ນັກເທັນນິສຊາຍ ໝາຍເລກໜຶ່ງຂອງໂລກຈາກ ເຊີເບຍ Novak
Djokovic, ໄດ້ຊະນະການແຂ່ງຂັນເທັນນິສ Wimbledon ເປັນ
ຄັ້ງທີສາມຂອງລາວພາຍໃນຮອບ 5 ປີໃນວັນອາທິດວານນີ້ທີ່
ນະຄອນຫຼວງລອນດອນປະເທດ ອັງກິດ.
ທ້າວ Djokovic ອາຍຸ 28 ປີໄດ້ເອົາຊະນະທ້າວ Roger Federer ຈາກ ສະວິດເຊີແລນດ໌ ໃນການແຂ່ງຂັນຮອບຊະນະເລີດສອງປີລຽນຕິດ, ໂດຍການເອົາຊະນະໃນຄັ້ງນີ້ແມ່ນ ການແຂ່ງຂັນທີ່ສູສີ ພາຍໃນ 4 ຊຸດ, 7 ຕໍ່ 6, 6 ຕໍ່ 7, 6 ຕໍ່ 4, ແລະ 6 ຕໍ່ 3. ການເອົາຊະນະຂອງ ທ້າວ Djokovic ເປັນການກີດກັ້ນ ທ້າວ Federer ອາຍຸ 33 ປີຈາກການຊະນະ ເຊິ່ງເປັນ ສະຖິຕິສູງສຸດ 8 ຄັ້ງໃນການແຂ່ງຂັນລາຍການ Wimbledon ຂອງ ສະໂມສອນ All England.
ການຊະນະຄັ້ງນີ້ແມ່ນການຄວ້າແຊັ້ມ Grand Slam ຄັ້ງທີ 9 ຂອງທ້າວ Djokovic.