ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຜູ້ໂດຍສານ ພະຍາຍາມ ບຸກເຂົ້າໄປ ບ່ອນຄົນຂັບ ຂອງຖ້ຽວບິນ ມາເລເຊຍ


ເຮືອບິນຂອງສາຍການບິນມາເລເຊຍ ທີ່ສະໜາມບິນນາໆຊາດ ເຊປັງ ໃນນະຄອນຫຼວງກົວລາລຳເປີ.
ເຮືອບິນຂອງສາຍການບິນມາເລເຊຍ ທີ່ສະໜາມບິນນາໆຊາດ ເຊປັງ ໃນນະຄອນຫຼວງກົວລາລຳເປີ.

ຖ້ຽວບິນ​ຂອງ​ສາຍ​ການບິນ​ມາ​ເລ​ເຊຍ ​ໄປ​ຍັງ​ນະຄອນ​ກົວ​ລາ​ລຳ​ເປີ ​ໄດ້​ລົງ​ຈອດ ຢ່າງ
ປອດ​ໄພທີ່​ນະຄອນ Melbourne ບ່ອນ​ທີ່​ເຮືອບິນ​ລຳ​ດັ່ງກ່າວ​ໄດ້​ບິນ​ຂຶ້ນ ຫລັງ​ຈາກ​ຜູ້​
ໂດຍສານ​ໄດ້​ພະຍາຍາມ​ທີ່​ຈະ​ເຂົ້າ​ໄປ​ໃນ​ບ່ອນ​ຄົນ​ຂັບ​ໃນ​ຕອນ​ແລງຂອງ​ວັນ​ພຸດ​ວານ
​ນີ້.

ສຽງບັນທຶກ​ທີ່​ຫໍ​ຄວບ​ຄຸມ​ການບິນ​ ນຳ​ອອກ​ເຜີຍ​ແຜ່​ ທາງ​ອິນ​ເຕີ​ແນັດ ສາມາດ​ໄດ້​ຍິນ
ສຽງຜູ້​ຊາຍ​ທີ່ກ່າວ​ວ່າ ຜູ້​ໂດຍສານຄົນ​ນຶ່ງ​ “ທີ່ອ້າງ​ວ່າ​ມີ​ລະ​ເບີດໄດ້​ພະຍາຍາມ​ຈະເຂົ້າ
​ໄປ​ໃນ​ຫ້ອງ​ຄົນ​ຂັບ ​ໄດ້​ຖືກ​ສະກັດ​ກັ້ນ​ໄວ້​ໂດຍ​ຜູ້​ໂດຍສານ​ຄົນ​ອື່ນໆ.”

ຜູ້​ໂດຍສານທີ່​ສ້າງ​ຄວາມ​ວຸ້ນວາຍ​ ຊຶ່ງ​ເປັນ​ຄົນສຣີລັງກາ​ເປັນ​ທີ່​ປາກົດ​ວ່າໄດ້​ເມົາ​ເຫຼົ້າ ​
ແລະ​ກ່າວ​ອ້າງ​ວ່າ ລາວ​ມີ​ລະ​ເບີດ ​ແຕ່​ມັນ​ແມ່ນ​ເຄື່ອງ​ສາກ​ ຖ່ານ​ໄຟສາຍ ອີງຕາມ​ຄຳ
ເວົ້າຂອງຮອງ​ລັດຖະມົນຕີ​ຂົນ​ສົ່ງ​ມາ​ເລ​ເຊຍທ່ານ Abdul Kaprawi ທີ່​ກ່າວ​ຕໍ່​ອົງການ
​ຂ່າວ​ຝຣັ່ງ.

ຜູ້​ໂດຍສານ​ຄົນ​ນັ້ນ​ໄດ້​ຖືກຄວບ​ຄຸມ​ຕົວ​ໄວ້​ທີ່​ສະໜາມ​ບິນ ​ແລະ​ເຫດການ​ດັ່ງກ່າວຈະ
​ຖືກ​ສືບສວນ​ໂດຍ​ເຈົ້າໜ້າ​ທີ່​ອອສ​ເຕຣ​ເລຍ ພ້ອມ​ກັບ​ສາຍ​ການບິນ​ມາ​ເລ​ເຊຍ ນັ້ນຄື
​ຄຳ​ເວົ້າຂອງ​ບໍລິສັດສາຍການບິນມາເລເຊຍ ຊຶ່ງ​ໄດ້​ກ່າວ​ຂໍ​ໂທດ​ໃນ​ຄວາມ​ບໍ່​ສະດວກ.

ຖະ​ແຫຼງການ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍສານ​ການບິນ​ເວົ້າວ່າ “ສາຍ​ການບິນມາ​ເລ​ເຊຍ
ຂໍ​ກ່າວ​ຢ້ຳວ່າ ບໍ່​ມີ​ເວລາ​ໃດ​ທີ່​ເຮືອບິນ​ລຳ​ດັ່ງກ່າວ​ໄດ້​ຖືກ​ຈີ້.” ​ແຕ່​ທາງ​ສາຍ​ການບິນກໍ​ບໍ່​
ໄດ້​ໃຫ້​ລາຍ​ລະອຽດ​ຫຍັງ​ຕື່ມ ກ່ຽວ​ກັບ​ເຫດ​ການ​ດັ່ງກ່າວ.

ທັງ​ຖ້ຽວ​ບິນ​ຂາ​ເຂົ້າ​ແລະຂາ​ອອກ ຢູ່​ທີ່​ສະໜາມ​ບິນ ນະຄອນ Melbourne ຕ່າງ​ກໍ​ໄດ້
ຖືກ​ລົບ​ກວນໄປຕາມໆກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG