ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີບູຕີ ກ່າວຫາ ເອຣິເທຣຍ ຍຶດເອົາດິນແດນ ທີ່ຍັງມີການໂຕ້ຖຽງ


Britaniya
Britaniya

ຈີ​ບູຕີ​ ໄດ້​ກ່າວ​ຫາ​ເອຣິເທຣຍ ​ເຂົ້າຍຶດ​ຄອງ​ດິ​ນ​ແດນ​ທີ່​ມີການ​ຂັດແຍ້​ງກັນ ຢູ່​ຕາມ​ຊາຍ
​ແດນ ຫລັງ​ຈາກ​ກາ​ຕ້າ​ໄດ້​ຖອນ​ກຳລັງ​ຮັກສາ​ຄວາມ​ສະ​ຫງົບ​ອອກ​ໄປ​ໃນ​ຕົ້ນ​ອາທິດ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່ຈີ​ບູຕີກ່າວ​ວ່າ ​ກຳລັງເອຣິເທຣຍ ​ໄດ້​ເຂົ້າ​ຄວບ​ຄຸມ​ພູ Dumeira ​ແລະ
ເກາະ Dumeira ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ ນຶ່ງ​ມື້​ຫລັງ​ຈາກ​ກາ​ຕ້າ​ໄດ້​ຖອນທະ ຫານ 450
ຄົນ​ ​ທີ່​ໄດ້​ເຂົ້າ​ຄວບຄຸມດິນ​ແດນ​ເປັນ​ເວລາ​ເຈັດ​ປິ​ທີ່​ຜ່ານ​ມາ.

ກາ​ຕ້າ​ບໍ່​ໄດ້​ໃຫ້​ເຫດຜົນ​ຂອງ​ການຖອນກຳລັງ ທີ່​ໄດ້​ມີ​ຂຶ້ນ​ຫລັງ​ຈາກເອຣິເທຣຍ ​ ​ແລະ​
ຈີບູຕີ​ໄດ້​ເຂົ້າ​ຂ້າງ​ຊາ​ອຸ​ດີ ອາ​ຣາ​ເບຍ ​ໃນ​ການ​ຜິດຖຽງ​ທາງ​ການ​ທູດ ລະ ຫວ່າງ​ກາ​ຕ້າ
​ແລະ​ປະ​ເທດ​ເພື່ອນ​ບ້ານ​ທີ່​ໃຫຍ່​ກວ່າຂອງ​ຕົນ.

​ເອກ​ອັກຄະ​ລັດຖະທູດ​ຈີ​ບູຕີ ປະຈຳ​ສະຫະ​ປະຊາ​ຊາດ ທ່ານ Mohamed Siad
Doualeh ກ່າ​ວຕໍ່​ວີ​ໂອ​ເອວ່າ ປະ​ເທດ​ຂອງ​ທ່ານ ​ໄດ້​ຍື່ນປະ​ທ້ວງຕໍ່ສະພາ​ຄວາມ​ໝັ້ນ
ຄົງ​ສະຫະ​ປະຊາ​ຊາດ.

Djibouti
Djibouti

​ທ່ານ​ກ່າວ​ວ່າ “ຂ້າພະ​ເຈົ້າ​ໄດ້​ເຮັດ​ໃຫ້​ເປັນ​ທີ່​ແນ່ນອນ​ວ່າ ປະທານ​ສະພາ​ຄວາມໝັ້ນ
ຄົງ​ ມີ​ຄວາມ​ຈິ​ງທັງ​ໝົດ ພ້ອມ​ທັງ​ເລຂາທິການ​ໃຫຍ່.

ຢູ່​ໃນ​ການ​ຕິດຕາມ​ທາງ​ອີ​ແມ​ລ ທ່ານ Douala ​ໄດ້​ຂຽນ​ວ່າ “ພວກ​ເຮົາ​ນັບຖື​ເລຂາທິ
ການ​ໃຫຍ່ ​ແລະ​ສະພາ​ຄວາມ​ໝັ້ນຄົງ​ທີ່​ຈະ​ໃຫ້​ຄວາມ​ສົນ​ຢ່າງ​ເຕັມທີ່ກັບ​ສະຖານະ​ການ
​ແລະ​ຮຽກຮ້ອງ​ໃຫ້​ທຸກ​ພັກ​ຝ່າຍ​ຄໍ້າປະກັນ​ວ່າ ບໍ່​ມີ​ທະຫານ​ຢູ່​ທີ່​ນັ້ນ ​ແລະ​ກິດຈະການ​ຢູ່​
ໃນ​ເຂດດັ່ງກ່າວ.”

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG