ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະທານາທິບໍດີ Djibouti ທ່ານ Guelleh ໄດ້ຊະນະການເລືອກຕັ້ງທີ່ມີການໂຕ້ແຍ້ງກັນ


ປະທານາທິບໍດີ Djibouti ທ່ານ Ismail Omar Guelleh.
ປະທານາທິບໍດີ Djibouti ທ່ານ Ismail Omar Guelleh.

ລັດຖະມົນຕີ​ກະ​ຊວງ​ພາຍ​ໃນ​ຂອງ Djibouti ​ໄດ້​ປະກາດ​ວ່າ ປະທານາທິບໍດີ Ismail Omar Guelleh ​ໄດ້​ຊະນະ​ການ​ເລືອກ​ຕັ້ງ​ປະ​ທານາ​ທິບໍດີ ​ໃນ​ວັນ​ສຸກ​ວານ​ນີ້​ເກືອບ 87 ​ ເປີ​ເຊັນ​ຂອງ​ການ​ລົງ​ຄະ​ແນນ​ສຽງ.

ລັດຖະມົນຕີ​ຕ່າງປະ​ເທດ ທ່ານ Hassan Omar Mohamed ​ກ່າວ​ຕໍ່ ວີ​ໂອ​ເອ ຜະ​ແນ​ກ ພາສາ​ໂຊ​ມາລີ ວ່າ ການ​ນັບ​ຄະ​ແນນ​ໄດ້​ເປັນ​ທີ່​ຮຽບຮ້ອຍ ​ແລະ​ປະທານາທິບໍດີ Guelleh ​ໄດ້​ຊະນະ​ຮອບ​ທຳ​ອິດ​ຂອງ​ການ​ເລືອກ​ຕັ້ງ ​ເຮັດ​ໃຫ້​ທ່ານ​ຢູ່​ໃນ​ຕຳ​ແໜ່​ງອີກ​ເທີ​ມ​ຫ້າປີ ​ເທື່ອ
ທີ່​ສີ່​ຂອງທ່ານຕິດຕໍ່​ກັນ​ມາ​ແຕ່​ປີ 1999.

ຄູ່​ແຂ່ງ​ທີ່​ໄກ້​ຊິດ​ຂອງ​ທ່ານ​ແມ່ນ ທ່ານ Omar Elmi Khaire ຈາກ​ສະຫະ​ພັນ​ຊ່ວຍ​ເຫລືອ ​ແຫ່ງ​ຊາດ ຜູ້​ທີ່​ໄດ້​ຄະ​ແນນ​ພຽງ​ແຕ່ 7 ​ເປີ​ເຊັນ​ຂອງການ​ລົງ​ຄະແນນ​ສຽງ. ພັກ​ຝ່າຍ​ຄ້ານ ​ຈຳນວນ​ນຶ່ງ​ພາກັນ boycott ບໍ່​ລົງ​ຄະ​ແນນ​ສຽງ​ຫລັງ​ຈາກ ທ່ານ Guellah ຜູ້​ທີ່​ໄດ້​ນຳ​ໜ້າ ​ຢ່າງແຈ້ງ​ຂາວ​ ​ໄດ້​ກັບ​ຄືນ​ໄປ​ຫາ​ການ​ຕັດສິນໃຈ​ໃນ​ຕອນ​ຕົ້ນ​ວ່າຈະບໍ່ສະມັກ.

ບັນດາ​ຜູ້​ສະໜັບສະໜູນ​ຝ່າ​ຍຄ້ານ​ໄດ້​ໂຕ້​ແຍ້​ງການ​ລົງ​ຄະ​ແນນ​ສຽງວ່າ ບັນດາ​ຜູ້​ປ່ອນ​ບັດ ​ຈຳນວນ​ນຶ່ງ​ໄດ້ຖືກ​ໄລ່​ໜີ​ຈາກ​ໜ່ວຍ​ປ່ອນ​ບັດ. ບັນດາ​ຜູ້ນຳ​ຝ່າຍ​ຄ້ານ​ໄດ້​ຕິຕຽນ​ການ​ທາລຸນ​ ຂອງ​ຕຳ​ຫລວດ​ ຫລາຍ​ອາທິດ​ກ່ອນ​ໜ້າການ​ເລືອກ​ຕັ້ງ ​ແລະ​ກ່າວ​ວ່າ ສື່​ມວນ​ຊົນລາຍ​ງານ ​ຂ່າວເຂົາ​ເຈົ້າ​ຢ່າງບໍ່​ເປັນ​ທຳ.

Djibouti ​ເປັນ​ປະ​ເທ​ດນ້ອຍໆ ​ແຕ່​ວ່າ​ໄດ້​ຖືກ​ແຊກ​ແຊງ​ຈາກ​ສາກົນ ​ເພາະວ່າ​ຈຸດ​ທີ່​ຕັ້ງ​ເປັນ ​ທ່າ​ເຮືອ​ຢູ່​ປາກ​ອ່າວ Aden ທີ່​ເປັນ​ນຶ່ງ​ຂອງ​ເສັ້ນທາງ​ຂົນ​ສົ່ງ​ທາງ​ເຮືອ ຫລາຍ​ທີ່​ສຸດ​ໃນ​ໂລກ. ກອງທັບ​ສະຫະລັດ ມີ​ຄ້າຍ​ທະຫານ​ທີ່​ຖາວອນ​ໃນ ອາ​ຟຣິກາ ທີ່ Djibouti.

Djibouti Election
please wait
Embed

No media source currently available

0:00 0:00:23 0:00

XS
SM
MD
LG