ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໝໍຊ່ຽວຊານດ້ານປອດ ໃຫ້ການວ່າ ທ້າວຟລອຍດ໌ ເສຍຊີວິດ ຍ້ອນຂາດອອກຊີເຈັນ


ທ່ານໝໍຊ່ວຽຊານດ້ານປອດ ມາຣຕິນ ໂທບິນ ໃຫ້ການຢູ່ການດຳເນີນຄະດີ ຂອງອະດີດເຈົ້າໜ້າທີ່ຕຳຫຼວດ ເມືອງມິນເນອາໂປລິສ ແດເຣັກ ໂຊວິນ ສຳລັບການເສຍຊີວິດຂອງທ້າວຈອຣຈ໌ ຟລອຍດ໌ ໃນເມືອງມິນເນອາໂປລິສ, ວັນທີ 8 ເມສາ 2021, ພາບແຕ້ມຢູ່ໃນຫ້ອງສານ.
ທ່ານໝໍຊ່ວຽຊານດ້ານປອດ ມາຣຕິນ ໂທບິນ ໃຫ້ການຢູ່ການດຳເນີນຄະດີ ຂອງອະດີດເຈົ້າໜ້າທີ່ຕຳຫຼວດ ເມືອງມິນເນອາໂປລິສ ແດເຣັກ ໂຊວິນ ສຳລັບການເສຍຊີວິດຂອງທ້າວຈອຣຈ໌ ຟລອຍດ໌ ໃນເມືອງມິນເນອາໂປລິສ, ວັນທີ 8 ເມສາ 2021, ພາບແຕ້ມຢູ່ໃນຫ້ອງສານ.

ນັກຊ່ຽວຊານດ້ານການແພດທ່ານນຶ່ງ ໄດ້ໃຫ້ການໃນວັນພະຫັດວານນີ້ວ່າ ທ້າວ ຈອຣຈ ຟລອຍດ໌ ເສຍຊີວິດຍ້ອນການຂາດອອກຊີເຈັນໃນຂະນະທີ່ລາວໄດ້ຖືກກົດລົງໃສ່ພື້ນຖະໜົນຂວ້ຳໜ້າໂດຍອະດີດເຈົ້າໜ້າທີ່ຕຳຫຼວດເມືອງມິນເນອາໂປລິສ ແດເຣັກ ໂຊວິນ ຜູ້ທີ່ຖືກກ່າວຫາວ່າ ເຮັດໃຫ້ທ້າວຟລອຍດ໌ ເສຍຊີວິດ.

ການດຳເນີນຄະດີຂອງທ້າວແດເຣັກ ໂຊວິນ ທີ່ມີມາເປັນມື້ທີ 9 ນັ້ນ ທ່ານໝໍ ມາຕິນ ໂທບິນ ນັກຊ່ຽວຊານສະເພາະດ້ານປອດແລະການເບິ່ງແຍງຂັ້ນສາຫັດຢູ່ທີ່ໂຮງໝໍເອັດເວີດ ຮາຍນ໌ສ ຊຶ່ງເປັນໂຮງໝໍນັກລົບເກົ່າແລະໂຮງຮຽນແພດສາດ ຂອງມະຫາວິທະຍາໄລ ໂລຍໂອລາ ໃນນະຄອນຊິຄາໂກ ໄດ້ຂຶ້ນສານ ເພື່ອໃຫ້ ການຕໍ່ການໄຕ່ສວນຂອງໄອຍະການ.

ທ່ານໝໍໂທບິນໄດ້ກ່າວຕໍ່ຄະນະຕຸລາການວ່າ ໃນການຄວບຄຸມໂຕທ້າວຟລອຍດ໌ ຢູ່ນັ້ນ ໄດ້ສົ່ງຜົນຕໍ່ການຫາຍໃຈຂອງລາວ. ທ່ານໄດ້ກ່າວວ່າ ໃນທ່ານອນຂວ້ຳໜ້າລົງພື້ນທາງຂອງທ້າວຟລອຍດ໌ ພ້ອມດ້ວຍຖືກໃສ່ກັບມື ຢູ່ດ້ານຫຼັງຂອງລາວ, ຫົວເຂົ່າເບື້ອງນຶ່ງຂອງທ້າວໂຊວິນທັບຄໍຂອງທ້າວຟລອຍດ໌ຢູ່ ແລະອີກເບື້ອງນຶ່ງຢູ່ເທິງຫຼັງແລະຂ້າງ, ຊຶ່ງໄດ້ເປັນຜົນເຮັດໃຫ້ຮ່າງກາຍຂອງທ້າວຟລອຍດ໌ ຢູ່ໃນທ່າໜີບເຂົ້າ ແລະໄດ້ໄປລົບກວນກັບ “ພາກສ່ວນທີ່ສຳຄັນ ຂອງວິທີທີ່ພວກເຮົາຫາຍໃຈ.”

ຄຳໃຫ້ການດັ່ງກ່າວນັ້ນ ໄດ້ຂັດແຍ້ງກັບຝ່າຍທະນາຍຄວາມຂອງຈຳເລີຍທີ່ກ່າວອ້າງວ່າ ທ້າວຟລອຍດ໌ໄດ້ເສຍຊີວິດຍ້ອນການໃຊ້ຢາເສບຕິດຜິດກົດໝາຍແລະລາວມີໂຣກປະຈຳຕົວ ຈຶ່ງບໍ່ເປັນຍ້ອນການກະທຳຂອງທ້າວໂຊວິນ. ໃນການໄຕ່ສວນພະຍານຂອງຝ່າຍຈຳເລີຍນັ້ນ ທະນາຍຄວາມຂອງທ້າວໂຊວິນ ທ່ານແອ ຣິກ ແນລສັນ ໄດ້ໂຕ້ແຍ້ງຕໍ່ການຄິດໄລ່ນ້ຳໜັກການກົດດັນຂອງທ່ານໝໍໂທບິນນັ້ນ ທີ່ວ່າທ້າວໂຊວິນ ໄດ້ໃຊ້ທັບຄໍຂອງທ້າວຟລອຍດ໌. ທ່ານໂທບິນໄດ້ຍອມ ຮັບວ່າ ທ່ານບໍ່ໄດ້ຊັ່ງນ້ຳໜັກຂອງທ້າວໂຊວິນ ແລະອຸບປະກອນຂອງລາວ.

ທ່ານໝໍອີກສອງທ່ານກໍຍັງໄດ້ໃຫ້ການໄປແລ້ວ. ທ່ານໝໍ ວີລລ້ຽມ ສມັອກຄ໌ ນັກວິຊາການດ້ານນິຕິເວດ ໄດ້ໃຫ້ການວ່າ ທ້າວຟລອຍດ໌ ໄດ້ເສຍຊີວິດຍ້ອນ ອາສຟິກເຊຍ ທີ່ເກີດຈາກທ່ານອນຊຶ່ງເຈົ້າໜ້າທີ່ຕຳຫຼວດໄດ້ສັ່ງໃຫ້ລາວເຮັດ.

ສ່ວນທ່ານໝໍ ແດນນຽລ ໄອເຊັນສມິດ ຜູ້ທີ່ໄດ້ດຳເນີນການກວດສອບສານພິດວິທະຍາ ກ່ຽວກັບເລືອດຂອງທ້າວຟລອຍດ໌ ສຳລັບການສັນນະສູດ ທາງການແພດນັ້ນ ໄດ້ກ່າວວ່າ ທ່ານໄດ້ພົບເຫັນຢາເຟນຕານອລ ໃນເລືອດຂອງທ້າວຟລອຍດ໌ ແຕ່ລະດັບຂອງມັນແມ່ນຄ້າຍຄືທີ່ໄດ້ພົບເຫັນໃນເລືອດຕົວຢ່າງຕ່າງໆຂອງຫຼາຍກວ່າ 2,300 ຄົນ ທີ່ໄດ້ຖືກຄວບຄຸມໂຕ ໃນປີ 2020 ໃນຂໍ້ຫາຂັບລົດ ໃນເວລາຢູ່ພາຍໃຕ້ການມຶນເມົາຂອງຢາຫຼືເຫຼົ້າ. ໃນຄະດີທັງໝົດເຫຼົ່ານີ້ ພວກຄົນຂັບລົດ ໄດ້ລອດຊີວິດ ທ່ານໝໍ ໄດ້ກ່າວດັ່ງນັ້ນ.

ທ່ານແນລສັນໄດ້ໂຕ້ແຍ້ງວ່າ ຢາທີ່ຢູ່ໃນລະບົບຮ່າງກາຍຂອງທ້າວຟລອຍດ໌ນັ້ນ ເປັນສິ່ງທີ່ເຮັດໃຫ້ລາວເສຍຊີວິດ. ທ່ານຄາດວ່າ ຈະເອີ້ນບັນດານັກຊ່ຽວຊານດ້ານການແພດອີກຫຼາຍຄົນມາໃຫ້ການ ຊຶ່ງເປັນໄປໄດ້ວ່າ ໄວທີ່ສຸດແມ່ນໃນອາທິດໜ້ານີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG