ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຝ່າຍຄ້ານຢູ່ Djibouti ປະນາມ ຜົນການເລືອກຕັ້ງ ສະພາແຫ່ງຊາດ


ແຜນທີ່ຂອງປະເທດ Djibouti ທີ່ຕັ້ງຢູ່ໃນ ແຫລມຕາເວັນອອກຂອງອາຟຣິກາ.
ແຜນທີ່ຂອງປະເທດ Djibouti ທີ່ຕັ້ງຢູ່ໃນ ແຫລມຕາເວັນອອກຂອງອາຟຣິກາ.
ຜົນຂັ້ນຕົ້ນຂອງການເລືອກຕັ້ງສະພາແຫ່ງຊາດຂອງ Djibouti
ໃນວັນເສົາວານນີ້ ສະແດງໃຫ້ເຫັນວ່າ ພັກຂອງລັດຖະບານ
ປະທານາທິບໍດີ Ismael Omar Geulleh ໄດ້ຮັບຄະແນນ
ນໍາໜ້າ ແລະໄດ້ເຮັດໃຫ້ມີການອອກຄໍາເຫັນຢ່າງແຮງ ຈາກ ແນວໂຮມຝ່າຍຄ້ານຢູ່ໃນປະເທດນ້ອຍໆແຫ່ງນັ້ນ ທີ່ຕັ້ງຢູ່ໃນ ແຫລມຕາເວັນອອກຂອງອາຟຣິກາ.

ກະຊວງພາຍໃນກ່າວໃນວັນເສົາວານນີ້ວ່າ ຜົນຂັ້ນຕົ້ນຂອງ
ການເລືອກຕັ້ງ ໄດ້ສະແດງໃຫ້ເຫັນວ່າ ພັກ Union for the
Presidential Majority ຫລື UMP ຂອງລັດຖະບານ ໄດ້
ຮັບຄະແນນສຽງຫລາຍກວ່າ 49% ຂອງຄະແນນສຽງທັງໝົດ
ໃນນະຄອນຫລວງ Djibouti City. ລັດຖະບານເວົ້າວ່າ ພັກ
ຝ່າຍຄ້ານໄດ້ຮັບຄະແນນ ສຽງບໍ່ຮອດ 48% ຂອງຄະແນນ ສຽງທັງໝົດ.

ສາມສ່ວນສີ່ຂອງພົນລະເມືອງທົງໝົດຂອງ Djibouti ແມ່ນອາໄສຢູ່ໃນນະຄອນຫລວງ.

ໂຄສົກຂອງແນວໂຮມຝ່າຍຄ້ານ ພັກ Union of National Salvation ຫລື USN ກ່າວ
ຫາວ່າ ມີການສໍ້ກົງຄະແນນຢ່າງແຜ່ຫລາຍ.

ຢູ່ໃນຄໍາສໍາພາດກັບພະແນກພາສາໂຊມາເລຍຂອງວີໂອເອ ທ່ານ Dahir Ahmed Farah
ເວົ້າວ່າ ທະຫານຂອງລັດຖະບານ ໄດ້ລົງຄະແນນສຽງຫລາຍຄັ້ງ ຢູ່ໃນສະຖານີປ່ອນບັດບາງ
ແຫ່ງ ແລະເວົ້າວ່າ ຜົນການເລືອກຕັ້ງທີ່ປະກາດອອກມາໂດຍລັດຖະບານ ແມ່ນບໍ່ຖືກຕ້ອງ.
XS
SM
MD
LG