ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ໝໍ​ກ່າວ​ວ່າ ການ​ໂຈມ​ຕີ ໂດຍ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ ໄດ້​ສັງ​ຫານ​ຢ່າງ​ໜ້ອຍ 43 ຄົນ ຢູ່​ນະ​ຄອນ​ຫຼວງ​ຊູ​ດານ


​ແຟ້ມ - ຄວັນ​ກຸ້ມ​ຂຶ້ນ​ຈາກ​ຕຶກ​ອາ​ຄານ ຫຼັງ​ຈາກ​ການ​ໂຈມ​ຕີ​ທາງ​ອາ​ກາດ ໃນ​ການ​ປະ​ທະ​ກັນ ລະ​ຫວ່າງກອງ​ທັບ​ຊູ​ດານ ແລະ​ກຳ​ລັງ​ເຄື່ອນ​ທີ່​ສະ​ໜັບ​ສະ​ໜຸນ​ຢ່າງວ່ອງ​ໄວ ທີ່​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ ເມື່ອ​ວັນ​ທີ 1 ພຶດ​ສະ​ພາ 2023.
​ແຟ້ມ - ຄວັນ​ກຸ້ມ​ຂຶ້ນ​ຈາກ​ຕຶກ​ອາ​ຄານ ຫຼັງ​ຈາກ​ການ​ໂຈມ​ຕີ​ທາງ​ອາ​ກາດ ໃນ​ການ​ປະ​ທະ​ກັນ ລະ​ຫວ່າງກອງ​ທັບ​ຊູ​ດານ ແລະ​ກຳ​ລັງ​ເຄື່ອນ​ທີ່​ສະ​ໜັບ​ສະ​ໜຸນ​ຢ່າງວ່ອງ​ໄວ ທີ່​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ ເມື່ອ​ວັນ​ທີ 1 ພຶດ​ສະ​ພາ 2023.

ພວກ​ນັກ​ເຄື່ອນ​ໄຫວ​ຊູ​ດານ ແລະ​ກຸ່ມ​ການ​ແພດ​ກ່າວ​ວ່າ ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 43 ຄົນ ໃນ​ການ​ໂຈມ​ຕີ ​ໂດຍເຮືອ​ບິນ​ບໍ່​ມີ​ຄົນ​ຂັບ ​ຫຼື​ໂດ​ຣນ ທີ່​ຕະ​ຫຼາດ​ກາງ​ແຈ້ງ​ແຫ່ງ​ນຶ່ງ ໃນ​ພາກ​ໃຕ້​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ເຂົາ​ເຈົ້າ​ກ່າວ​ວ່າ ນອກນັ້​ນ ​ຍັງ​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ອີກ 55 ຄົນ ໃນ​ການ​ໂຈມ​ຕີ​ເມື່ອ​ວັນ​ອາ​ທິດ​ວານນີ້ ແລະ​ໄດ້​ຖືກ​ສົ່ງ​ໄປ​ຮັບ​ການຮັກ​ສາພະ​ຍາ​ບານ​ທີ່​ໂຮງ​ໝໍ​ມະ​ຫາ​ວິ​ທ​ະ​ຍາ​ໄລ​ບາ​ຊາ​ຣີ (Bashari.)

ການ​ໂຈມ​ຕີ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ພວກ​ທະ​ຫານ ແລະ​ຄູ່​ແຂ່ງ​ກຳ​ລັງ​ເຄື່ອນ​ທີ່​ຢ່າງວ່ອງ​ໄວ​ RSF ພວມ​ທຳການ​ສູ້​ລົບ ​ເພື່ອ​ເຂົ້າ​ຄວບ​ຄຸມ ​ປະ​ເທດ​ດັ່ງ​ກ່າວ ນັບ​ແຕ່​ກາງ​ເດືອນ​ເມ​ສາ​ເປັນ​ຕົ້ນ​ມາ.

ກາ​ນ​ປະ​ທະ​ກັນ​ໄດ້​ແຜ່​ລາມ​ອອກ​ໄປ​ສູ່​ຫຼາຍໆ​ເຂດ​ຂອງ​ປະ​ເທດ ເຮັດ​ໃຫ້​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ​ກາຍ​ເປັນ​ສະ​ໜາມ​ລົບ​ໃນ​ເຂດ​ໂຕ​ເມືອງ.

ນອກນັ້ນ ການ​ສູ້​ລົບ​ກັນ​ຍັງ​ໄດ້​ຊຸກ​ຍູ້​ໃຫ້​ເກີດ​ການ​ສູ້​ລົບ​ກັນ​ຢູ່​ໃນ​ເຂດ​ດາ​ຟົວ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ. ມີ​ການ​ຖິ້ມ​ໂທດ​ໃສ່ ກອງ​ທັບ​ອາ​ກາດ​ຂອງກຸ່ມ​ກຳ​ລັງ​ RSF ​ຢູ່​ທີ່ນັ້ນ ເປັນ​ຜູ້​ທຳ​ການ​ໂຈມ​ຕີ​ໃນ​ວັນ​ອາ​ທິດ​ວານນີ້.

ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ໃນ​ທັນ​ທີ​ເທື່ອກ່ຽວ​ກັບ​ການກວດ​ສອບ​ຢ່າງ​ເປັນ​ອິດ​ສະ​ຫຼະ ຕໍ່​ລາຍ​ງານ​ດັ່ງ​ກ່າວ.

ອ່​ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG