ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມນາຍແພດບໍ່ມີພົມແດນ ໄດ້ຮັບອະນຸຍາດ ໃຫ້ປະຕິບັດ ກິດຈະກຳບາງຢ່າງຄືນ ໃນມຽນມາ


ຊາວມຽນມາ ທີ່ປ່ວຍເປັນໂຣກເອດສ໌ ທີ່ໄດ້ຮັບການປິ່ນປົວ ດ້ວຍຢາຈາກກຸ່ມ ນາຍແພດບໍ່ມີພົມແດນ ຢູ່ສູນປົວຄົນເປັນ ໂຣກເອດສ໌ແຫ່ງນຶ່ງ ໃນເຂດຊານເມືອງຢ່າງກຸ້ງ, ວັນທີ 1 ມີນາ
2014.
ຊາວມຽນມາ ທີ່ປ່ວຍເປັນໂຣກເອດສ໌ ທີ່ໄດ້ຮັບການປິ່ນປົວ ດ້ວຍຢາຈາກກຸ່ມ ນາຍແພດບໍ່ມີພົມແດນ ຢູ່ສູນປົວຄົນເປັນ ໂຣກເອດສ໌ແຫ່ງນຶ່ງ ໃນເຂດຊານເມືອງຢ່າງກຸ້ງ, ວັນທີ 1 ມີນາ 2014.
ກຸ່ມ​ຊ່ອຍ​ເຫຼືອ​ນາໆ​ຊາດ ນາຍ​ແພດ​ບໍ່​ມີ​ພົມ​ແດ ​ຫຼື Doctors
Without Borders ກ່າວ​ວ່າ ຕົນ​ໄດ້ປະຕິບັດ​ກິດຈະກຳ​ບາງ​
ຢ່າງ​ຂອງ​ຕົນ​ຄືນ​ແລ້ວ ຫຼັງ​ຈາກ​ຖືກສັ່ງ​ໃນ​ວັນ​ສຸກ​ຜ່ານ​ມາ ​ໃຫ້​
ຢຸດ​ການ​ປະຕິບັດ​ງານ​ຂອງ​ຕົນ​ທັງ​ໝົດ​ໃນ​ມຽນມາ ພາຍຫຼັງ​
ເກີດ​ບັນຫາ​ໂຕ້​ແຍ້​ງກັນ​ທີ່​ພົວພັນ​ກັບ​ພວກ​ມຸສລິ​ມ​ Rohingya.

ຫຼັງ​ຈາກ​ທຳ​ການ​ເຈລະຈາ​ກັບ​ລັດຖະບານ ກຸ່ມ​ດັ່ງກ່າວ​ທີ່​ມີ​ຊື່​
ຫຍໍ້​ເປັນ​ພາສາ​ຝຣັ່ງວ່າ MSF ກ່າວ​ຢູ່​ໃນ​ຖະ​ແຫຼ​ງການ​ສະບັບ
​ນຶ່ງໃນ​ວັນ​ເສົາ​ວານ​ນີ້​ວ່າ ຕົນ​ສາມາດ​ໃຫ້ການ​ບໍລິການຄືນ​ໄດ້
​ແລ້ວ ຮວມທັງ​ການ​ປິ່ນປົວ​ພວກ​ທີ່​ຕິດ​ເຊື້ອ HIV-AIDS ​ໃນ​
ລັດ Kachin ​ແລະ​ລັດ Shan ຕະຫຼອດ​ທັງ​ໃນ​ຂົງ​ເຂດ​ນະຄອນ
​ຢ້າງ​ກຸ້ງ​ນັ້ນ​ນຳ. ​ແຕ່​ວ່າ ພວກ​ສຸກສາລາ​ຂອງ​ກຸ່ມ MSF ​ໃນ​ລັດ Rakhine ຍັງ​ອັດ​ຢູ່.

ກຸ່ມ​ຊ່ອຍ​ເຫຼືອ​ດັ່ງກ່າວ ​ເປັນ​ກຸ່ມທີ່ສະໜອງຢາ​ປິ່ນປົວ​ເຊື້ອ​ໄວຣັສ HIV ທີ່​ພາ​ໃຫ້​ເປັນ​ໂຣກ AIDS ​ນັ້ນ ລາຍ​ໃຫຍ່​ທີ່​ສຸດໃນ​ມຽນມາ ​ໂດຍໃຫ້​ການປິ່ນປົວ​ພວກ​ທີ່​ຕິດ​ເຊື້ອ​ໂຣກດັ່ງກ່າວ​ຈຳນວນ​ຫຼາຍ​ເຖິງ 30 ພັນ​ຄົນ.

ລັດຖະບານມຽນມາ​ໄດ້​ສັ່ງ​ຢຸດ​ການ​ປະຕິບັດ​ງານ​ຂອງ​ກຸ່ມ MSF ຫລັງ​ຈາກ​ໄດ້​ຕຳ​ໜິຕິ
ຕຽນ​ກຸ່ມ​ດັ່ງກ່າວ ທີ່​ໄດ້ເວົ້າ​ອອກ​ມາ​ຢ່າງ​ເປີດ​ເຜີຍວ່າ ມີ​ຊາວ Rohingya ​ຫຼາຍ​ກວ່າ
40 ຄົນ​ຖືກຂ້າ​ຕາຍ ​ໃນ​ການ​ໂຈມ​ຕີ​ຢູ່​ໃນ​ເຂດ​ສອກ​ຫຼີກ ທາງ​ພາກ​ເໜືອ​ຂອງ​ລັດ​ Rakhine ​
ໃນ​ເດືອນ​ແລ້ວ​ນີ້. ລັດຖະບານ​ຢືນ​ຢັດ​ວ່າ ມີ​ແຕ່​ຕຳຫຼວດ​ທີ່​ຖືສາສະໜາ​ພຸດ​ຄົນ​ດຽວ​ເທົ່າ​ນັ້ນ​
ທີ່ເສຍ​ຊີວິດ.

ຊາວໂຣຮິງຢາປະທ້ວງ ຢູ່ນອກສະຖານທູດມຽນມາ ໃນວໍຊິງຕັນ, ວັນທີ 27 ກຸມພາ 2014:

Rohingya Protest Outside Burmese Embassy in Washington
please wait

No media source currently available

0:00 0:01:46 0:00
ລິງໂດຍກົງ
XS
SM
MD
LG