ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ທ່ານ ທັກ​ສິນ ເດີນ​ທາງ​ກັບ​ປະ​ເທດ ຫຼັງ​ຈາກ​ການ​ລີ້​ໄພ​ດ້ວຍ​ຕົນ​ເອງ​ 15 ປີ


ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ທ່ານ ທັກ​ສິນ ຊິນ​ນະ​ວັດ, ຊ້າຍ, ກັບ​ລູກ​ສາວ ທ່ານ​ນາງ ແພ​ທອງ​ທານ ຊິນ​ນະ​ວັດ ເດີນ​ທາງ​ຮອດ​ສະ​ໜາມ​ບິນດອນ​ເມືອງ ໃນ​ບາງກອງ, ໄທ, 22 ສິງ​ຫາ 2023.
ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ທ່ານ ທັກ​ສິນ ຊິນ​ນະ​ວັດ, ຊ້າຍ, ກັບ​ລູກ​ສາວ ທ່ານ​ນາງ ແພ​ທອງ​ທານ ຊິນ​ນະ​ວັດ ເດີນ​ທາງ​ຮອດ​ສະ​ໜາມ​ບິນດອນ​ເມືອງ ໃນ​ບາງກອງ, ໄທ, 22 ສິງ​ຫາ 2023.

ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ທ່ານ ທັກ​ສິນ ຊິນ​ນະ​ວັດ ໄດ້​ເດີນ​ທາງ​ກັບ​ປະ​ເທດ​ ຫຼັງ​ຈາກ​ການ​ລີ້​ໄພ​ດ້ວຍ​ຕົນ​ເອງ​ເປັ​ນ​ເວ​ລ​າຫຼາຍ​ປີ​ ເພື່ອ​ປະ​ເຊີນ​ໜັບ​ກັບ​ຂໍ້​ກ່າວ​ຫາ​ທາງ​ອາ​ຍາ​ຕ່າງໆໃນ​ວັນ​ດຽວ​ກັນ ​ກັບ​ພັກ​ທີ່​ເປັນ​ພັນ​ທ​ະ​ມິດ​ກັບ​ທ່ານ ​ມີ​ແຜນ​ທີ່​ຈະ​ເລີ່ມ​ຕັ້ງ​ລັດ​ຖະ​ບານ​ໃໝ່ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ກາ​ນ​ຂ່າ​ວ​ເອ​ພີ.

ທ່ານ ທັກ​ສິນ ໄດ້​ກ່າວ​ວ່າ​ການ​ຕັດ​ສິນ​ໃຈ​ເດີນ​ທາງ​ກັບ​ແມ່ນບໍ່​ມີ​ຫຍັງ​ ກ່ຽວ​ຂ້ອງ​ກັບ​ການ​ລົງ​ຄະ​ແນນ​ສຽງ​ໃນ​ສະ​ພາ​ແຫ່ງ​ຊາດ​ທີ່​ຄາ​ດ​ວ່າ​ຈະ​ເກີດ​ຂຶ້ນ​ໃນ​ທ້າຍ​ວັນ​ດັ່ງ​ກ່າວ ກ່ຽວ​ກັບ​ຜູ້​ລົງ​ແຂ່ງ​ຂັນ​ ຈາກ​ພັກ​ເພື່ອ​ໄທ ສຳ​ລັບ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ.

ແຕ່ຫຼາຍ​ຄົນ​ເຊື່ອ​ວ່າ​ການ​ເດີນ​ທາງ​ກັບ​ຂອງ​ທ່ານ​ແມ່ນ​ເຊື່ອມ​ໂຍງ​ກັບ​ການ​ໄລ່​ຕາມ​ອຳ​ນາດ​ຂອງ​ພັກ​ການ​ເມືອງ​ດັ່ງ​ກ່າວ. ທ່ານ ທັກ​ສິນ ຜູ້​ທີ່​ຖືກ​ຂັບ​ໄລ່​ອອກ​ຈາກ​ຕຳ​ແໜ່ງ​ໃນ​ການ​ກໍ່​ລັດ​ຖະ​ປະ​ຫານ​ເມື່ອ​ປີ 2006, ຖືກ​ຕັດ​ສິນ​ໂທດ​ແບບ​ລັບ​ຫຼັງ​ໂດຍສານ​ໃນຫຼາຍໆ​ຄະ​ດີ​ອາ​ຍາ ທີ່​ທ່ານ​ໄດ້​ກ່າວ​ວ່າ​ ມີແຮງ​ຈູງ​ໃຈ​ທາງ​ການ​ເມືອງ. ທ່ານ​ອາດ​ປະ​ເຊີນ​ກັບ​ການ​ຂັງ​ຄຸກນອກ​ຈາກວ່າ ​ທ່ານ​ຈະ​ໄດ້​ຮັບ​ການ​ອະ​ໄພ​ຍະ​ໂທດ​ຈາກ​ກະ​ສັດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG