ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຄາດກັນວ່າ ປະຊາຊົນ ໂດມີນິກັນ ຈະເລືອກເອົາ ທ່ານ Medina ເປັນຜູ້ນຳ ອີກເທື່ອນຶ່ງ


ພົນລະເມືອງໄປປ່ອນບັດ ລົງຄະແນນສຽງ ໃນການ
ເລືອກຕັ້ງໃຫຍ່ ແລະ ການເລືອກຕັ້ງຂັ້ນທ້ອງຖິ່ນ ຢູ່ໜ່ວຍເລືອກຕັ້ງ ໃນນະຄອນຫຼວງ Santo Domingo, ຂອງປະເທດ ສາທາລະນະລັດ ໂດມີນິກັນ, ວັນທີ 15 ພຶດສະພາ 2016.
ພົນລະເມືອງໄປປ່ອນບັດ ລົງຄະແນນສຽງ ໃນການ ເລືອກຕັ້ງໃຫຍ່ ແລະ ການເລືອກຕັ້ງຂັ້ນທ້ອງຖິ່ນ ຢູ່ໜ່ວຍເລືອກຕັ້ງ ໃນນະຄອນຫຼວງ Santo Domingo, ຂອງປະເທດ ສາທາລະນະລັດ ໂດມີນິກັນ, ວັນທີ 15 ພຶດສະພາ 2016.

ເບິ່ງຄືວ່າ ປະທານາທິບໍດີ ສາທາລະນະລັດ ໂດມີນິກັນ ທ່ານ Danilo Medina ຍັງຄົງຈະຄວບຄຸມປະເທດຢູ່ ເປັນສະໄໝທີສອງ ໂດຍຜົນການລົງຄະແນນສຽງ
ຕອນຕົ້ນ ສະແດງໃຫ້ເຫັນວ່າ ທ່ານໄດ້ຊະນະດ້ວຍຄະແນນສຽງພຽງພໍ ເພື່ອຈະຫລີກ ລ້ຽງການເລືອກຕັ້ງຂັ້ນຊີ້ຂາດ.

ປະທານາທິບໍດີ ສາທາລະນະລັດ ໂດມີນິກັນ ແລະ ຜູ້ສະໝັກລົງແຂ່ງຂັນເປັນປະທານາທິບໍດີ ສັງກັດພັກ Dominican Liberation Party (PLD) ທ່ານ Danilo Medina (ຂວາ) ທັກທາຍບັນດາຜູ້ສະໜັບສະໜູນ ໃນລະຫວ່າງ ການເດີນຂະບວນ ຢູ່ໃນນະຄອນ Santo Domingo, ຂອງ Dominican Republic, ວັນທີ 12 ພຶດສະພາ 2016.
ປະທານາທິບໍດີ ສາທາລະນະລັດ ໂດມີນິກັນ ແລະ ຜູ້ສະໝັກລົງແຂ່ງຂັນເປັນປະທານາທິບໍດີ ສັງກັດພັກ Dominican Liberation Party (PLD) ທ່ານ Danilo Medina (ຂວາ) ທັກທາຍບັນດາຜູ້ສະໜັບສະໜູນ ໃນລະຫວ່າງ ການເດີນຂະບວນ ຢູ່ໃນນະຄອນ Santo Domingo, ຂອງ Dominican Republic, ວັນທີ 12 ພຶດສະພາ 2016.

ຜົນການເລືອກຕັ້ງຂັ້ນຕົ້ນ ຈາກ 14 ເປີເຊັນຂອງໜ່ວຍເລືອກຕັ້ງ ສະແດງວ່າ ທ່ານ Medina ມີຄະແນນສຽງ 60 ເປີເຊັນ. ຖ້າຄະແນນສຽງລື່ນນັ້ນ ບໍ່ປ່ຽນແປງ ຫຼັງຈາກ ໄດ້ນັບຄະແນນສຽງທັງໝົດແລ້ວ ໃນວັນຈັນມື້ນີ້ ກໍໝາຍຄວາມວ່າ ທ່ານ Medina ຈະເຮັດໃຫ້ພັກທີ່ປົກຄອງໃນປັດຈຸບັນຂອງຕົນ ໄດ້ປະທານາທິບໍດີຄົນທີ 4 ພາຍໃນ ການເລືອກຕັ້ງ 5 ຄັ້ງທີ່ຜ່ານມາ.

ການຢັ່ງຫາງສຽງກ່ອນການເລືອກຕັ້ງ ຄາດຄະເນວ່າ ທ່ານ Medina ອາດໄດ້ຮັບ ຫຼາຍກວ່າ 50 ເປີເຊັນ ຂອງຄະແນນສຽງ ຊຶ່ງຈະອຳນວຍ ໃຫ້ທ່ານ ຫລີກເວັ້ນ ການ ເລືອກຕັ້ງຂັ້ນຊີ້ຂາດ ໃນເດືອນມິຖຸນາ.

ຊາວໂດມີນິກັນ ໄປລົງຄະແນນສຽງ ໃນນະຄອນ New York, ວັນທີ 15 ພຶດສະພາ 2016. (Celia Mendoza/VOA Spanish)
ຊາວໂດມີນິກັນ ໄປລົງຄະແນນສຽງ ໃນນະຄອນ New York, ວັນທີ 15 ພຶດສະພາ 2016. (Celia Mendoza/VOA Spanish)

ພັກອິດສະລະ ປະຊາທິປະໄຕ ຫຼື Democratic Liberation Party ທີ່ນິຍົມແນວທາງ ປານກາງ ຂອງທ່ານ Medina ໄດ້ກຳອຳນາດມາເປັນເວລາ 12 ປີແລ້ວ ໂດຍຊະນະ 4 ໃນ 5 ຄັ້ງ ຂອງການເລືອກຕັ້ງປະທານາທິບໍດີ ທີ່ຜ່ານມາ.

ໃນປີ 2015 ທ່ານ Medina ຜູ້ທີ່ຈຳກັດໃຫ້ເປັນປະທານາທິບໍດີ ນຶ່ງສະໄມ ໄລຍະ 4 ປີ ໄດ້ຮັບຜ່ານການປະຕິຮູບກົດໝາຍ ເພື່ອອຳນວຍໃຫ້ທ່ານ ລົງແຂ່ງຂັນໄດ້ ໃນສະໄໝ ທີສອງ.

ທ່ານ Medina ຮັບຜົນປະໂຫຍດຈາກເສດຖະກິດທີ່ຂະຫຍາຍຕົວຂຶ້ນ7 ເປີເຊັນ ໃນປີທີ່ ຜ່ານມາ. ແຕ່ພົນລະເມືອງ ສະທາລະນະລັດ ໂດມີນິກັນ 10 ລ້ານຄົນ ຊຶ່ງຫຼາຍກວ່າ 40 ເປີເຊັນ ແມ່ນກະປະມານວ່າ ມີສະພາບການເປັນຢູ່ຢ່າງຍາກຈົນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG