ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກ 9 ຄົນ ຂອງອົງການແພດບໍ່ມີພົມແດນ ເສຍຊີວິດ ຢູ່ ອັຟການິສຖານ


ຄວັນໄຟກຳລັງພຸງຂື້ນຢູ່ເມືອງ Kunduz ໃນພາກເໜືອ ຂອງອັຟການິສຖານ.
ຄວັນໄຟກຳລັງພຸງຂື້ນຢູ່ເມືອງ Kunduz ໃນພາກເໜືອ ຂອງອັຟການິສຖານ.

ອົງການ ​ແພດ​ບໍ່​ມີ​ພົມ​ແດນ ກ່າວ​ວ່າ ການໂຈມຕີຖິ້ມລະເບີດ ໃສ່
ໂຮງໝໍຂອງຕົນທີ່ເມືອງ Kunduz ໃນ​ພາ​ກ​ເໜືອ​ອັຟກາ​ນິສຖານ
ໄດ້ສັງຫານພະນັກງານ 9 ຄົນ ແລະອີກ 37 ຄົນໄດ້ຮັບບາດເຈັບ. ອົງການແພດບໍ່ມີພົມແດນກ່າວວ່າ ການໂຈມຕີໄດ້ດຳເນີນຢູ່ຕໍ່ມາ
ດົນກວ່າ 30 ນາທີ ຫລັງຈາກເຈົ້າໜ້າທີ່ທະຫານອາເມຣິກັນແລະ
ອັຟການິສຖານ ທີ່ນະຄອນຫຼວງກາບູລແລະວໍຊິງຕັນໄດ້ຖືກແຈ້ງ
ໃຫ້ຊາບ.

​ກອງທັບ​ສະຫະລັດ ​ຮັບ​ຮູ້​ວ່າ ຕົນ​ໄດ້​ປະຕິບັດ​ງານ​ໂຈມຕີທາງ​ອາ
ກາດໃນຕອນ​ເຊົ້າມືດ​ໃນ​ບໍລິເວນທີ່​ອາດໄດ້ສ້າງຄວາມ​ເສຍ​ຫາຍ
ແບບບໍ່ໄດ້ຕັ້ງໃຈ.

ອົງການແພດບໍ່ມີພົມແດນ ກ່າວຢູ່ໃນຖະແຫລງການ ສະບັບນຶ່ງວ່າ “ອົງການແພດບໍ່ມີພົມ ແດນຂໍປະນາມດ້ວຍຄຳເວົ້າທີ່ແຮງທີ່ສຸດ ຕໍ່ການຖິ້ມລະເບີດໂຈມຕີທີ່ໜ້າຢ້ານກົວໃສ່ໂຮງ ໝໍໃນເມືອງ Kunduz ທີ່ເຕັມໄປດ້ວຍພະນັກງານແລະພວກຄົນເຈັບ.” ຖະແຫຼງການກ່າວ ຕໍ່ໄປວ່າ ທຸກພັກຝ່າຍກ່ຽວຂ້ອງ ຮວມທັງກາບູລແລະວໍຊິງຕັນໄດ້ຖືກແຈ້ງໃຫ້ຊາບກ່ຽວກັບ ທີ່ຕັ້ງຂອງໂຮງໝໍຫລັງຈາກການສູ້ລົບ ກັນໄດ້ລະເບີດຂຶ້ນໃນເມືອງດັ່ງກ່າວ.

ຖະແຫຼງການກ່າວຕໍ່ໄປວ່າ “ອົງການແພດບໍ່ມີພົມແດນ ຂໍຄວາມກະຈ່າງແຈ້ງຢ່າງຮີບດ່ວນ ວ່າແມ່ນຫຍັງແທ້ໄດ້ເກີີດຂຶ້ນ ແລະເຫດການທີ່ໜ້າຢ້ານກົວນີ້ເກີດຂຶ້ນໄດ້ແນວໃດ. ກຸ່ມ​ດັ່ງ ກ່າວເວົ້າວ່າ ​ໃນເວລາການ​ໂຈມ​ຕີ​ທາງ​ອາກາດ ເກີດຂຶ້ນນັ້ນ​ ມີ​ຄົນ​ເຈັບ​ແລະພວກທີ່ມາຮັບ ການປິ່ນປົວ​ປະມານ 105 ຄົນ​ຢູ່​ໂຮງໝໍ​ແລະມີ​ພະນັກງານຂອງອົງການແພດບໍ່ມີພົມແດນ ຊາວ​ຕ່າງປະ​ເທດ ແລະພະນັກງານທ້ອງຖິ່ນ ຫຼາຍ​ກວ່າ 80 ​ຢູ່​ທີ່​ນັ້ນ.

ກຳລັງ​ທະຫານ​ອັ​ຟກາ​ນິສ​ຖານທີ່ໄດ້​ສະໜັບສະ​ໜູນ​ຈາກ​ການ​ໂຈມ​ຕີ​ທາງ​ອາກາດຂອງສະ ຫະລັດ ​ພວມທຳການ​ສູ້​ລົບຢ່າງ​ໜັກ​ທີ່​ເມືອງ Kunduz ກັບພວກ​ຫົວ​ຮຸນ​ແຮງ​ຕາ​ລີ​ບານ ​ທີ່ໄດ້ເຂົ້າ​ຄວບຄຸມ​ເອົາ​ເມືອງດັ່ງກ່າວ​ ໃນ​ຕົ້ນ​ອາທິດ​ນີ້.

​ໂຄສົກ​ຂອງ​ກອງທັບ​ສະຫະລັດ​ໃນ​ອັຟກາ​ນິສຖານ ພັນ​ເອກ Brian Tribus ກ່າວ​ວ່າ “ບັນ ດາ​ກຸ່ມ​ບຸກຄົນ​ທີ່​ຂົ່ມຂູ່​ຕໍ່​ກຳລັງດັ່ງກ່າວ” ​ແມ່ນເປົ້າ​ໝາຍ​ໃນ​ການ​ໂຈມ​ຕີ​ທາງ​ອາກາ​ດທີ່​ມີ​ຂຶ້ນ​
ໃນ​ເວລາ 2 ໂມງ 15 ນາທີ ຂອງຕອນ​ເຊົ້າ ວັນເສົາມື້ນີ້ ຕາມ​ເວລາ​ທ້ອງ​ຖິ່ນ ໃນອັຟການິສ ຖານ.

ທ່ານ​ກ່າວ​ວ່າ “ການ​ໂຈມ​ຕີ ອາດ​ເປັນ​ຜົນ​ມາ​ຈາກຄວາມ​ເສຍ​ຫາຍ ​ທີ່​ບໍ່​ຕັ້ງ​ໃຈ​ຕໍ່ສະຖານທີ່ ​ພະຍາບານ​ທີ່ຕັ້ງ​ຢູ່​ໃກ້ໆ​ນັ້ນ. ອຸບັດ​ເຫດ​ດັ່ງກ່າວ ​ກຳລັງ​ຢູ່​ພາຍ​ໃຕ້​ການ​ສື​ບສວນ.”

ເຈົ້າໜ້າທີ່ ອັຟການິສຖານ ກ່າວໃນວັນສຸກວານນີ້ວ່າ ມີຢ່າງໜ້ອຍ 60 ຄົນ ໄດ້ເສຍຊີວິດ ແລະອີກ 466 ຄົນໄດ້ຮັບບາດເຈັບໃນການສູ້ລົບກັນ ລະຫວ່າງທະຫານລັດຖະບານແລະ ພວກກະບົດຕາລີບານ ເພື່ອເຂົ້າຄວບຄຸມເມືອງ Kunduz.

Afghan Kunduz
please wait
Embed

No media source currently available

0:00 0:00:39 0:00

XS
SM
MD
LG