ອົງການອົບພະຍົບສະຫະປະຊາຊາດ ຫຼື UNHCR ໄດ້ເຕືອນໃນວັນພຸດວານນີ້ກ່ຽວກັບເຫດສຸກເສີນທາງດ້ານມະນຸດສະທຳ ໃນປະເທດຊູດານ ທີ່ເກີດຂຶ້ນຍ້ອນ ການສູ້ລົບຍາດແຍ່ງອຳນາດເພື່ອເຂົ້າຄວບຄຸມປະເທດດັ່ງກ່າວ ໄດ້ພາກໍ່ໃຫ້ເກີດວິກິດການໃຫ້ການປ້ອງກັນ ທັງຢູ່ໃນຊູດານເອງ ແລະບັນດາປະເທດເພື່ອນບ້ານ ໃຫ້ບ່ອນຫຼົບໄພ ທີ່ພາໃຫ້ມີຄວາມສ່ຽງຕໍ່ການບໍ່ມີສະຖຽນລະພາບ ຢູ່ໃນຂົງເຂດ ນັບມື້ນັບເພີ້ມທະວີຂຶ້ນ ຖ້າບັນຫາຂັດແຍ້ງ ຫາກຖືກແກ່ຍາວອອກໄປ.
“ຂ້າພະເຈົ້າຄິດວ່າ ຢູ່ບ່ອນໃດກໍຕາມໃນໂລກ ທີ່ໄດ້ເກີດບັນຫາຂັດແຍ້ງແບບແກ່ຍາວ ແລະມັນມີຄວາມເປັນໄປໄດ້ ສຳລັບຊູດານ ທີ່ຈະແກ່ຍາວອອກໄປ ມັນຈະກາຍເປັນນຶ່ງ ໃນບັນຊີລາຍຊື່ ຂອງບັນຫາທີ່ແກ່ຍາວ ທີ່ຂ້າພະເຈົ້າມີຢູ່ ໃນພາກສ່ວນນີ້ຂອງໂລກ” ນັ້ນຄືຄຳເວົ້າ ຂອງທ່ານເອແມນ ກາຣາຍເບ ຜູ້ອຳນວຍການ UNHCR ຮັບຜິດຊອບເຂດພາກຕາເວັນອອກກາງແລະອາຟຣິກາເໜືອ.
“ນັບແຕ່ເຢເມນແລະເຂົ້າໄປຍັງລີເບຍ ພວກເຂົາທັງໝົດ. ດັ່ງນັ້ນ ມັນເປັນທີ່ຈະ ແຈ້ງ ເຖິງແມ່ນທ່ານມີປະເທດທີ່ມີຈິດໃຈກວ້າງຂວາງທີ່ສຸດ ເຖິງແມ່ນໄດ້ຮັບທຶນຢ່າງເຕັມອັດຕາ ມັນກໍມີຂໍ້ຈຳກັດ ສຳລັບສາທາລະນະຊົນ. ເຖິງແມ່ນມັນໄດ້ຮັບການສະໜັບສະໜຸນ ພວກເຂົາກໍຈະໄປຮອດຈຸດທີ່ອິດເມື່ອຍ” ນັ້ນຄືຄຳເວົ້າຂອງທ່ານ. “ຂ້າພະເຈົ້າຫວັງວ່າ ມັນຈະບໍ່ມາຮອດຈຸດນັ້ນ.”
ມີປະຊາຊົນຫຼາຍກວ່າ 5 ລ້ານ 4 ແສນຄົນ ໃນຊູດານ ໄດ້ຖືກຍົກຍ້າຍໄປຈາກ ເຮືອນຊານບ້ານຊ່ອງຂອງພວກເຂົາເຈົ້າ ນັບແຕ່ໄດ້ເລີ້ມເກີດການປະທະກັນ ລະຫວ່າງກອງທັບແຫ່ງຊາດຂອງຊູດານ ແລະກຳລັງສະໜັບສະໜຸນເຄື່ອນທີ່ຢ່າງ ວ່ອງໄວ ໄດ້ລະເບີດຂຶ້ນເມື່ອກາງເດືອນເມສາ ເຮັດໃຫ້ບັນຫາຂັດແຍ້ງນີ້ ກາຍເປັນວິກິດການທີ່ມີຜູ້ອົບພະຍົບຫຼົບໄພເພີ້ມຂຶ້ນໄວທີ່ສຸດໃນໂລກ.