ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະ​ຊວງ​ຍຸ​ຕິ​ທຳ ກຳ​ລັງ​ທົບ​ທວນ​ເອ​ກະ​ສານ​ທີ່​ອາດ​ເປັນ​ຄວາມ​ລັບ ຢູ່​ສູນ​ກາງ​ຂອງ​ທ່ານ ໄບ​ເດັນ


ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ຍົກ​ມື​ກ່ອນ​ຂຶ້ນ​ເຮືອ​ບິນ Air Force One ຢູ່​ສະ​ໜາມ​ບິນ​ສາ​ກົນ ແອ​ລ ປາ​ໂຊ, ລັດ ເທັກ​ຊັ​ສ, 8 ມັງ​ກອນ 2023.
ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ຍົກ​ມື​ກ່ອນ​ຂຶ້ນ​ເຮືອ​ບິນ Air Force One ຢູ່​ສະ​ໜາມ​ບິນ​ສາ​ກົນ ແອ​ລ ປາ​ໂຊ, ລັດ ເທັກ​ຊັ​ສ, 8 ມັງ​ກອນ 2023.

ກະ​ຊວງ​ຍຸ​ຕິ​ທຳ​ແມ່ນ​ກຳ​ລັງ​ທົບ​ທວນ​ເອກ​ະ​ສານ​ທີ່​ອາດ​ເປັນ​ຄວາມ​ລັບ​ຊຸດ​ນຶ່ງ​ທີ່​ຖືກ​ພົບ​ເຫັນ ​ຢູ່​ໃນບໍ​ລິ​ເວນຫ້ອງ​ການ​ອະ​ດີດ​ສະ​ຖາ​ບັນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ, ອີງ​ຕາມ​ການ​ກ່າວ​ຂອງ​ທຳ​ນຽບ​ຂາວ​ໃນ​ວັນ​ຈັນ​ວານນີ້ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າ​ເອ​ພີ.

ທີ່​ປຶກ​ສາ​ພິ​ເສດ​ຂ​ອງ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ ຣິ​ເຈີດ ຊາວ​ເບີ ໄດ້​ກ່າວ​ວ່າ “ເອ​ກະ​ສານ​ຈຳ​ນວນ​ນ້ອຍໆ ​ທີ່​ມີ​ກາ​ໝາຍ​ວ່າ​ລັບ” ຖືກພົບເຫັນ​ໃນ​ຂະ​ນະ​ທີ່​ໄອ​ຍະ​ການ​ສ່ວນ​ຕົວ​ຂອງ​ທ່ານ ໄບ​ເດັນ ໄດ້​ທຳ​ຄວາມ​ສະ​ອາດ​ຫ້ອງ​ການ ​ຂອງ​ສູນ​ກາງ Penn Biden, ບ່ອນ​ທີ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຮັກ​ສາ​ຫ້ອງ​ການ​ໄວ້ຫຼັງ​ຈາກ​ທ່ານ​ໄດ້​ອອກ​ຈາກ​ການ​ເປັນ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ປີ 2017 ຈົນ​ຮອດບໍ່​ດົນ​ກ່ອນ​ທ່ານ​ເປີດ​ການ​ໂຄ​ສະ​ນາ​ຫາ​ສຽງ​ປະ​ທາ​ນາ​ທິ​ບໍ​ດີ 2020 ໃນ​ປີ 2019. ເອກ​ກະ​ສານ​ດັ່ງ​ກ່າວ​ຖືກ​ພົບ​ເຫັນ​ໃນ​ວັນ​ທີ 2 ພະ​ຈິກ 2022, ໃນ “ຕູ້​ທີ່​ຖືກ​ລັອ​ກໄວ້” ຢູ່​ໃນ​ຫ້ອງ​ການ​ດັ່ງ​ກ່າວ, ອີງ​ຕາມ​ການ​ກ່າວ​ຂອງ​ທ່ານ ຊາວ​ເບີ.

ທ່ານ ຊາວ​ເບີ ໄດ້​ກ່າວ​ວ່າໄອ​ຍະ​ການ​ໄດ້​ແຈ້ງ​ໃຫ້​ຫ້ອງ​ການ​ທີ່​ປຶກ​ສາ​ທຳ​ນຽບ​ຂາວ​ຊາບ​ໃນ​ທັນ​ທີ, ຜູ້​ທີ່​ໄດ້​ແຈ້ງ​ຕໍ່​ຫ້ອງ​ການ​ເກັບ​ເອ​ກະ​ສານ​ແຫ່ງ​ຊາດ, ເຊິ່ງ​ໄດ້​ເກັບ​ຮັກ​ສາ​ເອ​ກະ​ສານ​ດັ່ງ​ກ່າວ​ໄວ້​ໃນ​ວັນ​ຕໍ່​ມາ.

ທ່ານ ຊາວ​ເບີ ໄດ້​ກ່າວ​ວ່າ “ນັບ​ຕັ້ງ​ແຕ່​ການ​ພົບ​ເຫັນ​ນັ້ນ, ໄອ​ຍະ​ການ​ສ່ວນ​ຕົວ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ຮ່ວມ​ມື​ກັບ​ຫ້ອງ​ການ​ເກັບເອ​ກະ​ສານ​ ແລະ ກະ​ຊວງ​ຍຸ​ຕິ​ທຳໃນ​ຂັ້ນ​ຕອນ​ນຶ່ງ​ເພື່ອ​ຮັບ​ປະ​ກັນ​ວ່າ​ທຸກໆ​ປະ​ຫວັດ​ຂອງ​ລັດ​ຖະ​ບານ​ທ່ານ ໂອ​ບາ​ມາ-ໄບ​ເດັນ ໄດ້​ຄອບ​ຄອງ​ເອ​ກະ​ສານ​ນັ້ນ​ຢ່າງ​ຖືກ​ຕ້ອງຫຼືບໍ່.”

ຄົນ​ຜູ້​ນຶ່ງ​ທີ່​ລຶ້ງ​ເຄີຍ​ກັບ​ບັນ​ຫາ​ດັ່ງ​ກ່າວ​ແຕ່ບໍ່​ໄດ້​ອະ​ນຸ​ຍາດ​ໃຫ້​ເວົ້າ ກ່ຽວ​ກັບ ມັນຢ່າງເປີດ​ເຜີຍ​ໄດ້​ກ່າວ​ວ່າ ລັດ​ຖະ​ມົນ​ຕີກະ​ຊວງ​ຍຸ​ຕິ​ທຳ ເມ​ຣິກ ກາ​ແລນ ໄດ້​ຂໍ​ ໃຫ້​ໄອ​ຍະ​ການສະ​ຫະ​ລັດ ສຳ​ລັບ​ເຂດ​ເໜືອ​ຂອງ​ລັດ​ອີ​ລີ​ນອຍ ທ່ານ ຈອນ ລອ​ຊ (John Lausch) ທົບ​ທວນ​ບັນ​ຫາ​ດັ່ງ​ກ່າວຫຼັງ​ຈາກ​ຫ້ອງ​ການ​ເກັບ​ເອ​ກະ​ສານ​ແຫ່ງ​ຊາດ​ໃຫ້​ມອບ​ບັນ​ຫາ​ດັ່ງ​ກ່າວ​ໃຫ້​ກະ​ຊວງ​ນັ້ນ. ທ່ານ ຈອນ ລອ​ຊ ຖືກ​ແຕ່ງ​ຕັ້ງ​ໃຫ້​ດຳ​ລົງ​ຕຳ​ແໜ່ງ​ຂອງ​ທ່ານ​ໂດຍ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ.

ຫ້ອງ​ການ​ເກັບ​ເອ​ກະ​ສານ​ແຫ່ງ​ຊາດບໍ່​ໄດ້​ຕອບ​ການ​ຂໍ​ຄຳ​ເຫັນ​ໃນ​ທັນ​ທີ​ເມື່ອ​ວັນ​ຈັນ​ວານນີ້. ​ການ​ຕິດ​ຕໍ່​ເພື່ອ​ຄຳ​ເຫັນ​ຈາກ​ຫ້ອງ​ການ​ຂອງ​ໄອ​ຍະ​ການ ສະ​ຫະ​ລັດ ໃນ​ນະ​ຄອນ ຊິ​ຄາ​ໂກ ກໍ​ບໍ່​ໄດ້ຖືກຕອບ​ກັບ​ໃນ​ທັນ​ທີ​ໃນ​ວັນ​ຈັນ​ວານນີ້.

ໂທ​ລະ​ພາບ CBS ແມ່ນ​ຜູ້​ທຳ​ອິດ​ທີ່​ໄດ້​ລາຍ​ງານ​ການ​ຄົ້ນ​ພົບ​ຂອງ​ເອ​ກະ​ສານ​ທີ່​ອາດ​ເປັນ​ຄວາມ​ລັບ​ນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG