ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ແລະ ຄະນະທີ່ປຶກສາ ພິຈາລະນາ ຍຸດທະສາດ ສຳລັບ ອັຟການິສຖານ


ແຜນທີ່ອັຟການິສຖານ
ແຜນທີ່ອັຟການິສຖານ

ປະທານາທິບໍດີສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ໃນ​ວັນ​ສຸກ​ວານ​ນີ້ ​ໄດ້​ພົບ​ປະ​ກັບ​ຄະນະ
​ທີ່​ປຶກສາ​ ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ທ່ານ ເພື່ອ​ຫາລື​ກ່ຽວ​ກັບ​ຍຸດທະສາດ​ໃໝ່ ​
ໃນ​ການ​ຮັບ​ມື​ກັບ​ສົງຄາມ​ກາງ​ເມືອງ ທີ່​ດຳ​ເນີນ​ມາ​ໄດ້ 16 ປີແລ້ວນັ້ນ ຢູ່ໃນ​ອັຟກາ​ນິສ
ຖານ.

​ໂຄສົກ​ຂອງ​ທຳນຽບຂາວ ທ່ານ​ນາງ Sarah Huckabee Sanders ກ່າວ​ໃນ​ວັນ​ສຸກ​
ວານ​ນີ້ວ່າ ທ່ານ​ທຣຳ “ພວມ​ສຶກສາ​ແລະ​ພິຈາລະນາ​ເບິ່ງທາງ​ເລືອກ​” ກ່ຽວ​ກັບ​ວິທີ​ການ
​ໃໝ່ເພື່ອ​ຈະ “ປົກ​ປ້ອງ​ຜົ​ນປະ​ໂຫຍ​ດຂອງ​ອາ​ເມຣິກາ” ຢູ່​ໃນ​ເຂດ​ເອ​ເຊຍ​ໃຕ້. ທ່ານ​ນາງ​
ບໍ່​ໄດ້​ກ່າວ​ເຖິງ​ອັຟກາ​ນິສຖານ​ເປັນ​ການສະ​ເພາະ​ແຕ່​ຢ່າງ​ໃດ​ເລຍ.

ທ່ານ​ນາງ Sanders ​ເວົ້າວ່າ ປະທານາທິບໍດີ “ຈະ​ປະກາດ​ໃຫ້​ຊາວ​ອາ​ເມຣິກັນ ພັນທະ​
ມິດ ​ແລະ​ພາ​ຄີຂອງ​ພວກ​ເຮົາ ​ແລະ​ໂລກ​ຊາບ ​ໃນ​ເວລາ​ທີ່​ເໝາະ​ສົມ.”

ການ​ພົບ​ປະ​ດັ່ງກ່າວ​ມີ​ຂຶ້ນທີ່ Camp David ຊຶ່ງ​ເປັນ​ບ່ອນ​ພັກຜ່ອນ​ຂອງ​ປະທານາ​ທິບໍ
ດີໃນ ຕອນ​ບ່າຍ​ວັນ​ສຸກ​ວານ​ນີ້ ຮວມທັງ​ຮອງ​ປະທານາທິບໍດີ Mike Pence John ​ແລະ​
ລັດ​ຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ທ່ານ James Mattis.

​ໃນ​ການ​ຖະ​ແຫຼ​ງຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ສຸກ​ວານ​ນີ້ ທ່ານ Mattis ​ເວົ້າວ່າ “ພວກ​ເຮົາ​
ໃກ້ຈະ​ຕັດສິນ​ໃຈ​ແລ້ວ ​ແລະ​ຂ້າພະ​ເຈົ້າຄາດ​ວ່າ ​ໃນ​ອະນາຄົດ​ອັນ​ໃກ້ໆ​ນີ້.”

ທ່ານ Mattis ບໍ່​ໄດ້​ໃຫ້​ຮ່ອງຮອຍ​ໃດໆ ກ່ຽວ​ກັບ​ຍຸດ​ທະ​ສາດ​ໃໝ່ ທີ່​ຈະ​ສູ້​ລົບກັນ ​ຢູ່​ໃນ
​ສົງຄາມ​ອັຟກາ​ນິສຖານ ຊຶ່ງ​ເປັນ​ບັນຫາ​ຂັດ​ແຍ້​ງທີ່​ຍາວ​ທີ່​ສຸດ ​ໃນ​ປະຫວັດສາດ​ຂອງ
​ສະຫະລັດ.

ກ່ອນ​ຈະ​ມີ​ການ​ຮັບຮອງ​ເອົາ​ຍຸດ​ທະ​ສາດ​ນັ້ນ ລັ​ດຖະບານ​ສະຫະລັດ ກ່າວ​ວ່າ ຕົນ​ໄດ້​
ທົບ​ທວນ​ເບິ່ງ​ນະ​ໂຍບາຍ​ຕໍ່​ເຂດ​ເອ​ເຊຍ​ໃຕ້​ທັງ​ໝົດ ຮວມທັງ​ປາ​ກິ​ສຖານແລະອິນ​ເດຍ
ນຳ​ດ້ວຍ. ທາງ​ເລືອກ​ຕ່າງໆ ​ແມ່ນ​ຮວມທັງ​ສົ່ງ​ກຳລັງ​ອີກ​ຫລາຍ​ພັນ​ຄົນ ໄປ​ຕື່ມ ​ໄປ​ຍັງ​
ອັຟກາ​ນິສຖານຫຼືບໍ່​ກໍ​ຖອນ​ທະຫານ​ທັງ​ໝົດ​ອອກ​ຈາກ​ປະ​ເທດ​ດັ່ງກ່າວ ປ່ອຍ​ໃຫ້​ພວກ​
ທະຫານ​ຮັບຈ້າງ ຊ່ອຍ​ອັຟກາ​ນິສຖານ​ໃນ​ການ​ຮັກສາ​ຄວາ​ມປອດ​ໄພ​ຢູ່​ທີ່ນັ້ນ.

ຫລັງ​ຈາກ​ສະຫະລັດແລະ​ອົງການ​ເນ​ໂຕ້​ໄດ້​ໃຫ້ການ​ສະໜັບສະໜູນ​ມາ​ຫລາຍ​ປີ​ແລ້ວ
ກອງທັບ​ອັຟກາ​ນິສຖານ​ກໍ​ຍັງ​ດີ້ນຮົນ ​ໃນ​ການ​ຕ້ານ​ຢັນ​ກັບ​ພວກ​ກະບົດ​ຕາລີ​ບານ ຊຶ່ງ​
ເມື່ອ​ບໍ່​ດົນ​ມານີ້ ​ໄດ້​ບຸກຄືບ​ໜ້າ​ຢູ່​ໃນ​ອັຟກາ​ນິສຖານ ​ແລະ​ໃນ​ບໍລິ​ເວນຊາຍ​ແດນ​ທີ່​ຕິດ
ກັບ​ປາ​ກິ​ສຖານ. ພວກ​ນາຍ​ພົນ​ສະຫະລັດ​ ຊັ່ງຊາ​ເບິ່ງ​ບັນຫາ​ຂັດ​ແຍ້​ງນີ້ວ່າ “ຢູ່​ໃນ​ສະ
ພາບ​ບໍ່​ໄປ​ບໍ່​ມາ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG