ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ໄບເດັນ ໄດ້ຂໍຮ້ອງ ໃຫ້ຜູ້ຂັບຂີ່ລົດວ່າ “ຢ່າພາກັນຕື່ນຕົກໃຈເລີຍ”   


ປະທານາທິບໍດີໂຈ ໄບເດັນຂອງສະຫະລັດ ກ່າວກ່ຽວກັບການຢຸດສະງັກລົງ ຂອງທໍ່ສົ່ງນໍ້າມັນ ບໍລິສັດ Colonial Pipeline ຢູ່ທີ່ທໍານຽບຂາວ (ວັນທີ 13 ພຶດສະພາ, 2021) (ພາບໂດຍ REUTERS/Kevin Lamarque)
ປະທານາທິບໍດີໂຈ ໄບເດັນຂອງສະຫະລັດ ກ່າວກ່ຽວກັບການຢຸດສະງັກລົງ ຂອງທໍ່ສົ່ງນໍ້າມັນ ບໍລິສັດ Colonial Pipeline ຢູ່ທີ່ທໍານຽບຂາວ (ວັນທີ 13 ພຶດສະພາ, 2021) (ພາບໂດຍ REUTERS/Kevin Lamarque)

ຫລັງຈາກການແຈກຢາຍສິນຄ້າທີ່ເຮັດໃຫ້ເກີດຄວາມວິຕົກກັງວົນຕໍ່ປໍ້ານໍ້າມັນ ເປັນເວລາ 6 ວັນ ໃນບາງສ່ວນຂອງປະເທດ, ນໍ້າມັນກໍ່ກຳລັງກັບມາໄຫລວຽນຄືນອີກຢູ່ທົ່ວພາກພາກຕາເວັນອອກຂອງສະຫະລັດທີ່ໄດ້ຮັບຄວາມເດືອດ ຮ້ອນຈາກການໂຈມຕີທາງອິນເຕີແນັດເພື່ອຮຽກຄ່າໄຖ່ຫລື ransomware ທີ່ໄດ້ຖິ້ມໂທດໃສ່ ພວກລັກເຈາະຂໍ້ມູນ ຫລືແຮັກເກີ້ຊາວຣັດເຊຍທີ່ຮູ້ກັນໃນຊື່ວ່າ ດາກຊາຍດ໌ (DarkSide).

ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນໃນວັນພະຫັດໄດ້ຂໍຮ້ອງໃຫ້ຜູ້ຂັບຂີ່ລົດວ່າ “ຢ່າພາກັນຕື່ນຕົກໃຈເລີຍ”. “ນີ້ແມ່ນສະຖານະການຊົ່ວຄາວ. ຢ່າໄດ້ໄປ ຊື້ນໍ້າມັນ ຫຼາຍກ່ວາປະລິມານທີ່ທ່ານຕ້ອງການ ໃນອີກສອງສາມມື້ຂ້າງໜ້ານີ້.”

ທ່ານປະທານາທິບໍດີ ຍັງໄດ້ເຕືອນຜູ້ປະກອບການປໍ້ານໍ້າມັນວ່າ ບໍ່ໃຫ້ຂຶ້ນລາຄາ.

ທ່ານກ່າວອອກມາຈາກຫ້ອງຣຸສແວລທ໌ (Roosevelt) ຂອງທຳນຽບຂາວວ່າ "ຢ່າພະຍາຍາມເອົາປຽບຜູ້ບໍລິໂພກໃນຊ່ວງນີ້". "ໃຜກໍຢ່າ ບໍ່ຄວນຈະພະຍາຍາມໃຊ້ສະຖານະການນີ້ ເພື່ອຫາຜົນປະໂຫຍດທາງການເງິນ."

ບໍລິສັດໂຄໂລນຽລໄພພ໌ລາຍນ໌ (Colonial Pipeline) "ໄດ້ມີຄວາມຄືບໜ້າຢ່າງຫຼວງ ຫຼາຍ ໃນການເຮັດໃຫ້ເລີ້ມຕົ້ນໃຊ້ທໍ່ນໍ້າມັນ ຂອງພວກເຮົາໄດ້ຢ່າງປອດໄພອີກ ແລະສາມາດລາຍງານໄດ້ວ່າ ການຈັດສົ່ງສິນຄ້າໄດ້ເລີ້ມຕົ້ນຂຶ້ນຢູ່ໃນຕະຫຼາດສ່ວນໃຫຍ່ທີ່ພວກເຮົາໃຫ້ບໍລິການ," ນັ້ນຄືຄໍາເວົ້າຂອງບໍລິສັດ ທີ່ກ່າວຢູ່ໃນຖະ ແຫຼງການສະບັບນຶ່ງໃນຕອນເຊົ້າຂອງວັນພະຫັດວານນີ້. ບໍລິສັດກ່າວອີກວ່າ "ໃນຕອນທ່ຽງຂອງມື້ນີ້, ພວກເຮົາຄາດວ່າ ຕະຫຼາດແຕ່ລະແຫ່ງທີ່ພວກເຮົາໃຫ້ບໍລິການ ຈະໄດ້ຮັບສິນຄ້າຈາກລະບົບຂອງພວກເຮົາ.”

https://www.colpipe.com/news/press-releases/media-statement-colonial-pipeline-system-disruption

ທໍ່ສົ່ງທີ່ຍາວ 8,850 ກິໂລແມັດ ໄດ້ສົ່ງນໍ້າມັນແອັດຊັງ, ກາຊວນ ແລະນໍ້າມັນເຊື້ອໄຟສໍາລັບເຮືອບິນ ປະມານ 380 ລ້ານລິດຕໍ່ມື້. ຍ້ອນຄວາມຍາວຂອງທໍ່ “ພວກເຮົາຈະບໍ່ຮູ້ສຶກເຖິງຜົນກະທົບຢູ່ທີ່ປໍ້ານໍ້າມັນໃນທັນທີທັນໃດ. ນີ້ບໍ່ຄືກັບການປິດເປີດ ສະວິດໄຟ,” ນັ້ນຄືຄໍາເວົ້າຂອງທ່ານໄບເດັນ ທີ່ກ່າວໃນຕອນທ່ຽງຂອງວັນພະຫັດວານນີ້.

ອົງການຂ່າວຣອຍເຕີສ໌ (Reuters) ລາຍງານໃນຕອນເຊົ້າຂອງວັນສຸກມື້ນີ້ວ່າບໍລິສັດສື່ມວນຊົນ NHK ຂອງຍີ່ປຸ່ນໄດ້ລາຍງານວ່າ ພວກນັກເຈາະຂໍ້ມູນ DarkSide ຍັງໄດ້ຖືກຖິ້ມໂທດໃສ່ວ່າ ທໍາການໂຈມຕີທາງອິນເຕີເນັດຕໍ່ສາຂາຢູໂຣບ ຂອງບໍລິສັດໂຕຊີບາ (Toshiba) ຂອງຍີ່ປຸ່ນ.

ບໍລິສັດໂຄໂລນຽລໄພພ໌ລາຍນ໌ (Colonial Pipeline) ໄດ້ຈ່າຍເງິນເກືອບຮອດ 5 ລ້ານໂດລາ ໃຫ້ພວກນັກແຮັກເກີໃນວັນສຸກທີ່ຜ່ານມາ, ອີງຕາມອົງການຂ່າວ ບລູມເບີກ (Bloomberg), ເຊິ່ງເວົ້າວ່າ ໃນການແລກປ່ຽນກັບຄ່າໄຖ່ ເປັນສະ ກຸນເງິນທາງອິນເຕີແນັດ ຫລື cryptocurrency ນັ້ນ ບໍລິສັດໄດ້ຮັບເຄື່ອງມືໃນການຖອດລະຫັດ ຂອງຊຸດເອກະສານ ທີ່ມີບັນຫາທີ່ໃຊ້ການບໍ່ໄດ້ຂອງຕົນນັ້ນ.

ບໍລິສັດບໍ່ໄດ້ໃຫ້ຄຳເຫັນໃດໆ ກ່ຽວກັບວ່າຕົນໄດ້ຈ່າຍຄ່າໄຖ່ຫລືບໍ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG