ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກ ພັກເດ​ໂມ​ແຄຣັ​ດ ເສຍໃຈ ທີ່ໄດ້ຍິນ ວ່າ ມີການໂກງ​ ການ​ເລືອກ​ຕັ້ງ ຂັ້ນຕົ້ນ


ທ່ານ​ນາງ Donna Brazile ອະດີດປະທານ​ຄະນະ​ກຳມະການ​ພັກ​ເດ​ໂມ​ແຄຣັ​ດ​ແຫ່ງ​ຊາດ ຫຼື DNC.
ທ່ານ​ນາງ Donna Brazile ອະດີດປະທານ​ຄະນະ​ກຳມະການ​ພັກ​ເດ​ໂມ​ແຄຣັ​ດ​ແຫ່ງ​ຊາດ ຫຼື DNC.

ສະມາຊິກພັກ​ເດ​ໂມ​ແຄຣັ​ດທີ່ສໍາຄັນ​ຫລາຍ​ຄົນ ສະ​ແດງ​ຄວາມ​ໂກດ​ແຄ້ນ ​ເມື່ອໄດ້​
ຍິນ​ການ​ເປີດ​ເຜີ​ຍ ຈາກທ່ານ​ນາງ Donna Brazile ອະດີດປະທານ​ຄະນະ​ກຳມະ
ການ​ພັກ​ເດ​ໂມ​ແຄຣັ​ດ​ແຫ່ງ​ຊາດ ຫຼື DNC ທີ່​ເວົ້າວ່າ ຄະນະ​ໂຄສະນາ​ຫາ​ສຽງຂອງ​
ທ່ານ​ນາງ ​ Hillary Clinton ໄດ້​ໂກງ​ການ​ເລືອກ​ຕັ້ງຂັ້ນຕົ້ນ ກັບທ່ານ Bernie
Sanders ຊຶ່ງເປັນຄູ່ແຂ່ງຂອງທ່ານນາງນັ້ນ. ​

​ໃນຕອນ​ນຶ່ງ​ຂອງ​ປຶ້ມທີ່​ທ່ານ​ນາງ​ຂຽນ ​ທີ່​ຈະ​ພິມ​ອອກ​ຈໍາໜ່າຍ​ໂດຍອົງການຂ່າວ
Politico ​ໃນ​ໄວໆນີ້ນັ້ນ, ທ່ານ​ນາງ Brazile ອ້າງ​ວ່າ ກ່ອນ​ທີ່​ຈະ​ມີ​ການ​ຮັບປະກັນ​
ການ​ແຕ່ງຕັ້ງຈາກ​ພັກ​ນັ້ນ ​ໂດຍ​ຜ່ານ​ສັນຍາ​ໃນ​ການ​ຊອກຫາ​ທຶນ​ຮ່ວມ​ກັນ​ທີ່ໄດ້ເຊັນ
​ກັບ DNC ນັ້ນ ທ່ານ​ນາງ Clinton ​ໄດ້ຕົກລົງ​ທີ່​ຈະ​ເອົາ​ເງິນທຶນ​ໃຫ້​ແກ່ DNC ​ເພື່ອ
​ແລກປ່ຽນກັບການ​ທີ່ໃຫ້​ທ່ານ​ນາງ​ມີ​ອໍານາດ​ໃນ​ການ​ປະຕິບັດ​ງານ​ຂອງອົງການ​ດັ່ງກ່າວ.

ຕາມ​ປົກກະຕິ​ແລ້ວ ຜູ້​ໄດ້​ຮັບ​ການ​ແຕ່ງຕັ້ງ ຈະ​ບໍ່​ໄດ້​ທໍາ​ການ​ຄວບ​ຄຸມ​ກົນ​ໄກ​ການເຄື່ອນ
ໄຫວຂອງ​ພັກ ​ຈົນ​ກວ່າ​ວ່າ​ຈະມີ​ການ​ຮັບ​ເອົາ​ການ​ແຕ່ງຕັ້ງ​ແລ້ວໆ. ອີ​ງຕາມ​ທ່ານ​ນາງ
Brazile, ​ແຕ່​ວ່າ ກຸ່ມ​ຂອງ​ທ່ານ​ນາງ Clinton ​ໄດ້ທໍາ​ການຄວບ​ຄຸມການ​ປະຕິບັດ​ງານ
​ຂອງ DNC ​ໃນເດືອນ​ສິງຫາ 2015, ຊຶ່ງ​ເປັນ​ເວລາ​ເກືອບ 1 ປີ ກ່ອນໜ້າທີ່​ທ່ານ​ນາງ
Clinton ​ໄດ້​ຮັບເອົາ​ການ​ແຕ່ງຕັ້ງຈາກ​ພັກ.

ທ່ານ​ນາງ Brazile ຍັງເວົ້າອີກ​ວ່າ ການ​ຈັດການ​ແບບ​ນັ້ນ "ບໍ່ໄດ້​ຜິດ​ກົດໝາຍ ​ແຕ່​ວ່າ
ແນ່ນອນ ມັນເບິ່ງ​ແລ້ວ​ແມ່ນ​ບໍ່ມີ​ຈັນ​ຍາ​ບັນ​ເລີຍ."

ທ່ານ​ນາງຂຽນວ່າ "ຖ້າ​ຫາກ​ມີການ​ສູ້​ກັນ​ແບບ​ເປັນ​ທໍາ​ແທ້ນັ້ນ ຄະນະ​ໂຄສະນາ​ຫາ​ສຽງ
ຂອງ​ຝ່າ​ຍນຶ່ງຈະ​ບໍ່ຄວບຄຸມ​ພັກ ກ່ອນໜ້າທີ່​ພວກ​ປ່ອນ​ບັດ​ຕັດສິນ​ໃຈ​ວ່າ ​ເຂົາ​ເຈົ້າຢາກ
​ໃຫ້ໃຜ​ເປັນ ຜູ້​ນໍາພາ​ພວກ​ເຂົາ​ເຈົ້າ.”

​ເປັນ​ທີ່ຊັດ​ເຈນ​ຢູ່​ແລ້ວ ທາງ​ດ້ານ DNC ຊຶ່ງ​ເປັນ​ອົງການ​ທີ່​ເປັນກາງ ​ມີ​ຈຸດປະສົງ​ອໍານວຍ​
ຄວາມ​ສະດວກ​ໃນ​ການ​ແຂ່ງຂັນ​ກັນ​ລະ​ຫວ່າງທ່ານ​ນາງ Clinton ​ແລະ​ທ່ານ Sanders,
ແຕ່​ພວກສະໜັບສະໜຸນທ່ານ Sanders ​ໄດ້ເວົ້າມາ​ແຕ່​ດົນ​ນານ​ແລ້ວ​ວ່າ ພັກ​ໄດ້​ສະ​ແດງ​
ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ ມັກທ່ານ​ນາງ Clinton ຫລາຍ​ກວ່າ.

ສະມາຊິກພັກ​ເດ​ໂມ​ແຄຣັ​ດທີ່ສໍາຄັນ​ຫລາຍ​ຄົນ​ໂຈມ​ຕີ ຕໍ່ການ​ກ່າວ​ອ້າງ​ຂອງ​ທ່ານ​ນາງ
Brazile ຢ່າງ​ໄວ​ວາ. ​ເມື່ອຖືກຖາມຈາກໂທລະພາບ CNN ວ່າ ທ່ານ​ນາງ​ເຊື່ອ​ບໍ່ວ່າ
DNC ​ໂກງ​ການເລືອກຕັ້ງຂັ້ນຕົ້ນຕໍ່ທ່ານ Sanders, ທ່ານ​ນາງ Elizabeth Warren
ສະມາຊິກສະພາ​ສູງຈາກ​ພັກ ​ຕອບ​ຄໍາ​ດຽວວ່າ "​ເຊື່ອ."

ທ່ານ​ນາງ Warren ທີ່​ໄດ້​ໂຄສະນາ​ຫາ​ສຽງ​ໃຫ້​ແກ່​ທ່ານ​ນາງ Clinton ຢ່າງໜັກ​ໃນໄລຍະ
​ທີ່​ມີ​ການ​ເລືອກ​ຕັ້ງນັ້ນ ​ເອີ້ນການ​ເປີດ​ເຜີຍ​ກ່ຽວກັບ Clinton ວ່າ "​ເປັນ​ບັນຫາ​ທີ່​ແທ້​ຈິງ"
ຂອງພັກ​ເດ​ໂມ​ແຄຣັ​ດ.

ທ່ານ​ນາງເວົ້າອີກ​ວ່າ ​ໃນ​ນາມ​ທີ່​ເປັນ ສະມາຊິກຂອງພັກ​ເດ​ໂມ​ແຄຣັ​ດ ສິ່ງ​ທີ່​ພວກ​ເຮົາ
​ຄວນ​ເຮັດດຽວນີ້ກໍ​ຄື ພວກ​ເຮົາ​ຕ້ອງ​ເຮັດ​ໃຫ້​ພັກ​ນີ້ ​ໃຫ້ມີ​ຄວາມ​ຮັບຜິດຊອບສູງ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG