​ໄວ້​ຢູ່​ໃນ​ຮ່າງ
ກາຍ​ຂອງ​ພວກ​ມັນຫລາຍ ຈົນ​ເຖິງ​ຂັ້ນວ່າ ​ພາ​ໃຫ້​ພວກ​ມັນ​ເກີດ​ອາການ​ເຈັບ​ປ່ວຍໄດ້."

ທ່ານ Anderson​ ​ໃຫ້​ຄໍາ​ເຫັນ​ວ່າ ບັນຫານີ້​ແມ່ນ​ອັນ​ດຽວກັນ​ເລີຍກັບສິ່ງ​ທີ່​ພວກ​ນັກວິທະ
ຍາສາດຢ້ານກົວ ຄືກັນ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ທີ່​ເຮັດ​ໃຫ້​ໜ້ານໍ້າ​ໃນ​ຂົງ​
ເຂດ​ອຸ່​ນຂຶ້ນ.

ທ່ານ Anderson​ ກ່າວ​ຢໍ້າອີກ​ວ່າ:"ສະນັ້ນ ​ຈະ​ເວົ້າວ່າ ​ສະພາບ​ການສະ​ເພາະປາກົດ
ການ​ອັນ​ນີ້ ​ແມ່ນ​ມີ​ສາ​ເຫດ​ມາ​ຈາກການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ຫລືບໍ່ນັ້ນ ມັນ​ກໍ
​ເວົ້າ​ໄດ້​ຍາກ. ​ແຕ່​ວ່າ​ມັນກໍ​ກົງ​ກັນ​ຫລາຍ​ກັບ​ສິ່ງ​ທີ່​ພວກ​ເຮົາ​ຄິດ​ວ່າມັນ​ຄວນ​ຈະ​ເກີດ​ຂຶ້ນ ​
ແລະ​ກັບ​ສິ່ງ​ທີ່​ພວກ​ເຮົາເຫັນ​ວ່າກໍາລັງ​ເກີດ​ຂຶ້ນ. ​ແລະ​ເພາະສະນັ້ນ ໃນ​ກໍລະນີ​ຂອງ​ຂ້າ
ພະເຈົ້ານີ້ ​ພຽງເທົ່າ​ນັ້ນກໍຖືວ່າ​ພໍ​ແລ້ວ."


ພວກ​ເຈົ້າໜ້າທີ່​ເບິ່ງແຍງຮັກສາ​ສັດປ່າ​ໃນ​ທ້ອງ​ຖິ່ນ​ເວົ້າວ່າ ​ໃນ​ປັດຈຸບັນ ການ​ລະບາດຂຶ້ນ
ຂອງ​ພືດ​ເຫລົ່ານີ້ ​ແມ່ນມີຢູ່ໃນຂອບເຂດ​ຈໍາກັດຢູ່​ໃນສະ​ເພາະ​ທ້ອງ​ຖິ່ນ ທີ່​ຂ້ອນ​ຂ້າງ​ວ່າ​ເປັນ
​ເນື້ອທີ່​ນ້ອຍໆ ຂອງ​ພາກ​ໃຕ້​ຂອງ​ລັດ​ຄາ​ລິ​ຟໍ​ເນຍ.

ທ່ານນາງ Julia Parker, ຈາກ​ເຄືອ​ຂ່າຍ​ຮັກສາ​ສັດ​ປ່າ ທີ່​ເມືອງ Santa Barbara ​ເວົ້າວ່າ:
“ພວກ​ເຮົາ​ໄດ້​ພົວພັນ​ກັບ​ອົງການ​ກອບ​ກູ້​ຊີວິດ​ສັດ​ປ່າ​ອື່ນໆ ​ເພື່ອ​ຢາກ​ຮູ້ວ່າ​ເຂົາ​ເຈົ້າກໍ​ໄດ້​
ປະເຊີນກັບ​ບັນຫາ​ ທີ່​ມີ​ສັດ ໄດ້​ຮັບ​ສານພິດ​ຈາກ​ອາ​ຊິດ domoic ເຂົ້າມາ ເປັນຈໍານວນ​
ຫລວງຫລາຍ ຫລືບໍ່, ​ແລະ​ມັນ​ປາກົດ​ວ່າ​ຖືກ​ຈໍາກັດ​ໃຫ້​ຢູ່​ໃນ​ຂອບ​ເຂດເມືອງ Ventura
​ແລະເຂດເມືອງ Santa Barbara ​ເທົ່າ​ນັ້ນ."


ນົກ​ພວກ​ນີ້ ​ແມ່ນ​ປອດ​ໄພ ​ແຕ່​ວ່າ ການ​ແຜ່​ກະຈາຍ​ຂອງ​ໄຄ​ນໍ້າ ກໍ​ຍັງ​ເຮັດ​ໃຫ້ ພວກສິງ​ໂຕ
​ທະ​ເລ​ຕາຍຍ້ອນ ​ແລະລະດູ​ການ​ຂອງໄຄ​ນໍ້າ​ໃນ​ລະດູ​ຮ້ອນ ກໍຫາກໍ່​ຮ້ອນ​ແຮງ​ຂຶ້ນ.

ເຊີນຊົມວີດິໂອກ່ຽວກັບຂ່າວນີ້ເປັນພາສາອັງກິດ

XS
SM
MD
LG