ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ເຮືອທີ່​ມີ​ຈັກ​ເພ ທີ່ບັນ​ທຸກ​ຊາວ​ໂຣ​ຮິງ​ຢາ ທີ່ຫິວ​ໂຫຍ ຫຼາຍ​ສິບຄົນ ຖືກ​ພົບ​ເຫັນ​ຢູ່ນອກ​ຝັ່ງ​ທະ​ເລ ​ຂອງ​ອິນ​ໂດ​ເນ​ເຊຍ


(ຮູບ​ໃນ​ແຟ​ມ) ອົບພະຍົບຊາວ​ໂຣ​ຮິງ​ຢາຂີ່​ເຮືອ​ໄປ​ຮອດເມືອງ Aceh ເໜືອ​ຂອງ​ອິນ​ໂດ​ເນ​ເຊຍ, ວັນ​ທີ 30 ທັນ​ວາ, 2021.
(ຮູບ​ໃນ​ແຟ​ມ) ອົບພະຍົບຊາວ​ໂຣ​ຮິງ​ຢາຂີ່​ເຮືອ​ໄປ​ຮອດເມືອງ Aceh ເໜືອ​ຂອງ​ອິນ​ໂດ​ເນ​ເຊຍ, ວັນ​ທີ 30 ທັນ​ວາ, 2021.

ກຸ່ມນັກເຄື່ອນໄຫວຊາວໂຣຮິງຢາ ລາຍງານໃນວັນພຸດວານນີ້ວ່າ ເຮືອທີ່ບໍ່ມີພະລັງ ງານ ທີ່ບັນທຸກຊາວອົບພະຍົບໂຣຮິງຢາ 150 ກວ່າຄົນ ຊຶ່ງເມື່ອສອງມື້ກ່ອນນີ້ ມີ ລາຍງານວ່າ ໄດ້ລ່ອງລອຍ ຢູ່ໃນເຂດອ້ອມແອ້ມ ໝູ່ເກາະອັນດາມັນ ຂອງອິນເດຍ ໂດຍບໍ່ມີອາຫານ ແລະນໍ້ານັ້ນ ຖືກ​ພົບ​ວ່າ ຢູ່ໃກ້ໆກັບເມືອງອາເຊ ຂອງອິນໂດເນ ເຊຍແລ້ວ.

"ເຮືອບໍ່ໄດ້ຢູ່ໃນຂົງ​ເຂດຊາ (SAR) ຂອງອິນເດຍອີກຕໍ່ໄປແລ້ວ, ແຕ່ມັນມາຢູ່ໃກ້ກັບ ເມືອງ​ອາ​ເຊ ໃນເຂດຊາ (SAR) ຂອງມາເລເຊຍ," ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານຄ​ຣິ​ສ ລີ​ວາ (Chris Lewa) ຜູ້ອຳນວຍການໂຄງການອາ​ຣາ​ຄານ (Arakan) ທີ່ເຮັດວຽກ ເພື່ອສະໜັບສະໜູນຊາວໂຣຮິງຢາ ແລະຕິດຕາມການເຄື່ອນໄຫວຂອງອົບພະຍົບໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ກ່າວ​ຕໍ່​ວີ​ໂອ​ເອ.

ໃນວັນ​ທີ 16 ທັນ​ວາ​ນີ້ອົງການສະຫະປະຊາຊາດໄດ້​ອອກ​ຖະ​ແຫຼງ​ການສະ​ບັບ​ນຶ່ງ ຮຽກຮ້ອງໃຫ້ບັນດາປະເທດໃນຂົງ​ເຂດນັ້ນຊ່ວຍເຫຼືອເຮືອລຳດັ່ງກ່າວ ທີ່ແລ່ນມາຈາກບັງກລາແດັສ ແລະລ່ອງ​ລອຍຢູ່​ໂດຍບໍ່ມີພະ​ລັງ​ງານມາໄດ້ 2 ອາທິດແລ້ວ ໃນ​ເຂດທະເລອັນດາມັນ.

ຖະແຫຼງການຂອງອົງການສະຫະປະຊາຊາດກ່າວວ່າ "ມີບົດລາຍງານຈໍານວນນຶ່ງ ທີ່ ຊີ້ໃຫ້ເຫັນວ່າ ປະຊາຊົນຫຼາຍສິບຄົນໄດ້ເສຍຊີວິດໄປແລ້ວ ໃນລະຫວ່າງການປະສົບ ໄພພິບັດນີ້, ໃນຂະນະທີ່ຜູ້ລອດຊີວິດແມ່ນຫິວເຂົ້າ ແລະຫິວນ້ໍາ ໂດຍບໍ່ສາ​ມາດ ເຂົ້າເຖິງອາຫານແລະນ້ໍາໄດ້ ແລະທົນທຸກທໍລະມານຈາກຄວາມເຈັບປ່ວຍ." "ຕ້ອງ​ໄດ້​ມີການດໍາເນີນການດ່ວນ ເພື່ອຊ່ວຍຊີວິດເຂົາ​ເຈົ້າໄວ້ ແລະຫຼີກເວັ້ນຜູ້ເສຍຊີວິດ ຕື່ມອີກ."

​ໃນ​ວັນ​ອັງຄານ​ຜ່ານ​ມາ​ນີ້ ​ໂດຍ​ອ້າງ​ເຖິງ​ກຸ່ມ​ສະໜັບສະໜຸນ​ຊາວ​ໂຣຮິງ​ຢາ ​ແລະ​ນັກ​ເຄື່ອນ​ໄຫວ​ຊາວ​ໂຣຮິງ​ຢາ ທີ່​ຕັ້ງ​ຖິ່ນ​ຖານ​ຢູ່​ບັງ​ກລາ​ແດັສ ​ລາຍ​ງານ​ຂ່າວ​ກ່າວ​ວ່າ ​ເຮືອ​ລຳ​ນີ້​ ບໍ່ສາ​ມາດໃຊ້​ການ​ໄດ້​ ມາ​ເປັນ​ເວລາ​ຫລາຍ​ມື້ແລ້ວ ​ແລະບັນທຸກ​ຊາວ​ອົບ​ພະຍົບ ປະມານ 150 ຄົນ ​ໄດ້​ຄ້າງ​ຢູ່​ນອກ​ເກາະອັນ​ດາ​ມັນ ຂອງ​ອິນ​ເດຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG