ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຄງການຮ່ວມມື ໃນທະເລ ຈີນໃຕ້ ລົ້ມແຫຼວ ທັງໆທີ່ ມີການປຶກສາຫາລືກັນ ເຖິງສອງຄັ້ງ


ການກໍ່ສ້າງຕ່າງໆຂອງ ຈີນ ໃນໝູ່ເກາະ Spratly, ທະເລຈີນໃຕ້, 21 ເມສາ, 2017.
ການກໍ່ສ້າງຕ່າງໆຂອງ ຈີນ ໃນໝູ່ເກາະ Spratly, ທະເລຈີນໃຕ້, 21 ເມສາ, 2017.

ຫຼາຍປະເທດທີ່ແຂ່ງກັນ ອ້າງ​ເອົາກຳມະສິດ​ໃນທະເລຈີນໃຕ້ ບໍ່​ສາມາດທີ່​ຈະເລີ່ມໂຄງ
ການໃຊ້ແຫຼ່ງຊັບພະຍາກອນຮ່ວມກັນກັບ ຈີນ ທີ່ມີອຳນາດແຂງແກ່ນທີ່ສຸດ, ເຖິງແມ່ນ
ຈະມີການປຶກສາຫາລືກັນໃນສອງທົດສະວັດທີ່ຜ່ານມາກໍຕາມ, ໃນຂະນະທີ່ເຂົາເຈົ້າ
ຢ້ານວ່າ ມັນຈະໄດ້ຮັບຜົນທີ່ບໍ່ເທົ່າທຽມກັນ ຫຼື ສູນເສຍອຳນາດອະທິປະໄຕຂອງຕົນ.

ບັນດາປະເທດແຖວໜ້າໃນເອເຊຍຕະເວັນອອກສຽງໃຕ້ ເປັນຫ່ວງວ່າ ເຂົາເຈົ້າຈະມີບົດ
ບາດທີ່ນ້ອຍຖ້າທຽບໃສ່ ຈີນ ຫຼື ສຸດທ້າຍສູນເສຍແຫຼ່ງຊັບພະຍາກອນທາງທະເລ ຍ້ອນ
ວ່າ ຈີນ ເປັນປະເທດທີ່ໃຫຍ່ກວ່າ ແລະ ມີຄວາມກ້າວໜ້າກວ່າ.

ທ່ານ Andrew Yang ເລຂາທິການໃຫຍ່ ສະພາການສຶກສານະໂຍບາຍຄວາມກ້າວ
ໜ້າ ເຊິ່ງເປັນຄະນະວິໄຈໃນເກາະ ໄຕ້ຫວັນ ກ່າວວ່າ “ປະເທດອື່ນໆຍັງຫວັງວ່າ ຈີນ
ຈະເປັນຜູ້ທີ່ມີຄວາມຮັບຜິດຊອບຫຼາຍກວ່າ ໃນເລື່ອງຂອງຜົນງານ ແລະ ການປະພຶດ
ຂອງເຂົາເຈົ້າໃນທະເລຈີນໃຕ້.”

ໃນທາງກົງກັນຂ້າມ ຈີນ ອາດສົງໄສວ່າ ການເມືອງພາຍໃນປະເທດ ໃນປະເທດປະຊາ
ທິປະໄຕເຊັ່ນ ຟີລິບປິນ ອາດທຳລາຍຂໍ້ຕົກລົງນັ້ນກໍເປັນໄດ້, ອີງຕາມຄຳເວົ້າຂອງບັນ
ດາຜູ້ຊ່ຽວຊານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG