ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແພດກິລາກາຍ​ຍະ​ກຳ ຂອງສະຫະລັດ ທີ່ເຮັດເສື່ອມ​ເສຍ​ສັກ​ສີ ຖືກ​ແທງ​ຢູ່​ໃນ​ຄຸກ


(ແຟມ) ທ້າວແລຣີ ນາຊຊາ ອະ​ດີດ​ທ່ານ​ໝໍກິລາຂອງທີມ USA Gymnastics ທີ່​ຮັບ​ສາ​ລະ​ພາບ​ຜິດວ່າ​ໄດ້​ລະ​ເມີດ​ທາງ​ເພດຟັງ​​ພວກ​ເຄາະ​ຮ້າຍ​ເວົ້າ​ເຖິງ​ຜົນ​ກະ​ທົບຕໍ່​ເຂົາ​ເຈົ້າ ທີ່​ສານ Eaton County Circuit Court ເມືອງ Charlotte, ລັດ​ມິ​ຊິ​ແກນ, ວັນ​ທີ 31 ມັງ​ກອນ, 2018
(ແຟມ) ທ້າວແລຣີ ນາຊຊາ ອະ​ດີດ​ທ່ານ​ໝໍກິລາຂອງທີມ USA Gymnastics ທີ່​ຮັບ​ສາ​ລະ​ພາບ​ຜິດວ່າ​ໄດ້​ລະ​ເມີດ​ທາງ​ເພດຟັງ​​ພວກ​ເຄາະ​ຮ້າຍ​ເວົ້າ​ເຖິງ​ຜົນ​ກະ​ທົບຕໍ່​ເຂົາ​ເຈົ້າ ທີ່​ສານ Eaton County Circuit Court ເມືອງ Charlotte, ລັດ​ມິ​ຊິ​ແກນ, ວັນ​ທີ 31 ມັງ​ກອນ, 2018

ທ້າວແລ​ຣີ ນາ​ຊ​ຊາ ແພດກິລາຂອງສະຫະລັດທີ່ເສື່ອມ​ເສຍ​ສັກ​ສີແລະຖືກຕັດສິນໂທດ ລົງ​ໂທດຈຳຄຸກຫຼາຍທົດ​ສະ​ວັດໃນຂໍ້ຫາລ່ວງລະເມີດທາງເພດຕໍ່ນັກກິ​ລາກາຍຍະກຳຍິງ ທີ່​ເກັ່ງສຸດຂອງສະຫະລັດ ໄດ້ຖືກແທງຫລາຍໆ​ຄັ້ງຢູ່ໃນການຂັດແຍ້ງກັນກັບນັກໂທດ ອີກຄົນນຶ່ງຢູ່​ໃນຄຸກຂອງລັດຖະບານກາງແຫ່ງ​ນຶ່ງ, ອີງ​ຕາມລາຍງານຂອງ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດໃນວັນຈັນວານນີ້.

ທ້າວນາ​ຊ​ຊາ ອາຍຸ 59 ປີທີ່ເຄີຍເຮັດວຽກຢູ່ມະຫາວິທະຍາໄລຈິມ​ແນ​ສ​ຕິກສ໌ແລະລັດ ມິຊີ​ແກນຂອງສະຫະລັດ ໄດ້ຖືກແທງຢູ່ຫລັງ, ຢູ່ຫນ້າເອິກ ແລະຄໍຢູ່​ໃນຄຸກໂຄ​ລ​ແມນ (Coleman) ຂອງສະຫະລັດ ໃນລັດຟ​ລໍ​ຣິ​ດາ ທາງພາກໃຕ້ຂອງ​ສະ​ຫະ​ລັດ. ພວກເຈົ້າ​ໜ້າ​ທີ່​ກ່າວ​ວ່າ ກາ​ການຂອງ​ລາວ​ມີ​ຄວາມ​ຄວາມ​ໝັ້ນ​ຄົງ ແລະ​ການ​ສືບ​ສວນ​ພວມ​ດຳ​ເນີນໄປ​ຢູ່.

ຢູ່ໃນການໄຕ່​ສວນຄະ​ດີ ໃນຊຸມປີມໍ່ໆມານີ້ມານີ້ ທ້າວ​ນາ​ຊ​ຊາ ຍອມຮັບວ່າ ໄດ້ລະ​ເມີດ​ທາງ​ເພດຕໍ່​ພວກນັກກິລາໃນລັກສະນະຂອງການປິ່ນປົວ ແລະການກວດທາງການ ແພດ, ໂດຍທີ່ມີຜູ້ໄດ້ຊະນະຫຼຽນຄໍາຂອງສະຫະລັດ ຊີ​ມອນ ບາຍ​ສ໌ (Simone Biles), ແມັກ​ຄາ​ລາ ມາ​ຣອນ​ນີ (McKayla Maroney) ແລະອາ​ລີ ເຣ​ຊ​ສ​ແມນ (Aly Raisman) ຮວມ​ຢູ່ໃນບັນດາຜູ້ເຄາະຮ້າຍທີ່​ຕົກ​ເປັນ​ເຫຍື່ອຂອງລາວ. ໃນປີ 2021, ພວກນັກກິລາໄດ້ບັນລຸຂໍ້ຕົກລົງທີ່ຮຽກຮ້ອງໃຫ້ຄະນະກໍາມະການໂອລິມປິກ ແລະ ພາລາລິມປິກຂອງສະຫະລັດ, ອົງ​ການກິ​ລາ​ກາ​ຍະ​ກຳຂອງສະຫະລັດ ແລະບໍ​ລິ​ສັດປະກັນໄພຂອງພວກເຂົາເຈົ້າ ຈ່າຍຄ່າເສຍຫາຍ 380 ລ້ານໂດລາ.

ບັນດາ​ຜູ້​ພິພາກສາ​ໄດ້​ຕັດສິນ​ລົງ​ໂທດ​ທ້າວ​ນາ​ຊ​ຊາ ​ໃຫ້ຖືກ​ຈຳ​ຄຸກ​ຢ່າງ​ໜ້ອຍ 40 ປີ ​ແລະ​ຈຳ​ຄຸກ​ສູງ​ສຸດ 175 ປີ ​ໃນ​ຂໍ້​ຫາ​ກໍ່​ອາ​ຊະ​ຍາ​ກຳ. ເດັກຍິງ, ແມ່ຍິງ ແລະ ພໍ່ແມ່ ຫຼາຍກວ່າ 160 ຄົນ ໄດ້ໄປໃຫ້ປາກ​ຄຳເປັນພະຍານໃນການໄຕ່​ສວນ​ຄະ​ດີຄັ້ງນຶ່ງ ທີ່ພັນ​ລະ​ນາເຖິງຜົນກະທົບຂອງການລ່ວງລະເມີດທາງເພດຂອງລາວ.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG