ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຈົ້າຂອງລາງວັນ ໂນແບລ ຂະແໜງ ສັນຕິພາບ ຄົນ ຈີນ ບໍ່ສະບາຍແຮງ ສຳລັບ ການເດີນທາງ


ຮູບຢູ່ເບື້ອງຊ້າຍສະແດງໃຫ້ເຫັນວ່າ ທ່ານ ຫຼິວ ຊຽວບາວ ນອນຮັບການປິ່ນປົວຢູ່ເທິງຕຽງ ທີ່ໂຮງໝໍແຫ່ງໜຶ່ງ ແລະ ທ່ານ ຫຼິວ ກ່າວວ່າ ຜູ້ເບິ່ງແຍງໄດ້ ເອົາໃຈໃສ່ທ່ານເປັນຢ່າງດີ ໃນໜ້າຈໍຄອມພິວເຕີ ໃນນະຄອນຫຼວງ ປັກກິ່ງ. 29 ມິຖຸນາ, 2017.
ຮູບຢູ່ເບື້ອງຊ້າຍສະແດງໃຫ້ເຫັນວ່າ ທ່ານ ຫຼິວ ຊຽວບາວ ນອນຮັບການປິ່ນປົວຢູ່ເທິງຕຽງ ທີ່ໂຮງໝໍແຫ່ງໜຶ່ງ ແລະ ທ່ານ ຫຼິວ ກ່າວວ່າ ຜູ້ເບິ່ງແຍງໄດ້ ເອົາໃຈໃສ່ທ່ານເປັນຢ່າງດີ ໃນໜ້າຈໍຄອມພິວເຕີ ໃນນະຄອນຫຼວງ ປັກກິ່ງ. 29 ມິຖຸນາ, 2017.

ພວກທ່ານໝໍຝ່າຍຕາເວັນຕົກສອງຄົນ ທີ່ໄດ້ໄປຢ້ຽມຢາມທ່ານ ຫຼິວ ຊຽວບາວ ຜູ້ໄດ້ຮັບ
ລາງວັນໂນແບລ ທີ່ກຳລັງເຈັບປ່ວຍຢູ່ໃນໂຮງໝໍຈີນ ເວົ້າວ່າ ມັນຍັງບໍ່ທັນຊ້າເກີນໄປ ທີ່
ຈະໃຫ້ເພິນເດີນທາງໄປປິ່ນປົວຢູ່ຕ່າງປະເທດ.

ເຖິງຢ່າງໃດກໍດີ ພວກທ່ານໝໍດັ່ງກ່າວ ຊຶ່ງຜູ້ນຶ່ງໄປຈາກເຢຍລະມັນແລະອີກຜູ່ນຶ່ງໄປ
ຈາກ ສະຫະລັດ ໄດ້ກ່າວໃນຖະແຫຼງການນຶ່ງວ່າ ຈະຕ້ອງໄດ້ມີການການກວດສອບດ້ານ
ການແພດ “ໂດຍໄວທີ່ສຸດເທົ່າທີ່ຈະໄວໄດ້.” ດຣ.Joseph Herman ຈາກສູນກາງໂຣກ
ມະເຮັງ ແຮນເດີສັນ ໃນ ສະຫະລັດ ແລະ ທ່ານ Markus Buchler ຈາກມະຫາວິທຍາ
ໄລ ແຮມເບີກ ທີ່ ເຢຍຣະມັນ ກ່າວວ່າ ຫຼິວ ຊຽວບາວ ກັບຄອບຄົວຂອງເພິ່ນ ໄດ້ຮ້ອງຂໍ
ວ່າ ຢາກໄປປິ່ນປົວຢູ່ເຢຍຮະມັນ ຫຼືຢູ່ ສຫຣ ກໍໄດ້.

ທ່ານ ຫຼິວ ໄວ 61 ປີ ໄດ້ຖືກຕັດສິນຂັງຄຸກ 11 ປີ ໃນປີ 2009 ຍ້ອນການຕໍ່ສູ້ເປັນເວລາ
ດົນນານ ແລະ ບໍ່ຮຸນແຮງຂອງເພິ່ນ ເພື່ອສິດທິພື້ນຖານຂອງມະນຸດ ກ່ອນຈະຖືກນຳສົ່ງ
ໂຮງພະຍາບານຢູ່ທາງພາກຕາເວັນອອກສຽງເໜືອ ໃນເມືອງ Shenyang ເພື່ອປິ່ນປົວ
ໂຣກມະເຮັງໃນຕັບ.

ມະຫາວິທະຍາໄລການສອນແພດສາດ ລະດັບນຶ່ງແຫ່ງປະເທດ ຈີນ ເວົ້າວ່າ ນາຍແພດ
ທັງສອງດັ່ງກ່າວ ເຫັນດີ ກັບການປິ່ນປົວທີ່ທ່ານຫຼິວໄດ້ຮັບຢູ່ໃນເວລານີ້.

ທ່ານຫຼິວໄດ້ຖືກຈຳຄຸກ ລຸນຫຼັງການຕັດສິນວ່າ ມີຄວາມຜິດຖານ “ຍຸແຍ່ໃຫ້ໂຄ່ນລົ້ມອຳ
ນາດການປົກຄອງ”
ລຸນຫຼັງທີ່ທ່ານຂຽນຄຳຮ້ອງລົງ ທີ່ຮູ້ກັນວ່າ ບົດສາກ ສູນແປດ ທີ່
ຮຽກຮ້ອງ ໃຫ້ປະຕິຮູບປະຊາທິປະໄຕໃນປະເທດຈີນ.

ທ່ານໄດ້ຖືກອະນຸຍາດໃຫ້ອອກໄປປິ່ນປົວຢູ່ໂຮງພະຍາບານໃນທ້າຍເດືອນມິຖຸນາ.

ໃນຕອນແລງວັນສຸກຜ່ານມາ ທາງໂຮງໝໍເວົ້າວ່າ ທ່ານຫຼິວ ກິນອາຫານບໍ່ໄດ້ ແລະ ນໍ້າ
ໃນກະເພາະໄດ້ໄຫຼອອກບໍ່ຢຸດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG