ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພັນລະຍາ ຂອງທ່ານສົມບັດ ສົມພອນ ຍັງສືບຕໍ່ຮ້ອງຂໍ ຄວາມເປັນທໍາ ໃຫ້ແກ່ສາມີ


ການປຸກລະດົມໃຫ້ຊອກຫາ ທ່ານສົມບັດ ສົມພອນ ໂດຍຜູ້ແທນຂອງອົງການເຄື່ອນໄຫວເພື່ອຄຸ້ມຄອງສິດທິມະນຸດ ຈໍານວນນຶ່ງ ໃນສະມາຄົມອາຊ່ຽນ.
ການປຸກລະດົມໃຫ້ຊອກຫາ ທ່ານສົມບັດ ສົມພອນ ໂດຍຜູ້ແທນຂອງອົງການເຄື່ອນໄຫວເພື່ອຄຸ້ມຄອງສິດທິມະນຸດ ຈໍານວນນຶ່ງ ໃນສະມາຄົມອາຊ່ຽນ.
ນັກເຄື່ອນໄຫວເພື່ອສິດທິມະນຸດໃນອາຊ່ຽນຢືນຢັນວ່າ ພັນລະ
ຍາຂອງທ່ານສົມບັດ ສົມພອນ ຍັງຄົງສືບຕໍ່ການເຄື່ອນໄຫວເພື່ອ
ຮຽກຮ້ອງຂໍຄວາມເປັນທໍາໃຫ້ກັບທ່ານ ສົມບັດ ຈົນເຖິງທຸກມື້ນີ້.

ຜູ້ແທນຂອງ 125 ອົງການເຄື່ອນໄຫວເພື່ອຄຸ້ມຄອງສິດທິມະນຸດ
ໃນອາຊ່ຽນ ໃຫ້ການຢືນຢັນວ່າ ການເຄື່ອນໄຫວເພື່ອຄົ້ນຫາ
ຄວາມຈິງ ແລະຮຽກຮ້ອງຂໍຄວາມຍຸຕິທໍາໃຫ້ກັບທ່ານສົມບັດ ສົມ
ພອນ ນັກພັດທະນາທາງສັງຄົມທີ່ດີເດັ່ນຂອງລາວ ແລະເອເຊຍ ທີ່ຫາຍສາບສູນໄປໃນລາວນັບຕັ້ງແຕ່ວັນທີ 5 ທັນວາ 2012 ເປັນ
ຕົ້ນມາຈົນເຖິງທຸກມື້ນີ້ ຈະຍັງຄົງດໍາເນີນການເຄື່ອນໄຫວຕໍ່ໄປ
ຢ່າງບໍ່ຢຸດຍັ້ງ ຫຼືຈົນກວ່າວ່າຈະໄດ້ຮັບຮູ້ເຖິງຄວາມຈິງ ທີ່ວ່າ ແມ່ນ
ສາເຫດໃດແທ້ທີ່ເຮັດໃຫ້ທ່ານສົມບັດຖືກລັກພາຕົວໄປ ເປັນຝີມື
ຫຼືການກະທໍາຂອງກຸ່ມບຸກຄົນໃດ ໃນລາວ.

ຫລ້າສຸດນີ້ ກໍມີລາຍງານວ່າທ່ານນາງ Ng Shui Meng ພັນລະຍາຊາວ ສິງຄະໂປຂອງ
ທ່ານສົມບັດ ໄດ້ເດີນທາງໄປພົບປະກັບບັນດາອົງການເຄື່ອນໄຫວ ເພື່ອຄຸ້ມຄອງສິດທິ
ມະນຸດໃນທົ່ວອາຊ່ຽນ ລວມທັງຍັງໄດ້ມີການພົວພັນກັບບັນດາ ຄະນະທູຕານຸທູດຂອງ
ອາຊ່ຽນ ແລະບັນດາປະເທດທີ່ມີສະຖານທູດຕັ້ງຢູ່ໃນ 10 ປະເທດສະມາຊິກຂອງອາຊ່ຽນ
ເພື່ອຮຽກຮ້ອງໃຫ້ປະກອບສ່ວນເຂົ້າໃນການກົດດັນຕໍ່ທາງການລັດຖະບານລາວໃຫ້ເລັ່ງ
ດໍາເນີນການສືບສວນສອບສວນຫາຄວາມຈິງໃນກໍລະນີດັ່ງກ່າວນີ້ຢ່າງຈິງຈັງດ້ວຍ.

ທ່ານ ສົມບັດ ສົມພອນ ແລະວຽກງານພັດທະນາດ້ານການກະເສດໃນລາວ
ທ່ານ ສົມບັດ ສົມພອນ ແລະວຽກງານພັດທະນາດ້ານການກະເສດໃນລາວ

ກ່ອນໜ້ານີ້ບັນດາຜູ້ແທນຂອງ 125 ອົງການສິດທິມະນຸດຊົນ ກໍ
ໄດ້ຮ່ວມກັນຍື່ນຈົດໝາຍເຖິງທ່ານນາງຢິ່ງລັກ ຊິນນະວັດ ນາຍົກ
ລັດຖະມົນຕີໄທເພື່ອຮຽກຮ້ອງຂໍໃຫ້ລັດຖະບານໄທ ປະກອບສ່ວນ
ເຂົ້າໃນການກົດດັນຕໍ່ລັດຖະບານລາວຕໍ່ໍກໍລະນີ ການຫາຍຕົວໄປ
ຂອງທ່ານສົມບັດມາແລ້ວ ໂດຍເນື້ອໃນສໍາຄັນຂອງຈົດໝາຍດັ່ງ
ກ່າວໄດ້ລະບຸວ່າ ການຮ່ວມມືລະຫວ່າງລັດຖະບານໄທກັບລາວ
ໃນໄລຍະຜ່ານມາ ໄດ້ເນັ້ນໜັກສະເພາະດ້ານເສດຖກິດຈົນລະ
ເລີຍຄວາມສໍາພັນໃນການຄຸ້ມຄອງສິດທິຂັ້ນພື້ນຖານຂອງປະຊາ
ຊົນຊຶ່ງຈະເຫັນໄດ້ຢ່າງຈະແຈ້ງ ຈາກກໍລະນີການຫາຍຕົວໄປຂອງ
ທ່ານສົມບັດ ທີ່ນາໆຊາດເຊື່ອວ່າ ເປັນການກະທໍາຂອງເຈົ້າໜ້າທີ່ຂອງລັດຖະບານລາວ ໂດຍ
ມີພາບທີ່ບັນທຶກໄວ້ດ້ວຍກ້ອງວົງຈອນປິດຂອງທາງການລາວເອງເປັນພະຍານຫຼັກຖານ
ຫາກແຕ່ວ່າທາງການຕໍາຫຼວດລາວກັບບໍ່ໄດ້ໃຊ້ພະຍານຫຼັກຖານດັ່ງກ່າວໃຫ້ເປັນປະໂຫຍດ
ຕໍ່ການສືບສວນ-ສອບສວນ ຫາຄວາມຈິງແຕ່ຢ່າງໃດ.

ຍິ່ງໄປກວ່ານັ້ນ ທາງການລາວຍັງໄດ້ປະຕິເສດຕໍ່ການສະເໜີຂອງທາງການສະຫະລັດ
ອາເມຣິກາ ແລະສະຫະພາບຢູໂຣບທີ່ຈະໃຫ້ການຊ່ວຍເຫຼືອໃນດ້ານເທັກນິກສະໄໝໃໝ່
ສໍາຫຼັບການກວດສອບພາບທີ່ບັນທຶກໄວ້ດ້ວຍກ້ອງວົງຈອນປິດດັ່ງກ່າວອີກດ້ວຍ ໂດຍໃຫ້
ເຫດຜົນກ່ຽວກັບຄວາມໝັ້ນຄົງຂອງຊາດເປັນສໍາຄັນ ຊຶ່ງດ້ວຍທ່າທີ ດັ່ງກ່າວ ຈຶ່ງເຮັດໃຫ້
ບັນດາອົງການສິດທິມະນຸດເບິ່ງ່ວ່າເປັນຄວາມບໍ່ເອົາຈິງເອົາຈັງຂອງລັດຖະບານລາວ
ໃນການຄົ້ນຫາຄວາມຈິງເພື່ອທີ່ວ່າຈະໄດ້ໃຫ້ການຊ່ວຍເຫຼືອ ແກ່ທ່ານສົມບັດຢ່າງທັນ
ການແລະໃນຖານະທີ່ໄປກັບລາວຕ່າງກໍເປັນສະມາຊິກໃນອາຊ່ຽນດ້ວຍກັນ ຈຶ່ງມີຄວາມ
ຈໍາເປັນຢ່າງຍິ່ງທີ່ລັດຖະບານໄດ້ຈະຕ້ອງສະແດງການກົດດັນຕໍ່ລັດຖະບານລາວໃນກໍລະ
ນີດັ່ງກ່າວເພື່ອສະແດງເຖິງການເຄົາລົບຕໍ່ ສິດທິຂັ້ນພື້ນຖານຂອງປະຊາຊົນຢ່າງແທ້ຈິງ.

ທາງດ້ານທ່ານນາງ ອັງຄະນາ ນີລະໄພຈິດ ພັນລະຍາຂອງທ່ານສົມຊາຍ ນີລະໄພຈິດ ທະ
ນາຍຄວາມທີ່ມີຊື່ສຽງທີ່ໃຫ້ການຊ່ວຍເຫຼືອດ້ານກົດໝາຍແກ່ຊາວໄທມູສລິມ ທີ່ຖືກອໍານາດ
ລັດຄຸກຄາມຈົນຕ້ອງຖືກລັກພາຕົວໄປເມື່ອ 8 ປີກ່ອນ ແລະ ຍັງຫາຍສາບສູນຈົນເຖິງທຸກ
ມື້ນີ້ ກໍໄດ້ໃຫ້ທັດສະນະວ່າ ກໍລະນີຂອງທ່ານສົມບັດ ກັບກໍລະນີຂອງທ່ານສົມຊາຍ ເກີດຂຶ້ນ
ໃນລັກສະນະດຽວກັນ ດັ່ງທີ່ທ່ານນາງໄດ້ ໃຫ້ການອະທິບາຍວ່າ:
ທ່ານນາງ ອັງຄະນາ ນີລະໄພຈິດ ພັນລະຍາຂອງທ່ານ ສົມຊາຍ ນີລະໄພຈິດ
ທ່ານນາງ ອັງຄະນາ ນີລະໄພຈິດ ພັນລະຍາຂອງທ່ານ ສົມຊາຍ ນີລະໄພຈິດ

ທັງສົມບັດ-ສົມຊາຍ ນີ້ ກໍຖືກເຮັດໃຫ້ຫາຍໄປໂດຍ
ເຈົ້າໜ້າທີ່ລັດຄືກັນ ກໍລະນີສົມບັດນີ້ ມີພາບທີ່ອອກມາ
ແລ້ວເຫັນຊັດເຈນວ່າເກີດຫຍັງຂຶ້ນ ຂະໜາດມີຫຼັກຖານ
ແບບນີ້ ສປປ.ລາວ ກໍຍັງໃຫ້ຄໍາຕອບວ່າເຈົ້າໜ້າທີ່ຕໍາ
ຫຼວດນີ້ ບໍ່ມີສ່ວນກ່ຽວຂ້ອງ ໃນຂະນະດຽວກັນກັບກໍລະ
ນີ ສົມຊາຍ ນີລະໄພຈິດ ກໍມີຫຼັກຖານການໃຊ້ໂທລະ
ສັບ ມີຄົນບອກດ້ວຍວ່າ ເປັນເຈົ້າໜ້າທີ່ຕໍາຫຼວດ ແຕ່
ສຸດທ້າຍຂໍ້ມູນຕ່າງໆກໍຖືກລຶບຖິ້ມໄປໃນເວລາອັນວ່ອງ
ໄວຫຼາຍ.”


ກ່ອນໜ້ານີ້ ພັນເອກເພັງສະຫວັນ ທິບພະວົງໄຊ ຮອງຫົວໜ້າກົມໃຫຍ່ຕໍ່ຫຼວດ ກະຊວງ ປ້ອງກັນຄວາມສະຫງົບ ກໍໄດ້ໃຫ້ການຢືນຢັນວ່າໄດ້ປະສານງານກັບຫ້ອງການປ້ອງກັນ ຄວາມສະຫງົບທັງຂັ້ນເມືອງ ແລະແຂວງໃນທົ່ວປະເທດ ແຕ່ກໍຍັງບໍ່ພົບ ຕົວທ່ານສົມບັດ ແລະຍັງບໍ່ມີພາກສ່ວນໃດພົບເຫັນລົດ Jeep ທີ່ເປັນລົດຍົນສ່ວນຕົວຂອງທ່ານສົມບັດ ອີກດ້ວຍ.
XS
SM
MD
LG