ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວົງດົນຕຣີຣັອກ ຣັດເຊຍ ໃນ ໄທ ຖືກເນລະເທດ ໄປ ອິສຣາແອລ


ວົງດົນຕຣີຣັອກ Bi-2 ທຳການສະແດງໃນນະຄອນຫຼວງ ມົສກູ, ຣັດເຊຍ, 1 ທັນວາ 2011.
ວົງດົນຕຣີຣັອກ Bi-2 ທຳການສະແດງໃນນະຄອນຫຼວງ ມົສກູ, ຣັດເຊຍ, 1 ທັນວາ 2011.

ສະ​ມາ​ຊິກ​ຂອງວົງ​ດົນ​ຕ​ຣີຣັອກ ຣັດ​ເຊຍ-ເບ​ລາ​ຣຸ​ສ ຊື່​ວ່າ Bi-2 ຜູ້​ທີ່​ຖືກ​ຄວບ​ຄຸມ​ຕົວ​ໃນ​ປະ​ເທດ ໄທ ໃນ​ຂໍ້​ກ່າວ​ຫາ​ຄົນ​ເຂົ້າ​ເມືອງ​ນັ້ນ​ ແມ່ນ​ໄດ້​ຮັບ​ອະ​ນຸ​ຍາດ​ ໃຫ້​ເດີນ​ທາງ​ໄປ​ ອິ​ສ​ຣາ​ແອ​ລ ທ່າມ​ກາງ​ຄວາມ​ເປັນ​ຫ່ວງວ່າ ​ເຂົາ​ເຈົ້າ​ຈະ​ຖືກ​ເນ​ລະ​ເທດ​ໄປ ຣັດ​ເຊຍ ຍ້ອນ​ການ​ຢືນ​ຢັດ​ຕໍ່​ຕ້ານ​ສົງ​ຄາມ ​ຂອງ​ກຸ່ມ​ດັ່ງ​ກ່າວ.

ວົງ​ດົນ​ຕ​ຣີ​ທີ່​ວ່າ​ນັ້ນ ​ໄດ້​ສະ​ແດງ​ຄອນ​ເສີດ​ຢູ່ ພູ​ເ​ກັດ, ເຊິ່ງ​ແມ່ນ​ເກາະ ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ໃນ ໄທ, ແຕ່​ຖືກ​ຈັບ​ໂດຍ​ເຈົ້າ​ໜ້າ​ທີ່​ຄົນ​ເຂົ້າ​ເມືອງ ໄທ ຍ້ອນ​ເຮັດ​ວຽກ​ໂດຍບໍ່​ມີ​ໃບ​ອະ​ນຸ​ຍາດ ​ເມື່​ອ​ອາ​ທິດ​ທີ່​ຜ່ານ​ມາ.

ພວກ​ສະ​ມາ​ຊິກ​ຂອງວົງ​ຖືກ​ຄວບ​ຄຸມ​ຕົວ​ ທຳ​ອິດ​ຢູ່ ພູ​ເ​ກັດ ກ່ອນ​ຖືກ​ຍ້າຍ​ໄປ​ສູນ​ກັກ​ຂັງ​ໃນ ບາງກອກ.

ວົງ Bi-2 ແມ່ນ​ໄດ້​ຕຳ​ໜິ​ວິ​ຈານ​ຢ່າ​ງ​ອອກ​ປາກ​ອອກ​ສຽງ ກ່ຽວ​ກັບ ​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ແລະ ການ​ບຸກ​ລຸກ​ຢູ​ເຄ​ຣນ ຢ່າງ​ເຕັມ​ອັດ​ຕາ​ຂອງ​ ຣັດ​ເຊຍ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ ຣັດ​ເຊຍ ໄດ້​ກ່າວ​ຫາ​ກຸ່ມ​ດັ່ງ​ກ່າວວ່າ ​ສະ​ໜັບ​ສະ​ໜູນ​ລັດ​ທິ​ກໍ່​ການ​ຮ້າຍ. ກ່ອນ​ໜ້ານີ້ ມົ​ສ​ກູໄດ້​ລະ​ບຸ​ວ່າ​ທ້າວ ເຢ​ກໍ “ລຽວ​ວາ ບອດ​ນິກ, ຫົວ​ໜ້າ​ຂອງວົງ​ດົນ​ຕ​ຣີ Bi-2 ​, ເປັນ​ຕົວ​ແທນ​ຂອງ​ຕ່າງ​ປະ​ເທດ ຍ້ອນ​ຄຳ​ເວົ້າ​ຕໍ່​ຕ້ານ​ສົງ​ຄາມ​ໃນ ຢູ​ເຄ​ຣນ ຂອງ​ຣັດ​ເຊຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG