ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ທ​ຣຳ ບໍ່ໄດ້​ສົນ​ໃຈ​ໃນດ້ານ​ການ​ທູດ ໃນ​ຂະ​ນະ​ທີ່​ທ່ານ ເດີນ​ທາງ​ກັບ​ສູ່​ ນະ​ຄອນ ນິວຢອກ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ​ຕໍ່​ຝູງ​ຄົນ​ໃນ​ລະ​ຫວ່າງ​ການ​ຊຸມ​ນຸມ​ໂຄ​ສະ​ນາ​ຫາ​ສຽງ ເມື່ອ​ວັນ​ສຸກ​ທີ່​ຜ່ານມາ. ທີ່ເມືອງ ສ​ປ​ຣິງ​ຟຽ​ລ, ລັດ ມິ​ສ​ຊູ​ຣີ. 21 ກັນ​ຍາ, 2018.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ​ຕໍ່​ຝູງ​ຄົນ​ໃນ​ລະ​ຫວ່າງ​ການ​ຊຸມ​ນຸມ​ໂຄ​ສະ​ນາ​ຫາ​ສຽງ ເມື່ອ​ວັນ​ສຸກ​ທີ່​ຜ່ານມາ. ທີ່ເມືອງ ສ​ປ​ຣິງ​ຟຽ​ລ, ລັດ ມິ​ສ​ຊູ​ຣີ. 21 ກັນ​ຍາ, 2018.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ມິດງຽບ​ຢ່າງຜິດ​ປົກ​ກະ​ຕິ​ກ່ອນ​ການ​
ເລີ່ມຕົ້ນຂອງເຫດການທາງດ້ານການທູດ ໃນລະຫວ່າງ ກອງປະຊຸມສະມັດຊາໃຫຍ່
ອົງການສະຫະປະຊາຊາດ.

ທ່ານ ທ​ຣຳ ບໍ່​ໄດ້​ກ່າວ​ຫຍັງ ​ຢູ່​ໃນ ທວິດ​ເຕີ ໃນ​ວັນ​ເສົາ ແລະ ວັນ​ອາ​ທິດ​ວານນີ້ ເຊິ່ງ​ເປັນ​
ສິ່ງທີ່ບໍ່ຄ່ອຍເກີດຂຶ້ນ ໃນຂະນະທີ່ທ່ານໄປພັກຜ່ອນຢູ່ສະໂມສອນກັອລຟ ສ່ວນຕົວຂອງ
ທ່ານໃນລັດ ນິວ ເຈີຊີ, ທ່າມກາງຫຼາຍບັນຫາ ທີ່ຍັງຄົງຄ້າງ ທີ່ເບິ່ງຄືວ່າ ຈະອະທິບາຍ
ເຖິງການເປັນປະທານາທິບໍດີຂອງທ່ານ.

ບໍ່​ມີ​ຂໍ້​ຄວາມ​ ທີ່​ສຳ​ຄັນ​ຈາກ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຢູ່​ໃນ ທວິດ​ເຕີ ລຸນຫຼັງ​ຄຳ​ເຫັນ​ຂອງ​ທ່ານ​
ເມື່ອວັນສຸກທີ່ຜ່ານມາ ກ່ຽວກັບ ຄຳສັ່ງ ໃຫ້ເປີດເຜີຍເອກະສານທີ່ເປັນບັນຫາຕ່າງໆ
ກ່ຽວກັບ ການສອບສວນ ຣັດເຊຍ, ເຊິ່ງຕອນນີ້ ກຳລັງຖືກທົບທວນຢູ່ ແລະ ກໍໄດ້ກ່າວ
ຫາພັກຝ່າຍຄ້ານເດໂມແຄຣັດ ກ່ຽວກັບ ການຂັດຂວາງຂັ້ນຕອນການຮັບຮອງ ຜູ້ຖືກສະ
ເໜີຊື່ ຄົນທີສອງຂອງທ່ານ ສຳລັບການແຕ່ງຕັ້ງຕຳແໜ່ງໃນສານສູງສຸດ ສະຫະລັດ ຕະ
ຫຼອດຊີວິດ.

ທ່ານ​ ທ​ຣຳ ໄດ້​ຮັບ​ປະ​ທານ​ອາ​ຫານ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ທ່ານ ຊິນ​ໂຊ ອາ​ເບະ
ທີ່ນະຄອນ ນິວຢອກ ໃນວັນອາທິດວານນີ້, ເຊິ່ງທ່ານກໍແມ່ນນຶ່ງ ໃນຈຳນວນຜູ້ນຳໂລກ
ທີ່ມາເຕົ້າໂຮມກັນ ສຳລັບກອງປະຊຸມສະມັດຊາໃຫຍ່ ສະຫະລັດ ປະຊາຊາດຄັ້ງທີ 73.

ບໍ່​ດົນ​ກ່ອນ​ການ​ຮັ​ບ​ປະ​ທານ​ອາ​ຫານ​ຄ່ຳ​ນັ້ນ, ທ່ານ ທ​ຣຳ, ໄດ້​ກົດ​ດັນ​ທ່ານ ອາ​ເບະ ໃນ​
ຂໍ້ຄວາມຢູ່ທວິດເຕີວ່າ, “ພວກເຮົາໄດ້ເຮັດຫຼາຍຢ່າງ ເພື່ອຊ່ວຍເຫຼືອ ຍີ່ປຸ່ນ, ພວກເຮົາ
ຢາກເຫັນສາຍພົວພັນແບບເປັນການແລກປ່ຽນກັນ.”

ນອກ​ຈາກ​ຄວາມ​ແຕກ​ຕ່າງ​ດ້ານ​ການ​ຄ້າ​ ແລະ ຄ່າ​ໃຊ້​ຈ່າຍ​ທັງຫຼາຍ​ຂອງ​ການ​ຕ້ອນ​ຮັບ​
ກອງກຳລັງ ສະຫະລັດ ໃນ ຍີ່ປຸ່ນ ແລ້ວ, ທ່ານ ທຣຳ ກັບ ທ່ານ ອາເບະ, ກໍຍັງມີຄວາມ
ແນ່ນອນວ່າ ຈະປຶກສາຫາລືກັນ ກ່ຽວກັບ ສະຖານະການໃນແຫຼມເກົາຫຼີ, ພຽງບໍເທົ່າໃດ
ວັນ ຫຼັງຈາກປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ ອິນ ໄດ້ເດີນທາງໄປນະຄອນຫຼວງ
ພຽງຢາງ ແລະ ໄດ້ເຊັນຂໍ້ຕົກລົງກັບຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ.

ນອກນັ້ນ ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ​ຍັງ​ມີ​ກຳ​ນົດ​ທີ່ຈະ​ພົບ​ປະ​ກັບ​ບັນ​ດາ​ຜູ້​ນຳ​ອັງ​ກິດ,
ໂຄລອມເບຍ, ອີຈິບ, ຝຣັ່ງ ແລະ ອິສຣາແອລ ນຳ ໃນສັບປະດານີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG