ກະຊວງຍຸຕິທຳສະຫະລັດ ໄດ້ກ່າວຫາພະນັກງານສັນຍາຈ້າງຄົນນຶ່ງ ທີ່ອົງການຄວາມໝັ້ນ
ຄົງແຫ່ງຊາດວ່າ “ມີເຈດຕະນາ ທີ່ຈະເກັບຂໍ້ມູນ ໃນດ້ານປ້ອງກັນປະເທດເອົາໄວ້” ໂດຍ
ກ່າວວ່າ ຜູ້ກ່ຽວໄດ້ລັກຂະໂມຍ ແລະເກັບຮັກສາຂໍ້ມູນລັບດັ່ງ ກ່າວໄວ້ໃນບ່ອນທີ່ບໍ່ປອດໄພ
ມາໄດ້ສອງທົດສະວັດກວ່າໆແລ້ວ.
ຜູ້ຕ້ອງສົງໄສ ຄືທ້າວ Harold Thomas Martin ອາຍຸ 52 ປີ ໄດ້ຖືກຟ້ອງໃນວັນພຸດ
ວານນີ້ ໂດຍຄະນະຕຸລາການຂອງລັດຖະບານກາງ. ເຈົ້າໜ້າທີ່ຂອງ ລັດຖະບານກາງ
ສະຫະລັດກ່າວວ່າ ການລັກຂະໂມຍຂອງຜູ້ກ່ຽວ ອາດຈະເປັນ ການລັກຂະໂມຍເອົາ
ຂໍ້ມູນລັບຂອງລັດຖະບານທີ່ໃຫຍ່ທີ່ສຸດ ໃນປະຫວັດສາດກໍ ເປັນໄດ້.
ທ້າວ Martin ປະເຊີນກັບຂໍ້ຫາ 20 ກະໂທງ ຊຶ່ງແຕ່ລະກະໂທງ ອາດມີໂທດ ຈຳຄຸກ
ເຖິງ 10 ປີ.
ທ້າວ Martin ເປັນພະນັກງານສັນຍາຈ້າງລັດຖະບານກັບບໍລິສັດ Booz Allen
Hamilton ເວລາຜູ້ກ່ຽວຖືກຈັບໃນເດືອນສິງຫາປີກາຍ. ລາວໄດ້ຜ່່ານການກວດ ສອບ
ໃຫ້ເຂົ້າເຖິງຄວາມລັບຂັ້ນສູງສຸດຂອງສະຫະລັດ.
ໄອຍະການຂອງລັດຖະບານກ່າວວ່າ ທ້າວ Martin ໄດ້ລັກຂະໂມຍເອົາເອກກະສານ
ລັບຂອງ ລັດຖະບານ ເລີ້ມມາແຕ່ປີ 1993 ແລະເກັບຮັກສາເອກກະສານເຫຼົ່ານີ້ໄວ້
ໃນລົດແລະເຮືອນຂອງຜູ້ກ່ຽວ ໃນເຂດຊານເມືອງຂອງນະຄອນຫຼວງວໍຊິງຕັນ.
ບໍລິສັດ Booz Allen Hamilton ຍັງເປັນນາຍຈ້າງ ຂອງ ທ້າວ Edward Snowden
ທີ່ໄດ້ເປີດເຜີຍຂໍ້ມູນລັບຕໍ່ສື່ມວນຊົນໃນປີ 2013 ແລະເວລານີ້ລີ້ໄພຢູ່ຣັດເຊຍ.