ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ອົງການກາ​ແດງ​ສາ​ກົນ ກ່າວວ່າ ມີການໂຄສະນາບິດເບືອນຂໍ້ມູນ ເພື່ອຕໍ່ຕ້ານຄວາມພະຍາຍາມຂອງພວກເຂົາເຈົ້າ ໃນການຊ່ວຍບັນເທົາທຸກ ຢູ່ໃນຢູເຄຣນ


ຜູ້ອົບພະຍົບພາຍໃນປະເທດ ຈາກເມືອງ ມາຣີອູໂປລ ກໍາລັງອອກມາຈາກລົດຕູ້ ໃນຂະນະທີ່ເດີນທາງມາເຖິງສູນກາງຜູ້ລີ້ໄພ ໃນເມືອງຊາໂປຣີເຊຍ, ປະເທດຢູເຄຣນ, ເມື່ອວັນທີ 25 ມີນາ 2022.
ຜູ້ອົບພະຍົບພາຍໃນປະເທດ ຈາກເມືອງ ມາຣີອູໂປລ ກໍາລັງອອກມາຈາກລົດຕູ້ ໃນຂະນະທີ່ເດີນທາງມາເຖິງສູນກາງຜູ້ລີ້ໄພ ໃນເມືອງຊາໂປຣີເຊຍ, ປະເທດຢູເຄຣນ, ເມື່ອວັນທີ 25 ມີນາ 2022.

ຄະນະກໍາມະການຂອງອົງການກາແດງສາກົນ ຫຼື ICRC ລາຍງານວ່າ ມີການໂຄສະນາໃນການໃຫ້ຂໍ້ມູນທີ່ຜິດ ແລະບິດເບືອນຄວາມຈິງຢູ່ໃນສື່ສັງຄົມອອນລາຍ ເພື່ອເຮັດໃຫ້ການດໍາເນີນງານທາງດ້ານມະນຸດສະທໍາ ຢູ່ໃນຢູເຄຣນ ເສຍຊື່ສຽງ. ລິຊາ ສະໄລນ໌ ມີລາຍງານໃຫ້ VOA ຈາກນະຄອນເຈເນວາ ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ອົງກອນທີ່​ຕັ້ງ​ຢູ່​ໃນປະເທດສະວິດເຊີແລນ ເຕືອນວ່າ ວິກິດການທາງດ້ານມະນຸດສະທໍາຢູ່ໃນຢູເຄຣນກໍາລັງເພີ້ມທະວີຄວາມຮຸນ​ແຮງຂຶ້ນ ໂດຍຈໍານວນຂອງຜູ້ເສຍຊີວິດ, ການທໍາລາຍ ແລະຄວາມທຸກທໍລະມານ ທີ່ເກີດຂຶ້ນກັບປະຊາຊົນພົນລະເຮືອນ ນັບຕັ້ງແຕ່ການບຸກ​ເຂົ້າ​ໄປ​ໃນຢູເຄຣນຂອງຣັດເຊຍ ໃນວັນທີ 24 ກຸມພາ ​ແມ່ນ​ເປັນທີ່ໜ້າ​ຢ້ານ​ກົວ ແລະບໍ່ສາມາດທີ່ຈະຮັບ​ເອົາໄດ້.

ການ​ຍິງ​ໂຈມ​ຕີ​ແລະ​ຖິ້ມລະເບີດຢ່າງຕໍ່ເນື່ອງ ຢູ່ໃນເມືອງທ່າມາຣີອູໂປລນັ້ນ ໄດ້ ທຳ​ລາຍເຮືອນຊານຂອງພົນລະເຮືອນ ແລະ​ພື້ນ​ຖານ​ໂຄງ​ລ່າງ, ອັນໄດ້ເຮັດໃຫ້ປະຊາຊົນຫຼາຍໝື່ນຄົນ ຕ້ອງໄດ້ພາກັນອົບ​ພະ​ຍົບຫລົບໜີ, ​ໂດຍ​ຖືກກີດກັນຂັດ ຂວາງບໍ່​ໃຫ້​ໄດ້​ຮັບການຊ່ວຍເຫຼືອທາງດ້ານອາຫານ, ນໍ້າດື່ມແລະການຮັກສາ​ປິ່ນ​ປົວທາງການແພດ.

ໂຄສົກຂອງຄະນະກໍາມະການແຫ່ງອົງການກາແດງສາກົນ ທ່ານອີວານ ວັດສັນ (Ewan Watson) ກ່າວວ່າ ພົນລະເຮືອນ ຢູ່ໃນເມືອງມາຣີອູໂປລ ແລະເຂດ ແນວໜ້າອື່ນໆ ກໍາລັງຕັດສິນໃຈ ກ່ຽວກັບຄວາມເປັນຄວາມຕາຍໃນການລົບໜີອອກນອກປະເທດ ໂດຍຍັງບໍ່ທັນ​ມີ​ການ​ຄ້ຳ​ປະ​ກັນທີ່ຈະອະນຸຍາດໃຫ້ພວກເຂົາ ເຈົ້າເດີນ​ທາງອອກໄປຢ່າງປອດໄພ​ເທື່ອ.

ທ່ານກ່າວວ່າ ການເພີ້ມຂຶ້ນຂອງຂໍ້ມູນທີ່ບໍ່ມີຄວາມຈິງ ແລະບິດເບືອນນັ້ນ ກໍາລັງເປັນອັນຕະລາຍຕໍ່ຄວາມພະຍາຍາມຂອງ ICRC ໃນການປົກປ້ອງ ແລະແຈກຢາຍຄວາມຊ່ວຍເຫຼືອທາງດ້ານມະນຸດສະທໍາໃຫ້ແກ່ປະຊາຊົນທີ່ຍັງ​ຕົກຄ້າງຢູ່ໃນຂົງເຂດຂອງຄວາມຂັດແຍ້ງດັ່ງກ່າວ, ໂດຍທ່ານໄດ້ກ່າວວ່າ:

“ພວກເຮົາໄດ້ເຫັນເຖິງເຈດຕະນາໃນການໂຈມຕີເປົ້າໝາຍ ໂດຍການບັນຍາຍທີ່ບໍ່ຖືກຕ້ອງ ແລະການບິດເບືອນຂໍ້ມູນ ເພື່ອເຮັດໃຫ້ ICRC ເສຍຊື່ສຽງ. ແລະນີ້ ມັນມີທ່າແຮງ ທີ່ເປັນອັນຕະລາຍຕໍ່ທີມງານ ແລະອົງການກາແດງຂອງພວກເຮົາຢ່າງແທ້ຈິງ, ການເຄື່ອນໄຫວຂອງຄູ່ຮ່ວມງານ Red Crescent ກໍາລັງເຮັດວຽກຢູ່ໃນພາກພື້ນໂຕຈິງ ແລະເພື່ອບໍລິການປະຊາຊົນຢູ່ໃນທີ່ນັ້ນ.”

ທ່ານ ວັດສັນ ກ່າວວ່າ ຂໍ້ມູນທີ່ຜິດພາດ ແລະບິດເບືອນຈໍານວນຫຼາຍ ແມ່ນກໍາລັງຖືກ​ນຳ​ອອກ​ເຜິຍ​ແຜ່ໂດຍຜ່ານທາງຊ່ອງຂອງສື່ສັງຄົມອອນລາຍ ເພື່ອແນເປົ້າໝາຍໃສ່ ICRC. ຕົວຢ່າງຂໍ້ກ່າວຫານຶ່ງທີ່ບໍ່ມີມູນຖານຂອງຄວາມເປັນຈິງ, ທ່ານ ກ່າວວ່າ ເປັນຂໍ້ກ່າວຫາກ່ຽວກັບບົດບາດຂອງໜ່ວຍງານໃນການບັງຄັບໃຫ້ຜູ້ຄົນພາກັນອົບພະຍົບຫລົບໜີ.

ເຊິ່ງທ່ານ ວັດສັນ ກ່າວວ່າ:

“ທາງ ICRC ບໍ່ໄດ້ມີສ່ວນພົວພັນ ໃນການບັງຄັບໃຫ້ມີ​ການ​ຍົກ​ຍ້າຍຕ່າງໆ, ບໍ່ວ່າຈະເປັນການບັງຄັບຍົກຍ້າຍພົນລະເຮືອນຈາກເມືອງມາຣີອູໂປລ ໄປຫາ ຣັດເຊຍ ຫຼື ເມືອງຕ່າງໆຂອງ ຢູເຄຣນ...ອົງການ ICRC ບໍ່ຕ້ອງການທີ່ຈະເປີດຫ້ອງການຢູ່ທາງພາກໃຕ້ຂອງຣັດເຊຍ ເພື່ອລ້າງຄວາມຄິດຂອງປະຊາຊົນຊາວ ຢູເຄຣນ ຄືດັ່ງທີ່ລາຍງານຫຼາຍໆອັນ ໄດ້ກ່າວອ້າງ, ດັ່ງນັ້ນ ມັນຈຶ່ງເປັນຂໍ້ມູນທີ່ຜິດພາດທີ່ສຸດ, ພວກເຮົາບໍ່ໄດ້ເປີດສູນສໍາອົບ​ພະ​ຍົບ ຫຼືສູນອື່ນໆເລີຍ.”

ທ່ານ ວັດສັນ ກ່າວວ່າ ອົງການ ICRC ດໍາເນີນງານບົນພື້ນຖານຂອງຄວາມ​ບໍ່ເຂົ້າ​ຂ້າງ​ອອກ​ຂາແລະເປັນກາງ. ທ່ານກ່າວວ່າ ໄດ້ມີການຄາດກັນວ່າພັກຝ່າຍທີ່ເປັນ​ຄູ່ສົງຄາມນັ້ນ ຈະຕ້ອງຮັບຜິດຊອບໃນ​ພັນ​ທະພາຍໃຕ້ກົດໝາຍມະນຸດສະທໍາສາກົນເພື່ອປົກປ້ອງພົນລະເຮືອນແລະຈໍາກັດການປະຕິບັດການທາງທະຫານ ໃສ່​ເປົ້າ​ໝາຍສະເພາະທາງທະຫານເທົ່ານັ້ນ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG