ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ບັນດານັກ​ດຳ​ນ້ຳ ກູ້ເອົາອີກ 6 ສົບ ຂຶ້ນມາ ຈາກພື້ນທະເລ ໃກ້ໆບ່ອນເຮືອບິນ AirAsia ຕົກ


ຄະນະຄົ້ນຫາຊາກສົບພວກເຄາະຮ້າຍ ວັນທີ 19, 2015.
ຄະນະຄົ້ນຫາຊາກສົບພວກເຄາະຮ້າຍ ວັນທີ 19, 2015.

ນັກ​ດຳ​ນ້ຳ ​ໄດ້​ກູ້ເອົາ​ຕື່ມອີກ 6 ສົບ ​ຈາກພື້ນ​ທະ​ເລ ​ໃກ້ໆ​ກັບບ່ອນ
​ທີ່ລຳໂຕຂອງ​ເຮືອບິນ Airbus A320 ຖ້ຽວ​ບິນ 8501 ​ຈົມຢູ່​ນັ້ນ ​ໃນຂະນະທີ່ກະແສນ້ຳໃຕ້ພື້ນທະເລໄຫລ​ບໍ່​ແຮງ​ເກີນ​ໄປ ພໍທີ່​ໃຫ້
​ພວກ​ນັກ​ດຳ​ນ້ຳ ລົງໄປສຳຫຼວດເບິ່ງ​ບໍລິ​ເວນ​ດັ່ງກ່າວໄດ້.

ຊາກ​ສົບ​ທີ່​ຄົ້ນ​ພົບ​ນັ້ນ ຍັງ​ໃສ່ສາຍແອວ​ຢູ່​ໃນ​ຕັ່ງນັ່ງຂອງ​ເຮືອບິນ
​ ​ໃນ​ຂະນະ​ທີ່​ພວກ​ນັດ​ດຳ​ນ້ຳ​ພາກັນ​ຊອກ​ຄົ້ນ​ຫາ ໃນວັນພະຫັດມື້ນີ້.

ກະແສນ້ຳ​ທີ່​ໄຫລແຮງນັ້ນ ເປັນອຸບປະສັກກີດຂວາງ ບໍ່ໃຫ້ພວກ
ນັກດຳນ້ຳ ເຂົ້າ​ໄປເຖິງ​ລຳໂຕຂອງຊາກ​ເຮືອບິນ ຊຶ່ງ​ໄດ້​ຈົມ​ຢູ່​
ໃຕ້​ທ້ອງ​ທະ​ເລຈາ​ວາ ປະທານ 30 ​ແມັດ ​ເລິກ​ລົງ​ໄປ​ຈາກ​ໜ້າ​ນ້ຳ.

ຈົນ​ເທົ່າ​ເຖິງ​ປະຈຸ​ບັນ​ນີ້ ​ໄດ້​ພົບ​ເຫັນສົບແລ້ວ 59 ສົບ​ ຈາກ​ຖ້ຽວ​ບິນ 8501 ທີ່​ຕົກລົງ​ໃສ່​ທະ​ເລ​ຈາ​ວາ ພ້ອມດ້ວຍຜູ້​ໂດຍສານແລະພະນັກງານ​ທັງ​ໝົດ 162 ຄົນ ໃນຂະນະທີ່ກຳລັງ​ເດີນທາງ
ແຕ່​ເມືອງ Surabaya ​ຫົວເມືອງໃຫຍ່ອັນດັບ 2 ຂອງອິນ​ໂດ​ເນ​ເຊຍ ໄປສູ່ປະ​ເທດ​ສິງກະ​ໂປ.

ຫີບ​ດຳ ຫຼື “Blackboxs” ​ທີ່​ບັນທຶກ​ສຽງ​ແລະ​ຂໍ້​ມູນ​ຕ່າງໆ​ຂອງ​ເຮືອບິນ​ນັ້ນ​ແມ່ນ​ໄດ້​ຄົ້ນ​ພົບ​ແລ້ວ ​ໃນ​ອາທິດ​ແລ້ວ​ນີ້.

ລັດຖະມົນຕີ​ຂົນສົ່ງອິນ​ໂດ​ເນ​ເຊຍ ທ່ານ Ignasius Jonan ​ໄດ້ກ່າວ​ໃນ​ສັບປະດາ​ນີ້​ວ່າ ​ເຮືອບິນ​ລຳ​ດັ່ງ​ກ່າວ ​ໄດ້ບິນ​ຂຶ້ນ​ສູງ​ແລະ​ໄວ​ເກີນ​ໄປ ກ່ອນ​ທີ່​ຈະ​ຕົກລົງ​ສູ່​ທ້ອງ​ທະ​ເລ.

XS
SM
MD
LG