ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ດຳ​ນ້ຳຄົນ​ນຶ່ງ ເສຍ​ຊີ​ວິດ ໃນ​ການ​ຊອກ​ຫາ ເຮືອ​ບິນ​ ອິນ​ໂດ​ເນ​ເຊຍ ທີ່​ຕົກ ຢູ່​ທະ​ເລ​ຈາ​ວາ


ພວກ​ກູ້​ໄພ ພວມ​ຍ້າຍ​ສົບ ຜູ້​ເສຍ​ຊີ​ວິດ ຍ້ອນເຮືອ​ບິນ​ໂດຍ​ສ​ານ ອິນ​ໂດ​ເນ​ເຊຍ ທີ່​ຕົກ​ຢູ່​ທະ​ເລ​ຈາ​ວາ.
ພວກ​ກູ້​ໄພ ພວມ​ຍ້າຍ​ສົບ ຜູ້​ເສຍ​ຊີ​ວິດ ຍ້ອນເຮືອ​ບິນ​ໂດຍ​ສ​ານ ອິນ​ໂດ​ເນ​ເຊຍ ທີ່​ຕົກ​ຢູ່​ທະ​ເລ​ຈາ​ວາ.

ເຈົ້າ​ໜ້າ​ທີ່​ອິນ​ໂດ​ເນ​ເຊຍ ກ່າວ​ວ່າ ນັກ​ດຳ​ນ້ຳ​ຄົນ​ນຶ່ງ​ໄດ້​ເສຍ​ຊີ​ວິດ ໃນ​ຂະ​ນະ​ທີ່​ກູ້​ເອົາ​ສິ້ນ​ສ່ວນ​ຊາກ​ຖ້ຽວ​ບິນ JT-610 ຂອງ​ສາຍ​ການ​ບິນ Lion Air ​ທີີ່​ຕົກ​ລົງ​ໃສ່ທະ​ເລ​ຈາ​ວາ ບໍ່​ເທົ່າ​ໃດ​ນາ​ທີ ​ລຸນຫຼັງ​ທີ່​ໄດ້​ບິນ​ຂຶ້ນ​ຈາກ​ສະ​ໜາມ​ບິນ​ຈາ​ກາ​ຕາ ໃນວັນ​ຈັນ​ແລ້ວ.

ທ້າວ​ຊີ​ຢັກ​ຣູ​ລ ອັ​ນ​ໂຕ ອາ​ຍຸ 48 ປີ ຊຶ່ງ​ເປັນ​ຄົນ​ສັນ​ຊາດ​ອິນ​ໂດ​ເນ​ເຊຍ ໄດ້​ເສຍຊີ​ວິດ​ໃນ​ວັນ​ສຸກວານນີ້. ເຈົ້າ​ໜ້າ​ທີ່​ກ່າວ​ວ່າລາວ​ອາດ​ເສຍ​ຊີ​ວິດ​ຍ້ອນ​ບັນ​ຫາ​ຄວາມ​ກົດ​ອາ​ກາດ.

ທ້າວ​ອັນ​ໂຕ ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ໃນ​ຄວາມ​ພະ​ຍາ​ຍາມ​ເມື່ອ​ໄວໆ​ມານີ້ ​ທີ່​ເມືອງ​ປາ​ລູ ທີ່​ໄດ້​ປະ​ສົບ​ກັບ​ເຫດ​ແຜ່ນ​ດິນ​ໄຫວ ແລະ​ຟອງ​ຍັກ​ສຸ​ນາ​ມິ ໃນ​ເດືອນ​ກັນ​ຍາຜ່ານ​ມາ. ນອກນັ້ນ​ແລ້ວ ລາວ​ຍັງ​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ກູ້​ໄພ ເຮືອ​ບິນ​ແອ​ເອ​ເຊຍຕົກ ເມື່ອ​ເກືອບ​ 4 ປີ​ກ່ອນ.

​ພວກ​ກູ້​ໄພ ພວມ​ກຽມ​ເຮືອ ໄປ​ບ່ອນ​ທີ່​ເຮືອ​ບິນ​ຕົກ
​ພວກ​ກູ້​ໄພ ພວມ​ກຽມ​ເຮືອ ໄປ​ບ່ອນ​ທີ່​ເຮືອ​ບິນ​ຕົກ

“ເປັນວິ​ລະ​ບຸ​ຣຸດ​ທີ່​ສູງ​ສົ່ງ​ແທ້ໆ” ນັ້ນ​ຄື​ຄຳ​ເວົ້າ ທີ່​ທ້າວ​ໂຢ​ເຊັ​ຟ ຊາ​ຟ​ຣູ​ດິນ ກ່າວ​ເຖິງ​ເພື່ອນ​ຂອງ​ລາວ ໃນ​ຢູ່​ເຟ​ສ​ບຸກ.

ພວກ​ນັກ​ດຳ​ນ້ຳ ​ຂອງກອງ​ທັບ​ເຮືອ​ອິນ​ໂດ​ເນ​ເຊຍ ໄດ້​ກູ້​ເອົາ​ນຶ່ງ​ໃນ​ອັນ​ທີ່​ເອີ້ນ​ວ່າ “ຫີບ​ດຳ” ທີ່​ບັນ​ຈຸ​ຂໍ້​ມູນ​ສຳ​ຄັນ ກ່ຽວ​ກັບ​ການ​ບິນ​ຂຶ້ນ​ເປັນ​ເວ​ລາ​ສັ້ນໆ​ຂອງເຮືອ​ບິນລຳ​ດັ່ງ​ກ່າວ. ພວກ​ດຳ​ນ້ຳ​ໄດ້​ພົບ​ເຫັນ​ເຄື່ອງ​ບັນ​ທຶກ​ຂໍ້​ມູນ ໃນ​ວັນ​ພະ​ຫັດ​ຜ່ານ​ມາ. ພວກ​ເຂົາ​ເຈົ້າ​ຍັງ​ສືບ​ຕໍ່​ຊອກ​ຫາ​ເຄື່ອງ​ບັນ​ທຶກ​ສຽງ ຈາກ​ຫ້ອງ​ນັກ​ບິນ.

ອຸ​ບັດ​ຕິ​ເຫດ​ດັ່ງ​ກ່າວ ແມ່ນ​ເປັນ​ເທື່ອ​ທຳ​ອິດ ທີ່​ພົວ​ພັນ​ກັບ​ເຮືອ​ບິນ ​ໂບອິ້ງ 737 ຮຸ້ນ MAX 8 ຊຶ່ງເປັນເຮືອບິນອາຍພົ່ນໂດຍສານຮຸ້ນໃໝ່ ປະຢັດນໍ້າມັນ ທີ່​ມີ​ຊື່ດັງ.

ກະ​ຊວງ​ຂົນ​ສົ່ງ​ຂອງ​ອິນ​ໂດ​ເນ​ເຊຍ ໄດ້​ສັ່ງ​ໃຫ້​ທຳ​ການກວດ​ກາ​ເບິ່ງ​ເຮືອ​ບິນ​ໂບ ອິ້ງ 737 ຮຸ້ນ MAX 8 ທີ່​ມີ​ຢູ່​ທັງ​ໝົດ.

ສາຍ​ການ​ບິນ Lion Air ໄດ້​ສັ່ງ​ຊື້​ເຮືອ​ບິນ​ໃໝ່​ຮຸ້ນ​ດັ່ງ​ກ່າວ ຈຳ​ນວນ 50 ລຳ ຊຶ່ງ​ລຳ​ນຶ່ງໆ​ແມ່ນ​
ມີ​ລາ​ຄາ 6 ພັນ 200 ລ້ານ​ໂດ​ລາ.

ຫົວ​ໜ້າ​ບໍ​ລິ​ຫານ​ຂອງ​ສາຍ​ການ​ບິນ Lion Air ທ່ານ​ເອັດ​ເວີດ ຊີເຣຕໄດ້​ແຈ້ງໃຫ້ພວກນັກ
ຂ່າວຊາບວ່າ ເຮືອບິນລຳ​ທີ່​ປະ​ສົບ​ອຸ​ບັດ​ຕິ​ເຫດດັ່ງກ່າວ ໄດ້ຖືກນຳໃຊ້ແຕ່ພຽງສອງເດືອນ
ເທົ່ານັ້ນ ແລະ​ກໍໄດ້ປະສົບກັບບັນຫາທາງດ້ານເຕັກນິກ ໃນລະຫວ່າງການບິນຈາກເກາະ
ຕາກອາກາດ ບາຫລີ ໄປຍັງນະຄອນຫຼວງຈາກາຕາໃນຄືນກ່ອນ ແຕ່ບັນຫາດັ່ງກ່າວກໍໄດ້
ຮັບ​ການແກ້ໄຂໄ​ປ ແລ້ວ ຕາມລະບຽບການທີ່​ໄດ້​ຕັ້ງ​ໄວ້.

ກະ​ຊວງ​ຂົນ​ສົ່ງ​ອິນ​ໂດ​ເນ​ເຊຍ ໄດ້​ສັ່ງ​ໂຈະ​ການ​ປະ​ຕິ​ບັດ​ໜ້າ​ທີ່ ຂອງ​ຜູ້​ອຳ​ນວຍ​ການ​ດ້ານ
​ເຕັກ​ນິກ​ຂອງ Lion Air ແລະ​ພວກ​ນາຍ​ຊ່າງ ທີ່ກວດ​ສອບ​ໃຫ້​ເຮືອລຳ​ດັ່ງ​ກ່າວ ບິນ​ປະ​ຕິ​
ບັດ​ງານ​ໄດ້.

ຜູ້​ໂດຍ​ສານ​ແລະ​ຈຸ​ບິນ​ທັງ​ໝົດ 189 ຄົນ ໄດ້​ເສຍ​ຊີ​ວິດ ໃນ​ອຸ​ບັດ​ຕິ​ເຫດ​ເຮືອ​ບິນ​ຕົກ.

ອ່ານ​ຂ່າວນີ້​ຕ​ື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG