ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອົງການແພດ ບໍ່ມີພົນແດນ ຈະທົດ​ລອງຢາ 3 ຊະນິດ ເພື່ອ ປິ່ນປົວ ອີ​ໂບລາ


EBOLA VO
please wait
Embed

No media source currently available

0:00 0:00:30 0:00

ອົງການແພດບໍ່ມີພົນແດນ ຫລື Doctor Without Borders ​
ຈະເລີ້ມສັກຢາແບບ​ທົດ​ລອງ​ໃນ​ອາ​ຟຣິກາຕາເວັນຕົກ​ເພື່ອທົດ​
ສອບ​ປະສິດ​ທິຜົນ​ຂອງຢາ 3 ຊະນິດ ທີ່ອາດນຳໃຊ້ໃນການປິ່ນ
ປົວອີ​ໂບລາ.

ອົງການ​ດັ່ງກ່າວ​ໄດ້​ປະກາດໃນ​ວັນ​ພະຫັດ​ມື້​ນີ້ວ່າ ຕົນຫວັງວ່າ
​ຈະ​ເລີ້ມ​ທຳ​ການ​ທົດ​ລອງ​ ​ໃນ​ເດືອນ​ໜ້ານີ້ ຊຶ່ຈະ​ໄດ້​ຜົນ​ສະ​ຫຼຸບ
​ຂັ້ນທຳອິດ ໃນເດືອນ​ກຸມພາ​ທີ່​ຈະ​ມາ​ເຖິງ​ນີ້.

ອົງການແພດບໍ່ມີພົມແດນ ​ໄດ້​ປະສານ​ງານ​ກັບອີກ 3 ອົງການ
​ ​ເພື່ອທຳການ​ທົດ​ລອງ​ຕ່າງ າກ ຊຶ່ງ​ການທົດ​ລອງ​ສອງ​ຢ່າງນັ້ນ
ຈະ​ເປັນພວກຢາ​ຕໍ່ຕ້ານເຊື້ອໄວຣັສ.

ສະ​ຖາ​ບັນ​ຄົ້ນຄວ້າອະນາ​ໄມ​ແລະ​ການ​ແພດ​ແຫ່ງ​ຊາດ​ຝຣັ່ງ ຈະ​ທຳການ​ທົດ​ສອບຢາທີ່​ເອີ້ນ​ວ່າ “favipiravir” ​ທີ່​ສູນ​ກາງ​ປິ່ນປົວ​ໂຣກອີ​ໂບລາ​ຢູ່ Guinea. ມະຫາ​ວິທະຍາ​ໄວ Oxford ຂອງ​ອັງກິດ​ຈກໍະ​ທົດ​ລອງຢາ​ອີີກຊະນິດນຶ່ງ ຊຶ່ງ​ເອີ້ນ​ວ່າ “brincidofovir” ​ຢູ່ ​ສະຖານ​ທີ່ ທີ່​ຍັງ​ບໍ່​ທັນ​ມີການກຳນົດເທື່ອ.

​ໃນ​ການ​ທົດ​ລອງ​ສຸດ​ທ້າຍນັ້ນ ​ແມ່ນສະ​ຖາ​ບັນຢາເຂດ​ຮ້ອນ Antwerp ຈະ​ທົດ​ລອງເບິ່ງວ່າ​ ພວກ​ຄົນ​ປ່ວຍທີ່ເປັນ​ອີ​ໂບລາ ​ຕອບ​ຮັບແບບໃດໃນ​ຂະນະ​ທີ່​ໄດ້ຮັບ​ເລືອດຫຼືພລາສມາ ທີ່ມີ ພູມຕໍ່ຕ້ານພະຍາດຂອງ​ພວກ​ຜູ້​ປ່ວຍ​ທີ່​ລອດ​ຊີວິດ​ມາ​ຈາກ​ໂຣກອີ​ໂບລາ​ນັ້ນ.

ອົງການແພດບໍ່ມີພົມແດນກ່າວ​ວ່າ ​ພວກ​ຄົນ​ປ່ວຍ​ທັງຫຼາຍ ທີ່ເຂົ້າຮ່ວມ​ການ​ທົດ​ລອງເຫຼົ່ານີ້ ຈະຖືກແຈ້ງໃຫ້ຊາບ ກ່ຽວກັບ​ຄວາມສ່ຽງທີ່ອາດມີຂຶ້ນ ​ແລະ​ການຍິນຍອມເພື່ອເຂົ້າຮັບການ ປິ່ນປົວ.

ເບິ່ງວີດີໂອ ກ່ຽວຂ້ອງ:

Ebola Training Available Online
please wait

No media source currently available

0:00 0:02:44 0:00

XS
SM
MD
LG