ການເຄື່ອນໄຫວເພື່ອຕອບໂຕ້ຫວ່າງມໍ່ໆມານີ້ ຂອງປາແລສ
ໄຕນ໌ ແລະອິສຣາແອລໄດ້ຕັ້ງຄຳຖາມຂື້ນມາວ່າ ຄວາມກ້າວ
ໜ້າສາມາດເປັນ ໄປໄດ້ບໍໃນປີນີ້ ກ່ຽວກັບການເຈລະຈາສັນ
ຕິພາບ ຊຶ່ງສະຫະລັດເປັນຜູ້ ຊ່ວຍໄກ່ເກ່ຍ ທີ່ຕົກຢູ່ໃນສະ
ພາບບໍ່ໄປບໍ່ມານັ້ນ. ປາແລສໄຕນ໌ ໄດ້ພະ ຍາຍາມ ແຕ່ບໍ່
ເປັນຜົນສຳເລັດ ເພື່ອນຳສະເໜີຮ່າງຍັດຕິຕໍ່ສະຫະປະຊາ
ຊາດ ທີ່ຈະກຳນົດເສັ້ນຕາຍສາມປີເພື່ອກໍ່ຕັ້ງລັດປາແລສ
ໄຕນ໌. ຫຼັງຈາກ ນັ້ນແລ້ວ ເຂົາເຈົ້າກໍເລີ້ມການດຳເນີນຄວາມ
ພະຍາຍາມ ເພື່ອເຂົ້າຮ່ວມ ສານອາຍານາໆຊາດ ເພື່ອຈະ
ສາມາດຟ້ອງຮ້ອງອິສຣາແອລ ໃນຂໍ້ຫາ ກໍ່ອາຊະຍາກຳສົງ
ຄາມ. ການເຄື່ອນໄຫວນີ້ໄດ້ເຮັດໃຫ້ອິສຣາແອລ ຢຸດໂອນ
ເງິນລາຍໄດ້ພາສີປະຈຳເດືອນ ໃຫ້ແກ່ລັດຖະບານ ປາແລສ
ໄຕນ໌. ດັ່ງນັກຂ່າວວີໂອເອປະຈຳກະຊວງຕ່າງປະເທດສະ
ຫະລັດ Pam Dockins ລາຍງານລາຍງານມານັ້ນ ພວກ
ນັກວິເຄາະບາງຄົນກ່າວວ່າ ສະຫະລັດອາດຕ້ອງການດັດ
ແປງຍຸດທະສາດ ໃນການໄກ່ເກ່ຍຂອງຕົນ ຊຶ່ງ ກິ່ງສະຫວັນ
ຈະນຳມາສະເໜີທ່ານ.
ທ່ານນາງ Jen Psaki ໂຄສົກກະຊວງຕ່າງປະເທດສະຫະລັດ ກ່າວວ່າ “ຍາກ ດັ່ງທີ່ໃນຂະນະທີ່ປາແລສໄຕນ໌ ເບິ່ງໄປຫາສານອາຍານາໆຊາດ ຫລື ICC ເພື່ອໃຫ້ການສະໜັບສະໜູນ ແລະອິສຣາແອລ ພິຈາລະນາກ່ຽວ ກັບການເຄື່ອນໄຫວໃນຂັ້ນຕໍ່ໄປຂອງ
ຕົນນັ້ນ ສະຫະລັດ ກ່າວວ່າ ການພົວພັນແບບສ້າງສັນແມ່ນວິທີທາງດຽວທີ່ຈະກ້າວເດີນ
ໄປໜ້າ.
ເຫັນຢູ່ນີ້ ທຸກໆຝ່າຍຕ້ອງການຊອກຫາຊ່ອງທາງ ປະ ຕິບັດງານແບບສ້າງສັນ
ແລະຮ່ວມໄມ້ຮ່ວມມືກັນເພື່ອຫລຸດຜ່ອນຄວາມເຄັ່ງຕືງ ປະຕິເສດຕໍ່ການໃຊ້
ຄວາມຮຸນແຮງແລະຊອກຫາຊ່ອງທາງກ້າວ ເດີນໄປໜ້າ.”
ທ່ານນາງກ່າວວ່າ ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ໄດ້ເຮັດວຽກ
ໜັກ ເພື່ອຊຸກຍູ້ໃຫ້ທັງສອງຝ່າຍກ້າວໄປຂ້າງໜ້າ.
ທ່ານ Aaron David Miller ນັກວິເຄາະກ່ຽວກັບພາກຕາເວັນອອກກາງ ຈາກສູນກາງ
Woodrow Wilson ກ່າວວ່າ ແຕ່ການດຳເນີນ ຄວາມພະຍາຍາມທາງການທູດສະຫະ
ລັດ ອາດຈະປະສົບກັບອຸບປະ ສັກກີດກັ້ນ ທີ່ຍາກສຳຫລັບການເຄື່ອນໄຫວໄປໜ້າ.
ທ່ານ Miller ກ່າວວ່າ “ນີ້ເປັນການຍາກຫລາຍ ແລະຄວາມກ້າວໜ້າ ແມ່ນຍາກທີ່
ຈະບັນລຸໄດ້ ແລະບັດນີ້ ທ່ານກຳລັງກ່າວເຖິງໝາກຫົວໃຈ ທີ່ສຳຄັນສຸດ ໃນການ
ຂັດແຍ້ງລະຫວ່າງອິສຣາແອລ ກັບປາແລສໄຕນ໌ ຄືເລື້ອງນະຄອນເຈຣູຊາແລັມ
ອົບພະຍົບທີ່ຢູ່ໃນບ່ອນຄັບແຄບຈຳກັດ.”
ທ່ານກ່າວວ່າ ການນຳພາຂອງທັງສອງຝ່າຍ ກໍເປັນພາກສ່ວນນຶ່ງຂອງບັນຫາ.
ທ່ານ Miller ກ່າວຕື່ມວ່າ “ທັງນາຍົກລັດຖະມົນຕີອິສຣາແອລຄົນນີ້ ຫລືປະທານາ
ທິບໍດີປາແລສໄຕນ໌ ຫລືປະທານາທິບໍດີອາເມຣິກັນ ຕ່າງ ກໍບໍ່ມີການຕັດສິນໃຈ ຄວາມຊຳນິຊຳນານຫລືຄວາມສາມາດ ຫລືຢ່າງ ໜ້ອຍເຂົາເຈົ້າຍັງບໍ່ທັນໄດ້ສະ
ແດງມັນອອກມາເທື່ອ ທີ່ຕ້ອງປະຕິບັດໃນສິ່ງທີ່ຕ້ອງເຮັດການຕັດສິນໃຈທີ່ຈຳເປັນນັ້ນ.”
ອີງຕາມ ທ່ານ Miller ແລ້ວ ບັນຫາທ້າທາຍອຶ່ນໆຢູ່ໃນຂົງເຂດ ເຊັ່ນວ່າ ການມີອິດທິພົນ
ເພີ້ມຂື້ນຂອງກຸ່ມລັດອິສລາມ ແລະການເຈລະຈານິວເຄລຍກັບອີຣ່ານນັ້ນ ອາດຈະເຮັດ
ໃຫ້ລັດຖະບານທ່ານໂອບາມາ ຫຍຸ້ງນຳຢູ່ນັ້ນ.
ທ່ານ Micheal Rubin ນັກວິເຄາະ ຈາກສະຖາບັນ American Emterprise ກ່າວວ່າ
ແຕ່ສະຫະລັດບໍ່ມີຄວາມຈຳເປັນ ທີ່ຈະຕ້ອງຊັ່ງຊາຍຸດທະສາດທັງໝົດຂອງຕົນຄືນໃໝ່
ເພື່ອຮັບມືກັບອິສຣາແອລ ແລະປາແລສໄຕນ໌.
ທ່ານ Rubin ກ່າວວ່າ “ສິ່ງທີ່ສະຫະລັດ ຈຳເປັນຕ້ອງໄດ້ເຮັດກໍຄືປະ ຕິເສດບໍ່ຍອມ
ປ່ຽນທິດທາງ ແລະຢັນຢັດວ່າ ຂໍ້ຕົກລົງທີ່ທັງສອງຝ່າຍ ທີ່ໄດ້ເຫັນພ້ອມນຳກັນໄປ
ແລ້ວນັ້ນ ຈະຕ້ອງໄດ້ບັນລຸເປົ້າໝາຍ.”
ທ່ານກ່າວວ່າ ການດຳເນີນຄວາມພະຍາຍາມ ພາຍໃຕ້ການນຳພາຂອງ ສະຫະລັດ ທີ່ຈະ
ຕັດທຶນການຊ່ວຍເຫລືອຂອງນາໆຊາດ ອາດຈະບັງ ຄັບໃຫ້ທັງສອງຝ່າຍ ກັບຄືນມາສູ່
ໂຕະເຈລະຈາກັນໃໝ່.
ທ່ານ Rubin ຈາກສະຖາບັນ American Enterprise ກ່າວວ່າ “ຖ້າວ່າເງິນບໍ່ເປັນທີ່ສີ້ນສຸດ ຖ້າວ່າບໍ່ເຄີຍມີການຂັດຂວາງຕໍ່ການຊ່ວຍເຫລືອ ເພື່ອບູລະນະສ້າງສາຄືນ
ໃໝ່ ຫລັງຈາກໄດ້ມີການຕັດສິນໃຈເພື່ອທຳສົງ ຄາມ ເພາະສະນັ້ນທັງໝົດມັນຈຶ່ງ
ເປັນການງ່າຍທີ່ຈະເຮັດສົງຄາມກັນ.”
ບັນດາເຈົ້າໜ້າທີ່ກະຊວງຕ່າງປະເທດສະຫະລັດ ກ່າວວ່າ ອິສຣາແອລ ແລະປາແລສໄຕນ໌
ຈຳເປັນຕ້ອງໄດ້ເລືອກກ່ຽວກັບວ່າ ບາດກ້າວອັນໃດທີ່ເຂົາເຈົ້າຈະເອົາ ແຕ່ສະຫະລັດຍັງ
ສືບຕໍ່ມີຄວາມເຊື່ອວ່າ ການສົນທະ ນາຫາລືກັນເປັນວິທີທາງດຽວເທົ່ານັ້ນ ທີ່ຈະແກ້ໄຂບັນ
ຫາຕ່າງໆ ໃນລະຍະຍາວໄດ້.