ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ໝໍຄົນນຶ່ງ ທີ່ກຳລັງຕໍ່ສູ້ກັບ ການລະບາດຂອງ ອີໂບລາ ໃນ ສປ ຄອງໂກ ຖືກຂ້າຕາຍ ໃນການໂຈມຕີ


ພະນັກງານສາທາລະນະສຸກ ທີ່ໃສ່ຊຸດປ້ອງກັນໂຣກອີໂບລາ ກຽມພ້ອມທີ່ຈະເຂົ້າໄປໃນ ໜ່ວຍຮັກສາສຸກເສີນ ທີ່ປອດເຊື້ອພະຍາດ ຢູ່ທີ່ ສູນປິ່ນປົວໂຣກອີໂບລາ Alliance for International Medical Action ໃນເມືອງ ເບີນີ ຂອງ ສປ ຄອງໂກ, ວັນທີ 30 ມີນາ 2019.
ພະນັກງານສາທາລະນະສຸກ ທີ່ໃສ່ຊຸດປ້ອງກັນໂຣກອີໂບລາ ກຽມພ້ອມທີ່ຈະເຂົ້າໄປໃນ ໜ່ວຍຮັກສາສຸກເສີນ ທີ່ປອດເຊື້ອພະຍາດ ຢູ່ທີ່ ສູນປິ່ນປົວໂຣກອີໂບລາ Alliance for International Medical Action ໃນເມືອງ ເບີນີ ຂອງ ສປ ຄອງໂກ, ວັນທີ 30 ມີນາ 2019.

ທ່ານໝໍຄົນນຶ່ງທີ່ກຳລັງຕໍ່ສູ້ກັບການລະບາດຂອງໂຣກອີໂບລາ ຢູ່ໃນສາທາລະນະລັດ
ປະຊາທິປະໄຕ ຄອງໂກ ໄດ້ເສຍຊີວິດຍ້ອນການໂຈມຕີໂຮງໝໍ ຢູ່ໃນພາກຕາເວັນອອກ
ຂອງປະເທດ ອີງຕາມອົງການອະນາໄມໂລກ ຫຼື WHO.

ພວກມືປືນຈຳນວນນຶ່ງຈາກກອງກຳລັງທະຫານບ້ານໃນທ້ອງຖິ່ນ ໄດ້ໂຈມຕີໂຮງໝໍ ໃນ
ເມືອງບູເຕັມໂບ ຊຶ່ງເປັນຈຸດສູນກາງ ໃນການລະບາດຂອງໂຣກອີໂບລາ ແລະໄດ້ສັງ
ຫານ ທ່ານຣີເຈີຣ໌ດ ມູໂຊໂກ ນັກວິຊາການດ້ານລະບາດວິທະຍາ ຈາກປະເທດກາເມຣູນ.

ຜູ້ອຳນວຍການໃຫຍ່ ຂອງອົງການ WHO ທ່ານເທໂດຣສ ອາກາໂນມ ເກບຣີເອສັດ
ໄດ້ຂຽນລົງທວີດເຕີ ວ່າ “ພວກເຮົາຮູ້ສຶກບໍ່ພໍໃຈເປັນ​ທີ່​ສຸດ ໃນການໂຈມ ຕີດັ່ງ​ກ່າວນີ້. ພະນັກງານສາທາລະນະສຸກ #NotATarget ” ໝາຍເຖິງ ບໍ່ແມ່ນເປົ້າໝາຍ.

ພະນັກງານປະຈຳ ຈາກກະຊວງສາທາລະນະສຸກຂອງ ສປ ຄອງໂກ ແລະ ຄົນຂັບລົດ ກໍໄດ້ຮັບບາດເຈັບ ໃນການໂຈມຕີີດັ່ງກ່າວ ອີງຕາມຖະແຫລງການອີກ​ສະບັບ​ນຶ່ງ ໂດຍ
ຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່ ສະຫະປະຊາຊາດ ປະຈຳ ຄອງໂກ.

ຮອງເຈົ້າ​ເມືອງບູເຕັມໂບ ທ່ານແພັດທຣິກ ກຳບາເລ ສິກໂກ ໄດ້ກ່າວວ່າ ພວກໂຈມຕີ
ແນເປົ້າໝາຍໃສ່ຊາວຕ່າງຊາດ ເພາະວ່າ ພວກເຂົາເຈົ້າ ເຊື່ອໃນທາງທີ່ຜິດວ່າ ພວກ
ຊາວຕ່າງຊາດ ໄດ້ນຳເອົາໄວຣັສອີໂບລາ ມາຍັງຄອງໂກ. ທ່ານໄດ້ ກ່າວອີກວ່າ ເຈົ້າ
ໜ້າທີ່ຕຳຫຼວດ ກຳລັງຊອກຫາພວກໂຈມຕີຢູ່.

ຄວາມຮຸນແຮງທີ່​ວ່ານີ້ ແມ່ນ​ເຫດ​ການຫຼ້າສຸດ ​ໃນການໂຈມຕີ​ທີ່​ມີ​ມາ​ເປັນ​ລຳ​ດັບ ຕໍ່
ສູນກາງປິ່ນປົວໂຣກອີໂບລາຕ່າງໆ ໂດຍພວກທະຫານບ້ານ ແລະພວກທີ່ບໍ່ໝັ້ນໃຈ
ໃນການຮັບມືກັບການລະບາດຂອງນາໆຊາດ.

ມີກຸ່ມພວກກະບົດຫຼາຍກວ່າ 10 ກຸ່ມ ກຳລັງເຄື່ອນໄຫວ ຢູ່ໃນພາກຕາເວັນອອກຂອງ
ຄອງໂກ.

ເມື່ອຕົ້ນສັບປະດານີ້ ປະທານາທິບໍດີ ສປ ຄອງໂກ ທ່ານຟີລິກສ໌ ຊີເສເຄດີ ໄດ້ປະຕິຍານ
ວ່າ ຈະສົ່ງກຳລັງທະຫານແລະຕຳຫຼວດຫຼາຍຂຶ້ນ ໄປປົກປ້ອງພວກພະນັກງານ ສາທາ-
ລະນະສຸກ ທີ່ກຳລັງ​ຮັບ​ມື ກັບໂຣກອີໂບລາ ແລະໄດ້ຂໍໃຫ້ພົນລະເມືອງ ຈົ່ງໃຫ້ຄວາມຮ່ວມ
ໄມ້ຮ່ວມມືດ້ວຍ.

ການລະບາດຂອງໂຣກອີໂບລາ ຢູ່ໃນແຂວງ ກີວູເໜືອ ແລະ ອີຕູຣີ ຢູ່ໃນພາກຕາເວັນ-
ອອກ ຂອງຄອງໂກໄດ້ເລີ້ມຂຶ້ນໃນເດືອນສິງຫາປີກາຍນີ້. ກະຊວງສາທາລະນະສຸກ ຂອງ
ຄອງໂກ ກ່າວວ່າ ການລະບາດໄດ້ເອົາຊີວິດປະຊາຊົນໄປແລ້ວ 843 ຄົນ ແລະອີກຫຼາຍ
ຮ້ອຍຄົນໄດ້ຕິດເຊື້ອໂຣກນີ້.

ການລະບາດຂອງໂຣກດັ່ງກ່າວ ເປັນການລະບາດທີ່ຮ້າຍແຮງສຸດອັນດັບສອງທີ່ໄດ້ມີ​
ການບັນທຶກ​ ຮອງຈາກການລະບາດ​ໃຫຍ່ຂອງໂຣກອີໂບລາ​ໃນ​ເຂດອາຟຣິກາຕາເວັນຕົກ
ແຕ່ປີ 2014 ຫາ 2016 ຊຶ່ງໄດ້ສັງຫານປະຊາຊົນ ຫຼາຍກວ່າ 11,000 ຄົນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG