ມະນຸດກົບມຸດລົງໄປພື້ນໜອງແຫ່ງນຶ່ງທີ່ເມືອງ San Bernadino
ລັດກາລີຟໍເນຍບ່ອນທີ່ສອງຜົວເມຍໄດ້ຍິງສັງຫານ 14 ຄົນໃນສັບ
ປະດາແລ້ວນີ້ ຊຶ່ງມີລາຍງານວ່າ ມີຄົນເຫັນເຂົາເຈົ້າ ພາກັນໄປ ທີ່
ໜອງດັ່ງກ່າວ.
ທ່ານ David Bowdich ຮອງຫົວໜ້າ ອົງການສັນຕິບານກາງສະ
ຫະລັດຫຼື FBI ໃນເຂດນະຄອນ Los Angeles ບໍ່ຍອມເປີດເຜີຍ
ໃຫ້ຊາບ ກ່ຽວກັບຫຼັກຖານທີ່ສະເພາະເຈາະຈົງ ທີ່ພວກມະນຸດກົບ
ຊອກຫາໃນວັນພະຫັດວານນີ້. ແຕ່ມີອົງການຂ່າວນຶ່ງລາຍງານວ່າ
ອາດຈະເປັນເຄື່ອງເກັບຂໍ້ມູນ ຫຼື hard drive ຂອງຄອມພິວເຕີ້ ຢູ່
ໃນໜອງດັ່ງກ່າວກໍເປັນໄດ້.
ທ່ານ Bowdich ເວົ້າວ່າ ການຄົ້ນຫາຢູ່ທີ່ໜອງນ້ຳດັ່ງກ່າວ ອາດຈະໃຊ້ເວລາ ຫລາຍໆມື້.
ທ່ານກ່າວວ່າ ອົງການ FBI ອາດຈະປະໝາດຈົນເກີນໄປ ທີ່ບໍ່ໄດ້ຕິດຕາມເບິ່ງທຸກໆຫລັກ
ຖານຂໍ້ມູນກ່ຽວກັບການຍິງສັງຫານໃນຄັ້ງນີ້.
ນອກນັ້ນ ທ່ານ Bowdich ຍັງກ່າວວ່າ ຈຳນວນພວກທີ່ໄດ້ຮັບບາດເຈັບ ໃນການຍິງສັງ
ຫານ ໄດ້ເພີ້ມຂຶ້ນເປັນ 22 ຄົນ ໃນວັນພະຫັດວານນີ້ ເວລາຜູ້ເຄາະຮ້າຍຄົນນຶ່ງພົບເຫັນ
ບາດແຜທີ່ພົວພັນກັບອາຊະຍາກຳດັ່ງກ່າວ. ທ່ານບໍ່ໄດ້ໃຫ້ລາຍລະອຽດໃດໆ.
ທ່ານກ່າວວ່າ ຄະນະສືບສວນ ຂອງອົງການ FBI ໄດ້ພົບພໍ້ກັບບັນດາຄອບຄົວ ແລະຜູ້
ເຄາະຮ້າຍ ໂດຍກ່າວວ່າ ຫລາຍຄົນອາດຈະບໍ່ສາມາດຟື້ນໂຕຄືນມາໄດ້ຈາກບາດແຜ
ທາງດ້ານຮ່າງກາຍ ແລະຈິດໃຈໄດ້. ທ່ານເວົ້າວ່າ ອົງການ FBI ບໍ່ຕ້ອງການຢາກໃຫ້ມີ
ການພົບພໍ້ແບບນີ້ອີກ.