ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຫຼາກຫຼາຍ, ການຄອບງໍາລາງວັນຂອງເນັດຝລິກສ໌ ແລະ ເລື້ອງ 'Nomadland' ໄດ້ລາງວັນ ລະຄອນດີເດັ່ນ ໃນງານໂກນເດິນໂກລບສ໌ ປີນີ້


ພາບທີ່ແຈກຢາຍໃຫ້ໃນງານມອບລາງວັນປະຈໍາປີ Golden Globe ຄັ້ງທີ 78 ທີ່ນະຄອນນີວຢອກສະແດງໃຫ້ເຫັນຮູບຂອງທ່ານນາງ Chloe Zhao ທີ່ໄດ້ຮັບລາງວັນຜູ້ກໍາກັບການສະແດງທີ່ດີເດັ່ນ- ສໍາລັບຮູບເງົາເລື້ອງ "Nomadland"
ພາບທີ່ແຈກຢາຍໃຫ້ໃນງານມອບລາງວັນປະຈໍາປີ Golden Globe ຄັ້ງທີ 78 ທີ່ນະຄອນນີວຢອກສະແດງໃຫ້ເຫັນຮູບຂອງທ່ານນາງ Chloe Zhao ທີ່ໄດ້ຮັບລາງວັນຜູ້ກໍາກັບການສະແດງທີ່ດີເດັ່ນ- ສໍາລັບຮູບເງົາເລື້ອງ "Nomadland"

ລະຄອນເລື່ອງ "Nomadland" ແລະຮູບເງົາທີ່ເປັນເລື່ອງຕະຫລົກ "Borat Subsequent Moviefilm" ໄດ້ຊະນະລາງວັນກຽດຕິຍົດຮູບເງົາຢູ່ງານມອບ ລາງວັນໂກນເດິນ ໂກລບສ໌ (Golden Globes) ໃນວັນອາທິດວານນີ້ໃນພິທີທີ່ຈັດຂຶ້ນຢູ່ສອງຟາກຊາຍຝັ່ງມະຫາສະໝຸດທີ່ສ່ວນໃຫຍ່ແລ້ວ ເປັນການຈັດທາງອອນລາຍ ທີ່ເປັນງານທີ່ຖືກຂີດໝາຍໂດຍການຮຽກຮ້ອງທີ່ເຕັມປ່ຽມໄປດ້ວຍອາລົມວ່າ ໃຫ້ມີຄວາມຫຼາກຫຼາຍ ແລະການຄອບງໍາລາງວັນຂອງເຄືອຂ່າຍ ສາຍ ຮູບເງົາທາງອອນລາຍ Netflix, ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌ ໃນວັນທີ 28 ກຸມພາວານນີ້.

ເລື້ອງ "Nomadland," ຊຶ່ງເປັນລະຄອນເຄື່ອນທີ່ກ່ຽວກັບຜູ້ອາໄສຢູ່ໃນລົດຕູ້ ໃນໄລຍະທີ່ອາເມຣິກາ ປະສົບກັບສະພາບເສດຖະກິດຖົດຖອຍ ຈາກບໍລິສັດ Searchlight Pictures ຍັງໄດ້ຮັບລາງວັນຜູ້ກຳກັບການສະແດງດີເລີດສຳລັບທ່ານນາງ ສໂລ ຊາວ (Chloe Zhao) ທີ່ເກີດໃນປະເທດຈີນ. ມັນໄດ້ເຮັດໃຫ້ທ່ານ ນາງ ຊາວ (Zhao) ເປັນຜູ້ຍິງຄົນທີສອງເທົ່ານັ້ນ ທີ່ໄດ້ຮັບລາງວັນຊະນະເລີດປະເພດນີ້ ຢູ່ໃນງານມອບລາງວັນ Golden Globes, ແລະເປັນຜູ້ກຳກັບການສະ ແດງທີ່ເປັນແມ່ຍິງເຊື້ອສາຍເອເຊຍຄົນທຳອິດທີ່ໄດ້ຮັບລາງວັນ ດັ່ງກ່າວ.

ທ່ານນາງຊາວ ກ່າວວ່າ "ສຳລັບທຸກຄົນທີ່ໄດ້ຜ່ານການເດີນທາງທີ່ຫຍຸ້ງຍາກແລະສວຍງາມອັນນີ້ ຢູ່ໃນຊ່ວງເວລາໃດນຶ່ງໃນຊີວິດຂອງພວກເຂົາເຈົ້າ, ນີ້ຄື ລາງວັນສຳລັບທ່ານ."

ທ່ານນາງກ່າວຕໍ່ໄປວ່າ, "ພວກເຮົາບໍ່ໄດ້ເວົ້າວ່າລາກ່ອນ, ພວກເຮົາເວົ້າວ່າ ແລ້ວເຈົ້າພົບກັນໃນເສັ້ນທາງທີ່ເຈົ້າເດີນໄປ," ຊຶ່ງເປັນຄໍາເວົ້າແຖວນຶ່ງ ຢູ່ໃນຮູບເງົາເລື້ອງນັ້ນ.

ການໄດ້ລາງວັນຊະນະເລີດທັງສອງຢ່າງສຳລັບເລື້ອງ "Nomadland" ໄດ້ເພີ່ມພາບພົດໃຫ້ຮູບເງົາດັ່ງກ່າວ ກ່ອນການສະເໜີຊື່ໃນເດືອນມີນາ ເພື່ອໃຫ້ໄດ້ຮັບລາງວັນຕຸກກະຕາຄຳຫຼືອອສກາສ໌ (Oscars).

ທ່ານ ຊາຊາ ບາຣອນ ໂຄເຮນ (Sacha Baron Cohen), ຜູ້ສ້າງຮູບເງົາ ເລື້ອງ "Borat Subnceent Moviefilm" ຈາກຫ້ອງອັດອາເມຊອນ ຫລື Amazon Studios ໄດ້ຮັບນາມມະຍົດວ່າ ເປັນນັກສະແດງຮູບເງົາຕະຫລົກທີ່ດີເດັ່ນທີ່ສຸດ, ໃນຂະນະທີ່ນັກຮ້ອງແອນດຣາ ເດ (Andra Day) ເປັນຜູ້ຊະນະເລີດສຳລັບບົດບາດໃນການເປັນຜູ້ນຳຂອງນາງໃນເລື້ອງ "ສະຫະລັດອາເມຣິກາ ສູ້ກັບ Billie Holiday."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG