ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທຳນຽບຫ້າແຈ ສັນຍາວ່າ ຈະສືບສວນ ການໂຈມຕີ ທາງອາກາດ ຢ່າງ 'ຄົບຖ້ວນ ແລະ ໂປ່ງໃສ'


Afghanistan Kunduz
please wait
Embed

No media source currently available

0:00 0:02:07 0:00

ຊົມວີດີໂອ ລາຍງານນີ້

ວໍ​ຊິງ​ຕັນ​ກ່າວ​ວ່າ ຕົນ​ຈະ​ເລີ້ມການ​ສືບສວນ​ສອບ​ສວນ ​ເພື່ອ​ຕັດ
ສິນ​ວ່າ ການ​ໂຈມຕີ​ທາງ​ອາກາດ ​ຂອງ​ພວກ​ເຂົາ​ເຈົ້າ ​ໄດ້​ແນເປົ້າ
ໝາຍໃສ່ ​ໂຮງໝໍ​ທີ່​ບໍລິຫານ​ໂດຍ​ ອົງການ​ແພດ​ບໍ່​ມີ​ພົມ​ແດນ ຊຶ່ງ
​ເປັນ​ອົງການ​ກຸສົນ ທີ່​ຮູ້ຈັກ​ກັນ​ຄື MSF ທີ່​ຫຍໍ້​ມາ​ຈາກ​ພາສາ​ຝຣັ່ງ
ອັນ​ເຮັດ​ໃຫ້ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 22 ຄົນນັ້ນ​ແທ້​ຫຼື​ບໍ່.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ສະຫະລັດ ທ່ານ Ash Carter ​
ໄດ້​ໃຫ້​ຄຳ​ໝັ້ນສັນຍາ ວ່າຈະສື​ບສວນ​ສອບ​ສວນ ຢ່າງ​ຄົບ​ຖ້ວນ
​ແລະໂປ່​ງ​ໃສ.

ກ່ານ​ຖິ້ມລະ​ເບີດ​ ​ໃນ​ເມືອງ Kunduz ​ໃນວັນ​ເສົາ​ຜ່ານ​ມາ ຢູ່​
ທາງ​ພາກ​ເໜືອ​ຂອງ​ອັຟກາ​ນິສຖານ ນັ້ນ ​ໄດ້​ກໍ່​ໃຫ້​ເກີດ ການ​ຕຳ​ນິຕິ​ຕຽນ ຢ່າງໜັກ​ຈາກ​
ອົງການ​ຊ່ວຍ​ເຫຼືອຕ່າງໆ.


ໃນ​ການ​ກ່າວ​ຖະ​ແຫລ​ງຕໍ່​ບັນດາ​ນັກ​ຂ່າວ ​ໃນ​ຂະນະ​ທີ່ເດີນທາງ​ໄປ​ຍັງ ປະ​ເທດສະ​ເປ​ນ ທ່ານ Carter ​ໄດ້​ເຕືອນ​ວ່າ ສະຖານະ​ການ​ໃນ Kunduz ​ແມ່ນ “ສັບສົນ ​ແລະ ສະ​ລັບ​ຊັບຊ້ອນ” ​ ໃນ​ຂະນະ​ທີ່ໃຫ້​ສັນຍາ​ວ່າ “ພວກ​ເຮົາ​ຈະ​ນຳ​ເອົາ​ຄວາມ​ຈິງ​ທັງຫຼາຍອອກ​ມາ.” ທ່ານ​ຍັງ​ກ່າວ​ອີກ​ວ່າ ທ່ານ​ໄດ້​ສັ່ງ​ ​ໃຫ້​ກອງ​ກຳລັງ​ສະຫະລັດ ສະໜອງ​ການ​ຊ່ວຍ​ເຫຼືອທາງ​ການ​ແພດ​ໃດໆ ທີ່​ຕ້ອງການ ​ໃນ​ບໍລິ​ເວດເກີດ​ເຫດ​ນັ້ນ.

ທ່ານ Carte ຖະ​ແຫລງ ​ໃນ​ຂະນະ​ທີ່ ອົງການ MSF ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ສືບສວນ​ສອບ​ສວນ​ ​ໂດຍ​ອົງການສາກົນທີ່ເປັນ​ອິດສະລະ ໃນ​ການຖິ້ມ​ລະ​ເບີດ​ດັ່ງກ່າວ​ ທີ່​ອົງການ​ແພດ​ນັ້ນ ກ່າວ​ວ່າ ໄດ້​ສັງຫານ ພະນັກງານ​ໂຮງໝໍ 12 ຄົນ ​ແລະ ຄົນ​ປ່ວຍ 10 ຄົນ.

ພະນັກງານຂອງອົງການ MSF ກຳລັງຕົກອົກຕົກໃຈ ຢູ່ໃນອີກສ່ວນນຶ່ງຂອງໂຮງໝໍ ອົງການກຸສົນ ທີ່ບໍ່ໄດ້ຮັບ ຜົນກະທົບໃດໆ ໃນເມືອງ Kunduz ຂອງອັຟການິສຖານ ແລະ ບໍ່ໄດ້ຖືກທຳລາຍ ຈາກການໂຈມຕີທາງອາກາດ, ວັນທີ 3 ຕຸລາ 2015.
ພະນັກງານຂອງອົງການ MSF ກຳລັງຕົກອົກຕົກໃຈ ຢູ່ໃນອີກສ່ວນນຶ່ງຂອງໂຮງໝໍ ອົງການກຸສົນ ທີ່ບໍ່ໄດ້ຮັບ ຜົນກະທົບໃດໆ ໃນເມືອງ Kunduz ຂອງອັຟການິສຖານ ແລະ ບໍ່ໄດ້ຖືກທຳລາຍ ຈາກການໂຈມຕີທາງອາກາດ, ວັນທີ 3 ຕຸລາ 2015.

ບັນດາ​ເຈົ້າໜ້າ​ທີ່ ອັຟກາ​ນິສຖານ ​ໄດ້​ກ່າວ​ໃນ​ວັນ​ອາທິດ​ວານ​ນີ້ ວ່າ ພວກນັກ​ຕໍ່ສູ້​ຕາ​ລີ​ບານ
10 ຫາ 15 ຄົນ ​ໄດ້​ຫລົບ​ລີ້​ຢູ່​ໃນ​ໂຮງໝໍ​ ​ແລະ ຢູ່​ໃນ​ພື້ນ​ທີ່​ນຳ​ດ້ວຍ. ທ່ານ Hamdullah
Danishi ຜູ້​ວ່າການ​ແທນ ຜູ້​ປົກຄອງເຂດ​ເໜືອ​ຂອງແຂວງ Kunduz ກ່າວ​ຕໍ່​ໜັງສືພິມ
Washington Post ວ່າ “ພວກ​ເຮົາ​ໄດ້​ອົດກັ້ນ​ ຕໍ່​ການ​ຍິງ​ຂອງ​ພວກ​ເຂົາ​ເຈົ້າ ມາ​ໄດ້​
ໄລຍະ​ນຶ່ງ”
ກ່ອນ​ທີ່​ພວກ​ເຮົາ​ຈະ​ຕອບ​ໂຕ້.

​ແຕ່ ອົງການ MSF ກ່າວ​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ ວ່າ “ພະນັກງານ​ຂອງ​ພວກ​ເຮົາ
ບໍ່​ມີ​ຜູ້​ໃດ​ເລີຍ ທີ່​ໄດ້​ລາຍ​ງານ ການ​ຕໍ່ສູ້​ກັນ​ ຢູ່​ໃນ​ພື້ນ​ທີ່​ບໍລິ​ເວນ​ໂຮງໝໍ MSF ​ເລີຍ
ກ່ອນ​ໜ້າການ​ໂຈມ​ຕີ​ ທາງ​ອາກາດ​ຂອງ​ສະຫະລັດ”
ໂດຍ​ກ່າວ​ຕື່ມ​ອີກ​ວ່າ ເຖິງ​ຢ່າງ​ໃດ
​ກໍ​ຕາມ ການ​ຖິ້ມ​ລະ​ເບີດ​ໃສ່​ໂຮງໝໍ​ທີ່​ທຳ​ງານ ຢ່າງ​ຄົບ​ຖ້ວນນັ້ນ ບໍ່​ສາມາດ​ເປັນ​ທີ່​ຍອມຮັບ​ໄດ້.

ພາບຖ່າຍວີດີໂອ ຂອງອົງການຂ່າວ Associated Press ຂອງອາຄານໂຮງໝໍທີ່ຖືກເຜົາໄໝ້ ໃນພາກຕາເວັນອອກ ຂອງເມືອງ Kunduz ທີ່ສະແດງໃຫ້ເຫັນ ອາວຸດອັດໂຕໂນມັດ ກ່າຍຢູ່ບານປ້ອງຢ້ຽມ.
ພາບຖ່າຍວີດີໂອ ຂອງອົງການຂ່າວ Associated Press ຂອງອາຄານໂຮງໝໍທີ່ຖືກເຜົາໄໝ້ ໃນພາກຕາເວັນອອກ ຂອງເມືອງ Kunduz ທີ່ສະແດງໃຫ້ເຫັນ ອາວຸດອັດໂຕໂນມັດ ກ່າຍຢູ່ບານປ້ອງຢ້ຽມ.


ໂຄສົກ​ຂອງ​ພວກ​ຕາ​ລີ​ບານ Zabihullah Mujahid ກ່າວ​ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ ທີ່​
ສົ່ງ​ໃຫ້ ວີ​ໂອ​ເອ ​ທີ່ໄດ້​ປະຕິ​ເສດ​ຕໍ່​ການ​ມີ​ນັກ​ຕໍ່ສູ້​ຂອງ​ພວກ​ຕົນ ຢູ່​ໃນ​ບໍລິ​ເວນ​ໂຮງໝໍ ​ໃນ​ເວລາ
​ມີ​ການ​ໂຈມ​ຕີ​ທາງ​ອາກາດ.

​ ໂຄສົກ​ຍິງ​ຂອງ​ອົງການ MSF ​ໄດ້​ກ່າວ​ວ່າ ອົງການ​ຊ່ວຍ​ເຫຼືອຂອງ​ຕົນ ​ໄດ້​ຖອນ​ຕົວ​ອອກ​ຈາກ​ເມືອງ Kunduz ພ້ອມ​ດ້ວຍ ການ​ສົ່ງ​ພວກ​ຄົນ​ປ່ວຍ​ທີ່​ສາຫັດທັງ​ໝົດ ​ໄປ​ຍັງ​ໂຮງໝໍ​ແຫ່ງ​ອື່ນໆ​ ໃນ​ບໍລິ​ເວນນັ້ນ.

ຊົມວີດີໂອ ລາຍງານກ່ຽວກັບ ເລື້ອງນີ້

Doctors Without Borders Withdraws From Kunduz
please wait

No media source currently available

0:00 0:00:39 0:00

Washington says it will launch an investigation to determine if their airstrikes targeted a hospital run by the medical charity Doctors Without Border, known by its French acronym MSF, that left at least 22 people dead

U.S. Defense Secretary Ash Carter has pledged a full and transparent investigation.

That bombing in Kunduz Saturday in northern Afghanistan triggered a firestorm of criticism from aid groups.

Carter, speaking Sunday to reporters en route to Spain, cautioned that the situation in Kunduz is "confused and complicated," while vowing that "we will get the facts."He also said he has ordered U.S. forces to provide any medical aid needed in the area.

Carter spoke as MSF demanded an independent international probe of the bombing, which it said killed 12 hospital staff and 10 patients.

Afghan authorities said Sunday 10 to 15 Taliban fighters were hiding in the hospital and on its grounds.Hamdullah Danishi, the acting governor of northern Kunduz province, told the Washington Post: "we tolerated their firing for some time" before responding.

But MSF, in a statement, said "not a single member of our staff reported any fighting inside the MSF hospital compound prior to the U.S. air strike, adding that "in any case, bombing a fully functional hospital can never be justified."

A Taliban spokesman, Zabihullah Mujahid, in a statement sent to VOA, denied the presence of its fighters in the hospital at the time of the airstrike.

An MSF spokeswoman said the aid organization has withdrawn from Kunduz, with all critical patients transferred to other health care facilities in the area.

XS
SM
MD
LG