ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ຊາວ​ອາ​ເມຣິກັນ​ເຊື້ອສາຍເອເຊຍ ສອງຄົນ ໄດ້ໄປຮ່ວມ ກອງປະຊຸມຫລວງ ຂອງພັກເດໂມແຄຣັທ (ວີດີໂອ/ສະໄລດ໌)


2 Delegates Living the 'American Dream'
please wait

No media source currently available

0:00 0:02:54 0:00
ລິງໂດຍກົງ

Aktivis kelompok sayap kanan Italia memakai topeng untuk memprotes kebijakan ekonomi pemerintah di pusat kota Roma, Italia.

ໂອກາດທີ່ຈະໄດ້ເປັນຕົວແທນລັດຂອງກອງປະຊຸມຫຼວງຂອງພັກການເມືອງໃນສະຫະລັດນັ້ນ ແມ່ນເປັນຄວາມຝັນ ສໍາລັບຊາວອາເມຣິກັນບາງຄົນ. ຕົວແທນລັດຈະລົງຄະແນນສຽງແທນລັດຫຼືດິນແດນຂອງພວກເຂົາເຈົ້າ ແລະ ສະເໜີຊື່ຜູ້ທີ່ພວກເຂົາເຈົ້າເລືອກໃຫ້ ເປັນຜູ້ສະໝັກເລືອກຕັ້ງປະທານາທິບໍດີຂອງພັກນັ້ນ ຢ່າງເປັນທາງການ. Carolyn Presutti ຜູ້ສື່ຂ່າວວີໂອເອ ມີເລື້ອງລາວກ່ຽວກັບຕົວແທນລັດເວີຈີເນຍເຊື້ອສາຍເອເຊຍສອງຄົນ ທີ່ໄດ້ ໄປຮ່ວມກອງປະຊຸມຫລວງຂອງພັກເດໂມແຄຣັທໃນອາທິດແລ້ວນີ້ ທີ່ມີທັດສະນະທີ່ແຕກຕ່າງກັນພໍສົມຄວນ ກ່ຽວ ກັບລະບົບການເມືອງສະຫະລັດ ຍ້ອນວ່າເຂົາເຈົ້າເກີດແລະໃຫຍ່ຢູ່ຄົນລະປະເທດ. ທອງປານມີລາຍລະອຽດ ມາສະເໜີທ່ານ.

“ຂ້ອຍ​ຊື່ ລິນ ​ເຮືອ​ງ ຂ້ອຍ​ເປັນ​ຊາວ​ອະ​ເມ​ຣິກັນ​ເຊື້ອ​ສາຍ​ຫວຽດນາມ ອາໄສ ຢູ່​ເມືອງ​ແຟ​ແຟ໊ກຊ໌ ລັດ​ເວີ​ຈີ​ເນຍ.”

“ຂ້ອຍ​ເປັນ​ຕົວ​ແທນ​ຈາກ​ເຂດ​ເລືອກ​ຕັ້ງ​ສະພາ ທີ 11 ຂອງ​ລັດ​ເວີ​ຈີເນຍ“

ນາງ ສຸ​ຊາ​ດາ ​ແລງ​ລີ ​ຕຽມເສື້ອ​ຜ້າ​ໄປ​ນຸ່ງ​ສໍາລັບ​ອາທິດ​ນຶ່ງ ​ແຕ່ນາງ​ໄດ້​ຕຽມຕົວ​ສໍາລັບ​ມື້​ນີ້​ ​ເປັນ​ເວລາຫຼາຍ​ປີ. ສ່ວນທ້າວ ລິນ ​ເຮືອງ ​ເອົາ​ເວລາ​ໄປລອຍ​ນໍ້າ ​ເພື່ອ​ສຸມຄວາມ​ນຶກ​ຄິດ​ຕ່າງໆຂອງ​ລາວ​ ກ່ອນຈະ​ໄປເປັນ​ຕົວ​ແທນ​ລັດ​ຂອງ​ລາວ ທີ່​ກອງ​ປະຊຸມຫຼວງ​ຂອງ​ພັກ​ເດ​ໂມ​ແຄຣັທ​ໃນ​ອາທິດ​ແລ້ວ​ນີ້.

ທ້າວ ​ເຮືອງ ​ເວົ້າ​ວ່າ “ຄອບຄົວ​ຂອງ​ຂ້ອຍ ​ເຄີຍ​ຜະຈົນກັບ
ເສິກ​ສົງຄາມ​ມາຫຼາຍ​ເຊ່ນຄົນ ​ເລິ່ມຕົ້ນ​ດ້ວຍ​ພໍ່​ຕູ້​ຂ້ອຍ ລາ​ວ​ໄດ້​ຕໍ່ສູ້​ກັບພວກຫົວ​ເມືອງ​ຂຶ້ນຝຣັ່ງ ​ແລະ​ຕົກ​ມາ​ເຖິງ​ລຸ້ນພໍ່​ຂ້ອຍ​ ລາວ​ກໍໄດ້​ຕໍ່ສູ້​ຄຽງ​ບ່າ​ຄຽວ​ໄຫຼ່​ກັບ​ທະ​ຫານ​ອະ​ເມຣິກັນ​ຕໍ່ຕ້ານ​ລະບອບ​ຄອມ​ມີ​ວນີສ. ນັ້ນ​ຫຼ່ະຄື​ສິ່ງ​ດົນ​ໃຈ​ຂ້ອຍ.”


ສ່ວນ​ນາງສຸຊາດາ ​ເວົ້າ​ວ່າ: “ຂ້ອຍ​ຄິດ​ວ່າ ສູ່​ມື້​ນີ້ ​ປະ​ເທດ​ຊາດເຮົາມີ​ການແບ່ງ​ແຍກ​ກັນ​ຫຼາຍຂຶ້ນກວ່າ​ແຕ່​ກ່ອນ. ຂ້ອຍ​ຄິດ​ວ່າ​ ທັງ​ສອງ​ພັກ​ການ​ເມືອງຕໍ່ສູ້​ກັນ​ໜັກໜ່ວງກວ່າ​
ເມື່ອ​ຢ້ອນ​ຫຼັງ​ຄືນ​ໄປ​ໃນ​ປີ 2000 ​ຊຶ່ງ​ເປັນ​ປີ​ທີ່​ຂ້ອຍເຂົ້າ​ມາ​ພົວພັນ​ນໍາເລຶ່ອງ
ການ​ເມືອງ. ​ແລະ​ຂ້ອຍ​ກໍ​ຄິດ​ວ່າ​ມັນ​ເປັນ​ເລຶ່ອງ​ໜ້າເສົ້າຫຼາຍ.”


ນາງ ສຸຊາດາ ​ແລງ​ລີ ​ເດີມ​ມາ​ຈາກ​ປະ​ເທດ​ໄທ ​ເຄີຍ​ເປັນ​ໂຣກມະ​ເຮັງ​ແຕ່​ດຽວ​ນີ້​ຫາຍ​ດີ​ແລ້ວ. ລາວນິຍົມ​ແຜນການ​ຮັກສາ​ສຸຂະພາບ​ຂອງ​ປະທານາທິ ບໍດີ ​ໂອ​ບາ​ມາ.

ສ່ວນທ້າວ ​ເຮືອງ​ ນັ້ນ ​ເປັນ​ກະ​ເທີຍ​ຢ່າງ​ເປີດ​ເຜີຍ. ພັກ​ຂອງ​ລາວ​ຍຶດຖື​ນະ​ໂຍບາຍ​ທີ່ສະໜັບ
ສະໜຸນ​ ການ​ແຕ່ງງານ​ລະຫວ່າງຄົນ​ເພດ​ດຽວ​ກັນ​. ທັງ​ສອງຄົນດໍາລົງ​ຊີວິດ​ຢູ່​ລັດ​ເວີ​ຈິ​ເນຍ ຊຶ່ງ​ເປັນ​ລັດທີ່​ທັງ​ສອງ​ພັກມີ​ຄະແນນ​ສູ​ສີ​ກັນ​ຫລາຍ​ ແລະ​ຕ້ອງໂຄສະນາ​ຫາ​ສຽງ​ຕໍ່​ສູ້​ກັນ​ຢ່າງ​ໃຫຍ່​. ແລະ​ຕາມ​ທີ່​ທ້າວ ເຮືອງ​ເວົ້າ​ນັ້ນ ກໍ​ຄື​ເປັນ​ລັດ​ບ່ອນທີ່​ຄະ​ແນນ​ສຽງ​ຂອງພວກ​ປ່ອນ​ບັດ​ເຊື້ອ​ສາຍ​ເອ​ເຊຍ ອາດ​ຈະ​ສ້າງ​ຄວາມ​ແຕກຕ່າງ​ ຄື​ຕັດສິນ​ຊີ້​ຂາດ​ຜົນ​ຂອງ​ການ​ເລືອກ​ຕັ້ງໄດ້​.

ນາງ ​ສຸຊາດາ ​ແລະທ້າວ​ເຮືອງ ​ໄດ້ໄປ​ສົມທົບ​ກັບ​ຕົວ​ແທນລັດ​ອື່ນ​ໆອີກ 6,000 ຄົນ ຢູ່​ກອງ​ປະຊຸມ​ຫລວງ​ຂອງ​ພັກ​ເດ​ໂມ​ແຄຣັທທີ່ເມືອງ Charlotte ລັດ​ແຄ​ໂຣລາຍ​ນາ​ເໜືອ​ນັ້ນ. ​ຫຼາຍ​ກວ່າ​ສອງ​ເປີ​ເຊັນ​ໜ້ອຍ​ນຶ່ງຂອງ​ພວກ​ຜູ້​ແທນ​ລັດ​ທັງ​ໝົດ ​ເປັນ​ຄົນເຊື້ອ​ສາຍເອ​ເຊຍ. ​ແປດ​ເປີ​ເຊັນ​ເປັນ​ກະ​ເທີຍ ຫຼື​ພວກ​ປ່ຽນ​ເພດ. ​ແລະຢູ່​ທີ່​ກອງ​ປະຊຸມ​ນັ້ນ ບັນດາ​ຜູ້​ນໍາ​ພັກ​ທີ່​ຂຶ້ນ​ກ່າວ​ຄໍາ​ປາ​ໄສ ​ໄດ້ສ້າງ​ຄວາມ​ຄຶກຄັກ​ໃຫ້​ແກ່​ບັນດາ​ຕົວ​ແທນ ຊຶ່ງ​ປຽບ​ເໝືອນທະຫານ​ຂອງ​ການ​ໂຄສະນາ​ຫາ​ສຽ​ງ​ເລືອກ​ຕັ້ງ ​ກໍ​ວ່າ​ໄດ້. ນາງ​ສຸຊາດາ ​ຮ້ອງ​ໂຮ​ເວົ້າຂຶ້ນວ່າ:

“ພວກ​ເຮົາ​ພ້ອມ​ແລ້ວ! ພວກ​ເຮົາ​ມີ​ພະລັງແລ້ວ ແລະ​ພ້ອມ​ທີ່​ຈະເດີນ​ໜ້າ​ແລ້ວ.”

​ທ້າວ ເຮືອງ​ ເວົ້າ​ວ່າ: “ຜູ້​ຄົນຈໍ​ານວນ​ຫລວງຫລາຍ​ ທີ່​ມາ​ຈາ​ກທຸກໆພື້ນຖານ ​ເຊື້ອ​ຊາດ ​ແລະຊັ້ນວັນນະ ​ມາ​ເຕົ້າ​ໂຮມ​ກັນຢູ່​ໜີ້. ສໍາລັບ​ຂ້ອຍ​ແລ້ວ ມັນ​ຄື​ປະສົບ​ປະການ​ຂອງຊາວ​ອ​ະ​ເມຣິກັນ ​ຢ່າງ​ແທ້​ຈິງ.”

​ແຕ່ໜ້າ​ປະຫຼາດ​ໃຈ​ ທີ່ທັງນາງ ສຸຊາດາ ​ແລງລີ ​ແລະ​ນາຍ ລິນ ​ເຮືອງ ກ່າວ​ວ່າ ພວກ​ເຂົາ​ເຈົ້າຈະ​ບໍ່​ຂໍ​ສະ​ໜັກ​ເປັນ​ຕົວ​ແທນ​ລັດ​ອີກໃນ​ສີ່​ປີຂ້າງ​ໜ້າ ຊຶ່ງທັງ​ສອງ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ
ຢາກ​ຈະ​ວາງ​ມື ​ແລະ​ເອົາ​ຕໍາ​ແໜ່​ງນີ້ມ​ອບ​ໃຫ້​ຜູ້​ອື່ນໆ​ຕໍ່​ໄປ ເພື່ອ​ເຮັດ​ໃຫ້​ມີ​ຄວາມ​ຫຼາກ​ຫຼາຍໃນ​ດ້ານ​ເຊື້ອ​ສາຍ​ຫຼາຍ​ຂຶ້ນ ຢູ່ພາຍ​ໃນ​ຄະນະ​ຕົວ​ແທນ​ຂອງ​ລັດ​ເວີ​ຈິ​ເນຍ ທີ່​ໄປ​ຮ່ວມ​ກອງ​ປະຊຸມ​ຫລວງ​ຂອງ​ພັກນັ້ນ.

ທ່ານ John Sides ອາຈານ​ສອນມະຫາ​ວິ​ທະຍາ​ໄລ ​ວິຊາ​ລັດຖະສາດ​ການ​ເມືອງ​ ກ່າວ​ວ່າ ທ່ານບໍ່​ໄດ້​ປະຫຼາດ​ເລີຍ​ໃນ​ເລຶ່ອງນີ້ ແລະກ່າວ​ວ່າ:

“​ໂດຍ​ສະ​ເພາະ​ຝ່າຍ​ພັກ​ເດ​ໂມ​ແຄຣັທນັ້ນ ​ແມ່ນ​ມີ ການ​ຜັກ​ດັນ​ທີ່​ແທ້​ຈິງ ​ເພື່ອ​ໃຫ້​ມີຄວາມຫຼາກ​ຫຼາຍ​ໃນຄະ​ນະຕົວ​ແທນ​ລັດທີ່​ໄປ​ຮ່ວມກອງ​ປະຊຸມ ​ໂດຍ​ໃຊ້​ໂຄ​ຕາ ຫລື​ລະບຸ​ຈໍານວນສໍາລັບພວກແມ່ຍິງແລະຊົນ​ກຸ່ມ​ນ້ອຍ ​ແລະ​ໃນ​ດ້ານ​ນຶ່ງ​ນັ້ນ ກໍເປັນ​ການເຮັດ​ໃຫ້​ຂັ້ນ​ຕອນ​ອັນ​ນີ້​ເປັນ​ ​ປະຊາທິປະ​ໄຕ​ຫຼາຍ​ຂຶ້ນນັ້ນ​ເອງ.”


ພາບຈາກກອງປະຊຸມຫລວງຂອງພັກເດໂມແຄຣັທ:


ຢູ່ໃນ​ຫ້ອງ​ປະຊຸມ​ຫຼວງ​ພັກ​ເດ​ໂມ​ແຄຣທ​ເມື່ອຄືນວັນ​ພຸດ​ຜ່ານ​ມາ​ນັ້ນ ແຕ່​ລະ​ລັດໄດ້​ປະກາດ​ການ​ລົງ​ຄະ​ແນນ​ສຽງ ຂອງ​ຕົວ​ແທນ​ລັດ​ຂອງ​ຕົນ ຊຶ່ງ​ໄດ້​ນໍາ​ໄປ​ສູ່​ຊ່ວງ​ທີ່​ສໍາຄັນ​ທີ່​ສຸດ​ຂອງ​ກອງ​ປະຊຸມ ກໍ​ຄື​ການແຕ່ງ​ຕັ້ງ​ປະທານາທິບໍດີ ​ບາຣັກ ​ໂອ​ບາ​ມາ ​ເຂົ້າ​ແຂ່ງຂັນ​ປະທານາທິບໍດີ​ສະ​ໄໝ​ທີ່​ສອງ.

ຫຼັງ​ຈາກ​ກອງ​ປະຊຸມ​ຫຼວງ​ສິ້ນ​ສຸດ​ລົງ​ແລ້ວ ບັນດາ​ຕົວ​ແທນ​ລັດກໍ​ພາກັນ​ກັບ​ຄືນ​ເມືອ​ລັດ​ຂອງ​ຕົນ ​ເພື່ອ​ເອົາ​ຄວາມ​ຕື່ນ​ເຕ້ນແລ​ະປະສົບ​ປະການທີ່​ໄດ້ຮັບ​ມານັ້ນ ​ໄປເລົ່າ​ສູ່​ພວກ​ປ່ອນ​ບັດ​ເລືອກ​ຕັ້ງຢູ່ໃນລັດ​ຂອງ​ພວກ​ເຂົາ​ເຈົ້າຟັງ ​ໂດຍ​ຫວັງ​ຢ່າງ​ຍິ່ງ​ວ່າ ​ຈະ​ຊ່ວຍ​ເພີ່ມ​ທະວີ​ສຽງ
ສະໜັບສະໜຸນ​ໃຫ້ປະ​ທາ​ນາ​ທິບໍດີ​ໂອ​ບາ​ມາ​ ຊະນະກາ​ນ​ເລືອກ​ຕັ້ງ​ສະໄໝ​ທີ່​ສອງ​ນີ້ໃຫ້ໄດ້.
XS
SM
MD
LG