ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຮັດທຸລະກິດຮ້ານລາບ ໃນນະຄອນຫຼວງວຽງຈັນ


ພາບອາຫານເປັນຊຸດ ທີ່ປະກອບເຂົ້າໜຽວ, ລາບຊີ້ນ ແລະຜັກ ທີ່ໄດ້ຮັບການສະໜອງ ຈາກຜູ້ປະກອບການຮ້ານລາບ T2
ພາບອາຫານເປັນຊຸດ ທີ່ປະກອບເຂົ້າໜຽວ, ລາບຊີ້ນ ແລະຜັກ ທີ່ໄດ້ຮັບການສະໜອງ ຈາກຜູ້ປະກອບການຮ້ານລາບ T2

ລາບ ເປັນອາຫານທີ່ຂຶ້ນຊື່ ແລະຄຽງຄູ່ກັບຄົນລາວ ມາແຕ່ດົນນານ, ເຊິ່ງປັດຈຸບັນ ຮ້ານລາບກໍມີຫຼາຍ ແລະຫາຊື້ກິນໄດ້ທົ່ວໄປ. ເຮັດແນວໃດຈຶ່ງໃຫ້ຮ້ານລາບເປັນທີ່ຕິດໃຈຂອງລູກຄ້າ, ທິບສຸດາ ມີລາຍລະອຽດ ກ່ຽວກັບທຸລະກິດຂະໜາດນ້ອຍຂອງຮ້ານລາບ ມາສະເໜີທ່ານໃນອັນດັບຕໍ່ໄປ.

ປັດຈຸບັນ, ເນື່ອງຈາກຜູ້ຄົນພາກັນເຮັດວຽກເຮັດການຫຼາຍຂຶ້ນ ສະນັ້ນການມາບໍລິໂພກອາຫານຢູ່ຕາມຮ້ານ ຈຶ່ງເປັນທາງເລືອກທໍາອິດ ຂອງພວກເຂົາເຈົ້າ. ນາງພຸດສະຫວັນ ອິນທີຮັກສາ, ເປັນຜູ້ປະກອບການຮ້ານລາບ T2 ທີ່ຕັ້ງຢູ່ບ້ານວຽງຄໍາ ກໍາແພງນະຄອນຫຼວງວຽງຈັນກ່າວວ່າ ຮ້ານລາບຂອງລາວມີຊື່ສຽງມາດົນນານ, ແລະຂາຍດີທຸກໆມື້, ລູກຄ້າຫຼາຍໆຄົນກໍມັກ, ເຊິ່ງນາງໄດ້ເລົ່າສູ່ຟັງກ່ຽວກັບຈຸດເດັ່ນ ທີ່ຈະເຮັດໃຫ້ລູກຄ້າມາທີ່ຮ້ານວ່າ:

“ຄວາມສະໝໍ່າສະເໝີ ຄືນຶ່ງ: ເຈົ້າຕ້ອງເປີດຮ້ານແບບສະໝໍ່າສະເໝີ, ເຈົ້າຕ້ອງມີວິໄນຂອງເຈົ້າ ບໍ່ແມ່ນວ່າມື້ໃດເຈົ້າຢາກປິດ ເຈົ້າກໍປິດ, ເຈົ້າເປີດສະໝໍ່າສະເໝີ ລູກຄ້າເຂົາກໍຈະມາຫາເຈົ້າສະໝໍ່າສະເໝີ. ສອງ: ວັດຖຸດິບ ແລະລົດຊາດ ເຈົ້າຕ້ອງເຮັດໃຫ້ມັນສະໝໍ່າສະເໝີຄືເກົ່າ ບໍ່ແມ່ນວ່າເຈົ້າເຄີຍໃສ່ 10 ເຄື່ອງຂຶ້ນ ລາຄາຂຶ້ນ ເຈົ້າໄປໃສ່ເຫຼືອ 9 ເຫຼືອ 8 ອັນນັ້ນມັນຮ້ອງວ່າບໍ່ສະໝໍ່າສະເໝີ, ເຖິງວ່າເຮົາຈະໄດ້ກໍາໄລໜ້ອຍລົງຈາກທີ່ວ່າຕອນລາຄາເຄື່ອງຂຶ້ນກະຢ່າ ແຕ່ວ່າເຮົາຈະອາໄສເອົາຕອນລາຄາເຄື່ອງລົງ ໄດ້ກໍາໄລຕອນນັ້ນມາຕ້ານຕອນເຄື່ອງແພງ ແຕ່ວ່າເຮົາຈະບໍ່ຫຼຸດປະລິມານ ຫຼືວ່າຄຸນນະພາບລົງ. ລອງເບິ່ງວ່າຈະປະສົບຜົນສໍາເລັດບໍ ແຕ່ວ່າຜ່ານມານັ້ນພວກນ້ອງຈະເຮັດແບບນີ້ ຖືວ່າເປັນລະບຽບວິໄນຂອງຮ້ານເຮົາເລີຍ.”

ປີ້ງແປ້ງນົມງົວ, ເຊິ່ງເປັນອີກນຶ່ງຈານເດັ່ນຂອງຮ້ານ ທີ່ລູກຄ້າສັ່ງປະຈໍາ. (ພາບທີ່ໄດ້ຮັບການສະໜອງຈາກຜູ້ປະກອບການ ຮ້ານລາບ T2)
ປີ້ງແປ້ງນົມງົວ, ເຊິ່ງເປັນອີກນຶ່ງຈານເດັ່ນຂອງຮ້ານ ທີ່ລູກຄ້າສັ່ງປະຈໍາ. (ພາບທີ່ໄດ້ຮັບການສະໜອງຈາກຜູ້ປະກອບການ ຮ້ານລາບ T2)

ຮ້ານລາບ, ຟັງເບິ່ງແລ້ວຄືວ່າເປັນທຸລະກິດແບບດັ້ງເດີມ ແຕ່ຄວາມເປັນຈິງແລ້ວ ທຸລະກິດດ້ານນີ້ ເໝາະສົມກັບການເປີດກິດຈະການ ໃຫ້ຜູ້ຄົນທີ່ອາໄສຢູ່ໃນທ້ອງ ຖິ່ນ, ໂດຍສະເພາະແລ້ວ ໃນຍາມທີ່ຜູ້ຄົນພາກັນຫຍຸ້ງຍາກກັບວຽກງານ ແລະຕ້ອງໄດ້ອາໄສກິນຢູ່ຮ້ານ.

ສໍາລັບຮ້ານລາບ, ເຖິງແມ່ນວ່າຈະມີຜູ້ບໍລິໂພກຫຼາຍ ແຕ່ຜູ້ປະກອບການກ່າວວ່າ ຄວາມແຕກຕ່າງໃນການບໍລິການກໍ່ເປັນສິ່ງສໍາຄັນເຊັ່ນ: ຄວາມສະອາດໃນສຸຂະອະນາໄມ, ຄວາມສົດໃໝ່ຂອງອາຫານ.

ນຶ່ງໃນລູກຄ້າຂອງຮ້ານ ທີ່ມາໃຊ້ບໍລິການເປັນປະຈໍາກ່າວວ່າ ນາງມັກມາໃຊ້ບໍລິການຮ້ານນີ້ ເນື່ອງຈາກການບໍລິການທີ່ເປັນກັນເອງ, ເຊິ່ງນາງກ່າວວ່າ:

“ທີ່ຈິງຮ້ານລາບ T2 ກໍເປັນຮ້ານທໍາອິດທີ່ໄປກິນລາບ ແລະມີຄວາມຮູ້ສຶກວ່າ ເວລາກິນລາບແລ້ວມັນແຊບ ແລະດ້ວຍຄວາມທີ່ວ່າຢູ່ເຮືອນກໍພາກັນມັກກິນລາບດິບ ແລະຢູ່ຮ້ານກໍແບບວ່າຊີ້ນສົດ ລາວຈະອອກຕະຫຼາດຊື້ຊີ້ນສົດ ຊີ້ນໃໝ່ທຸກມື້ ແລະເວລາກິນລາບດິບແລ້ວຮູ້ສຶກວ່າ ແຊບ ແລະທີ່ສໍາຄັນມັນບໍ່ເຈັບທ້ອງ ແຕ່ເຖິງວ່າແຖວນັ້ນ ຈະເປັນໄຊນາທາວ ແຕ່ຜູ້ໄປກິນກະມີຫ້ອງລ້າຫ້ອງການ ໄປກິນ, ພວກຈີນຢູ່ແຖວນັ້ນກໍຍັງໄປກິນ, ຄວາມໝາຍກໍຄື ເຈົ້າຂອງຮ້ານກໍກັນເອງ, ນິໄສດີ ອາຫານກໍແຊບ ຈັງຊີ້ນະ.”

ສໍາລັບຮ້ານລາບດັ່ງກ່າວແມ່ນເປີດບໍລິການມາສາມລຸ້ນແລ້ວ, ຈຸດເດັ່ນ ແມ່ນຂາຍອາຫານທຸກໆຢ່າງທີ່ເປັນອາຫານລາວເດີມ ໂດຍເນັ້ນໃສ່ການຂາຍລາບຊີ້ນ, ລາບເປັດ ແລະກ້ອຍປາ, ພ້ອມທັງປີ້ງເຄື່ອງໃນ, ຕົ້ມ, ແກງ ແລະອື່ນໆ.

ສໍາລັບການຂາຍ, ຜູ້ປະກອບການກ່າວວ່າ ເນື່ອງຈາກສະພາບເສດຖະກິດຂອງເງິນມີການປ່ຽນແປງ, ທຸກຢ່າງກໍແພງຂຶ້ນ. ສະນັ້ນ ຈຶ່ງມີການປ່ຽນແປງລາຄາເລັກນ້ອຍໃຫ້ພໍດີກັບສະພາບຂອງສັງຄົມໃນປັດຈຸບັນ, ແຕ່ກໍບໍ່ແຕກຕ່າງຫຼາຍ.

ແນວໃດກໍຕາມ, ເຈົ້າຂອງຮ້ານບອກວ່າ ກຸ່ມເປົ້າໝາຍຂອງຮ້ານຈະມີທຸກຊົນຊັ້ນຄົນ, ສະນັ້ນ ລາຄາຂາຍ ຈຶ່ງເປັນລາຄາທີ່ທຸກຄົນສາມາດຮັບປະທານໄດ້ ເຊັ່ນວ່າ: ລາບຈານນຶ່ງ 35,000 ຈາກລາຄາເກົ່າ 30,000, ຕົ້ມ 1 ຖົງ 30,000 ແລະ 1 ໝໍ້ 50,000, ລາຄານີ້ແມ່ນສໍາລັບບໍລິການລູກຄ້າທີ່ເຂົ້າມາຮັບປະທານ ໃນຮ້ານ.

ສໍາລັບວັດຖຸດິບທີ່ສະໜອງໃຫ້ທາງຮ້ານ, ນາງກ່າວວ່່າ ນາງຈະມີຕະຫຼາດຮັບສົ່ງໃນທຸກໆມື້, ສະເພາະຊີ້ນ ແລະ ເຄື່ອງໃນ ນາງຈະໃຊ້ປະມານ 25 ກິໂລ. ນອກຈາກນັ້ນ ກໍມີເປັດ, ປາ ແລະວັດຖຸດິບອື່ນໆ ທີ່ມີສະໜອງໃຫ້ຄົບຖ້ວນ ແລະພຽງພໍໃນແຕ່ລະວັນ.

ພາບທີ່ໄດ້ຮັບການສະໜອງຈາກຜູ້ປະກອບການ ຮ້ານລາບ T2.
ພາບທີ່ໄດ້ຮັບການສະໜອງຈາກຜູ້ປະກອບການ ຮ້ານລາບ T2.

ເມື່ອຖາມວ່າ ວັດຖຸດິບເຄີຍມີສະໜອງໃຫ້ແບບບໍ່ພຽງພໍ ຫຼືຂາດບໍ? ນາງກ່າວວ່າ ເນື່ອງຈາກໃນແຕ່ລະມື້, ຕະຫຼາດສົດ ຈະມີການນໍາເຂົ້າວັດຖຸດິບ ໃນແຕ່ລະວັນ, ດັ່ງນັ້ນ ການສະໜອງວັດຖຸດິບໃຫ້ທາງຮ້ານ ຈຶ່ງພຽງພໍຕາມຄວາມຕ້ອງການຕະ ຫຼອດເວລາ ແລະບໍ່ໜ້າກັງວົນ.

ປັດຈຸບັນນີ້, ຮ້ານດັ່ງກ່າວເປີດບໍລິການເປັນຮ້ານໃຫຍ່ ແລະສາມາດບັນຈຸໄດ້ປະມານ 150 ຄົນ, ຕັ້ງຢູ່ໃນຂົງເຂດທີ່ມີຄົນສັນຈອນໄປມາຫຼາຍ, ເຊິ່ງທາງຮ້ານຈະເປີດບໍລິການແຕ່ວັນຈັນ ຫາ ວັນເສົາ, ໃນເວລາ 8 ໂມງເຊົ້າ ຫາ 5 ໂມງແລງ.

ສະຫຼຸບລວມແລ້ວ, ກິດຈະການຮ້ານລາບ ກໍເປັນທຸລະກິດອັນນຶ່ງທີ່ດໍາເນີນໄປໄດ້ດີ ແລະສ້າງລາຍໄດ້ຫຼາຍໃນແຕ່ລະມື້, ແລະກໍເໝາະສົມກັບທຸກລະດູການ ເພາະເປັນອາຫານທີ່ຄົນຢູ່ໃນຂົງເຂດນິຍົມກິນ, ລາຄາກໍ່ບໍ່ປ່ຽນແປງແບບໂຕນຂັ້ນ ເຖິງວ່າສະພາບເສດຖະກິດຈະພົບກັບຄວາມຫຍຸ້ງຍາກ ເພາະວັດຖຸດິບເກືອບທັງໝົດ ແມ່ນຫາໄດ້ຈາກພາຍໃນປະເທດ ບວກກັບສະຖານທີ່ທີ່ອໍານວຍຄວາມສະດວກ, ແຕ່ເທັກນິກ ກໍຂຶ້ນຢູ່ກັບຜູ້ປະກອບການແຕ່ລະຄົນອີກດ້ວຍ.

XS
SM
MD
LG