ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລັດຖະມົນຕີ ກະຊວງຍຸຕິທໍາ ກ່າວວ່າ ສາມໂຕເມືອງ ອາດເສຍທຶນ ລັດຖະບານກາງ ຍ້ອນປ່ອຍໃຫ້ເກີດຄວາມຮຸນແຮງ


ຕຳຫຼວດໃຊ້ເຄມີນໍ້າຕາ ທີ່ເຮັດໃຫ້ພວກປະທ້ວງຢູ່ຍາກ ລະຫວ່າງການເດີນຂະບວນປະທ້ວງ ທີ່ນະຄອນພອດແລນ ລັດອໍເຣກັນ ເມື່ອວັນທີ 5 ກັນຍາ 2020.
ຕຳຫຼວດໃຊ້ເຄມີນໍ້າຕາ ທີ່ເຮັດໃຫ້ພວກປະທ້ວງຢູ່ຍາກ ລະຫວ່າງການເດີນຂະບວນປະທ້ວງ ທີ່ນະຄອນພອດແລນ ລັດອໍເຣກັນ ເມື່ອວັນທີ 5 ກັນຍາ 2020.

ກະຊວງຍຸຕິທຳສະຫະລັດ ໃນວັນຈັນວານນີ້ກ່າວວ່າ ສາມໂຕເມືອງຂອງສະຫະລັດ “ໄດ້ປ່ອຍໃຫ້ເກີດຄວາມຮຸນແຮງ ແລະທຳລາຍຊັບສິນ” ດຳເນີນຢູ່ຕໍ່ມາ ແລະຂູ່ວ່າ ຈະຕັດທຶນລັດຖະບານກາງ ຖ້າຫາກເຂົາເຈົ້າ ບໍ່ເອົາມາດຕະການ ເພື່ອຟື້ນຟູກົດ ໝາຍ ແລະຄວາມເປັນລະບຽບຮຽບຮ້ອຍ.

ອີງຕາມລາຍງານຂ່າວສະບັບນຶ່ງແລ້ວ ນະຄອນນິວຢອກ ນະຄອນພອດແລນ ໃນລັດອໍເຣກັນ ແລະນະຄອນຊີອາໂຕ້ ໃນວໍຊິງຕັນ ແມ່ນສ່ຽງຕໍ່ການ ທີ່ຈະເສຍທຶນ ຂອງລັດຖະບານກາງ.

ລັດຖະມົນຕີກະຊວງຍຸຕິທຳ ທ່່ານວິລລຽມ ພີ ບາ ກ່າວວ່າ "ເວລາໃດບັນດາຜູ້ນຳ ລັດ ແລະທ້ອງຖິ່ນ ຊັກຊ້າບໍ່ໃຫ້ພວກເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍຂອງຕົນ ແລະ ບັນດາອົງການຕ່າງໆ ປະຕິບັດໜ້າທີ່ຂອງເຂົາເຈົ້ານັ້ນ ແມ່ນເປັນອັນຕະລາຍ ຕໍ່ ປະຊາຊົນທີ່ບໍ່ມີຄວາມຜິດ ຜູ້ທີ່ຄວນຈະໄດ້ຮັບການປ້ອງກັນ ຮວມທັງບັນດາຜູ້ໂຮມ ຊຸມນຸມ ແລະປະທ້ວງແບບສັນຕິ.”

ພວກເຮົາບໍ່ສາມາດໃຫ້ເງິນເສຍພາສີຂອງລັດຖະບານກາງ ໃຊ້ຢ່າງຟຸມເຟືອຍເວ ລາຄວາມປອດໄພຂອງປະຊາຊົນຕົກຢູ່ໃນຄວາມສ່ຽງ. ຄວາມຫວັງຂອງຂ້າພະເຈົ້າ ຄື ບັນດາເມືອງຕ່າງໆ ທີ່ລະບຸໂດຍກະຊວງຍຸຕິທຳມື້ນີ້ ຈະຕ່າວປິ້ນທິດທາງ ແລະ ຈິງຈັງກັບການປະຕິບັດງານຂັ້ນພື້ນຖານໃນການເຮັດໜ້າທີ່ຂອງລັດຖະບານ ແລະ ເລີ້ມປ້ອງກັນປະຊາຊົນຂອງເຂົາເຈົ້າເອງ.”

ເຈົ້າຄອງນະຄອນພອດແລນ ທ່ານເທດ ວີລເລີ ເຈົ້າຄອງນະຄອນນິວຢອກ ທ່ານ ບິລ ເດີ ບລາຊິໂອ ແລະເຈົ້າຄອງນະຄອນຊິອາໂຕ້ ທ່ານນາງ ເຈັນນີ ເດີເກິນ ໄດ້ຕອບໂຕ້ຕໍ່ຖະແຫຼງການ ຂອງລັດຖະມົນຕີກະຊວງຍຸຕິທຳ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG