ບັນດາເຈົ້າໜ້າທີ່ ອັຟການິສຖານ ເວົ້າວ່າລັດຖະບານໄດ້ຕັດສິນໃຈທີ່ຈະຈັດການເຈລະຈາສັນຕິ ພາບຮອບທີສອງກັບກຸ່ມຕາລິບານໃນນະຄອນຫຼວງ ໂດຮາ, ເປັນບ່ອນດຽວກັນທີ່ໄດ້ຈັດການເຈລະ ຈາຮອບທຳອິດ.
ທ່ານ ຟາຣີດູນ ຄໍຊູນ (Faridoon Khawzoon) ໂຄສົກສຳລັບສະພາສູງເພື່ອ ການປ້ອງດອງຊາດຂອງ ອັຟການິສຖານ, ເຊິ່ງແມ່ນອົງການທີ່ຮັບຜິດຊອບສຳລັບການຄວບຄຸມການເຈລະຈາໄດ້ກ່າວວ່າ ການຕັດສິນໃຈໄດ້ມີຂຶ້ນຍ້ອນການຫ້າມເດີນທາງທີ່ກ່ຽວຂ້ອງກັບ COVID-19.
ຫຼາຍປະເທດໄດ້ຍາດແຍ່ງກັນຈັດການເຈລະຈາສັນຕິພາບດັ່ງກ່າວລວມມີ ປະເທດ ນໍເວ ແລະ ເຢຍ ຣະມັນ.
ນະຄອນຫຼວງ ໂດຮາ ຍັງເປັນສະຖານທີ່ສຳລັບການເຈລະຈາລະຫວ່າງ ສະຫະລັດ ກັບ ກຸ່ມຕາລິບານ ທີ່ໄດ້ນຳໄປສູ່ການເຊັນຂໍ້ຕົກລົງລະຫວ່າງສອງປະເທດດັ່ງກ່າວໃນ ອັຟການິສຖານ ໃນປີ 2020 ນີ້. ກຸ່ມ ຕາລິບານ ໄດ້ຮັກສາຫ້ອງການທາງການເມືອງທີ່ບໍ່ເປັນທາງການໃນນະຄອນຫຼວງ ໂດຮາ ເປັນເວລາຫຼາຍປີແລ້ວ.
ທ່ານ ຄໍຊູນ ໄດ້ກ່າວວ່າ ຄະນະກຳມະການນຳພາຂອງອົງການ AHCNR ໄດ້ອະນຸຍາດໃຫ້ທີມຂອງລັດຖະບານ ອັຟການິສຖານ ທຳການເຈລະຈາ ກ່ຽວກັບ ວາລະແຜນການຂອງການເຈລະຈາຕ່າງໆກັບກຸ່ມຕາລິບານ.
ໃນຮອບທຳອິດ, ທັງສອງຝ່າຍໄດ້ຕົກລົງກັນ ກ່ຽວກັບ ຂໍ້ປະຕິບັດເພື່ອນຳພາການເຈລະຈາຕ່າງໆ. ກ່ອນຈະພັກສາມອາທິດນັ້ນ, ທັງສອງຝ່າຍໄດ້ແລກປ່ຽນແຜນກອງປະຊຸມຕ່າງໆ. ການເຈລະຈາແມ່ນຄາດວ່າຈະສືບຕໍ່ໃນວັນທີ 5 ມັງກອນປີ 2021.
ຫ້ອງການຂອງປະທານາທິບໍດີ ອາສຣັຟ ການີ ຍັງໄດ້ຢືນຢັນວ່ານະຄອນຫຼວງ ໂດຮາ ເປັນສະຖານ ທີ່ສຳລັບຮອບທີສອງເພື່ອອະນຸຍາດໃຫ້ການເຈລະຈາຕ່າງໆເລີ່ມຄືນຕົງເວລາ. ທ່ານ ການີ ໄດ້ສະເໜີວ່າຮອບທີສອງ ແລະ ການເຈລະຈາຕາມມາຄວນຖືກຈັດຂຶ້ນໃນ ອັຟການິສຖານ.
ກຸ່ມຕາລິບານ ບໍ່ໄດ້ຮັບຮູ້ລັດຖະບານ ການີ ວ່າຖືກຕ້ອງຕາມກົດໝາຍ ແລະ ໄດ້ປະຕິເສດການສະເໜີທີ່ວ່ານັ້ນ.