ປັດຈຸບັນ ການສົ່ງເສີມອາຊີບໃຫ້ແກ່ຜູ້ພິການ ແມ່ນມີຫຼາຍຂຶ້ນ ແລະຫຼາຍຄົນກໍມາໃຫ້ຄວາມສໍາຄັນ ແລະສະໜັບສະໜຸນແກ່ຜະລິດຕະພັນຂອງຜູ້ພິການ, ດັ່ງທີ່ພະນັກງານຂອງ NGO ລາວທ່ານນຶ່ງ ທີ່ອາໄສຢູ່ນະຄອນຫຼວງວຽງຈັນ ໄດ້ໃຫ້ທັດສະນະວ່າ ນາງເຫັນຜະລິດຕະພັນຈາກຜູ້ພິການ ເປັນຜະລິດຕະພັນທີ່ໜ້າສົນໃຈ, ເນື່ອງຈາກວັດຖຸ ແລະອຸປະກອນຕ່າງໆທີ່ເອົາມາໃຊ້ ບໍ່ແມ່ນແຕ່ຄຸນຄ່າຈາກການຜະລິດຂອງຜູ້ພິການເທົ່ານັ້ນ ແຕ່ມັນຍັງເປັນການນໍາໃຊ້ວັດຖຸທີ່ຮັກສາສິ່ງແວດລ້ອມ, ເປັນສິນຄ້າທີ່ມີການນໍາໃຊ້ແບບໝູນວຽນ ແລະຍືນຍົງ, ເຊິ່ງສິນ ຄ້າຈາກຜູ້ພິການ ກໍມີຫຼາຍໆຢ່າງທີ່ດີ ໂດຍນາງໄດ້ສັ່ງຈອກທີ່ເປັນເຄື່ອງປັ້ນດິນ ເຜົາ ເພື່ອມາເຮັດເປັນຈອກໃສ່ທຽນຫອມ ແລະຫ້ອງການຂອງນາງກໍນໍາໃຊ້ສິນ ຄ້າຕ່າງໆຈາກຜູ້ພິການຢູ່ເລື້ອຍໆ, ເຊິ່ງນາງໄດ້ກ່າວໃຫ້ຟັງວ່າ:
“ເວລາຊິເຮັດກິດຈະກໍາ ມັນກໍຕ້ອງມີອຸປະກອນ ເຄື່ອງນັ້ນນີ້, ຫົວໜ້າກໍບອກວ່າ ທຸກຄັ້ງທີ່ເຮົາຈະຊື້ເຄື່ອງເຮົາຕ້ອງເບິ່ງວ່າ ເຄື່ອງທີ່ເຮົາຊື້ແມ່ນຂອງທ້ອງຖິ່ນບໍ ຄັນແມ່ນຊື້ຊ່ວຍພວກຄົນພິການໄດ້ແຮງດີ ເຂົາເຈົ້າເອີ້ນວ່າ ການທີ່ລາວເວົ້າຈັ່ງຊັ້ນ ມັນເປັນແບບຄ້າຍຄືກັບກະຕຸ້ນຄວາມຮູ້ສຶກ ສິນຄ້າທີ່ຄົນພິການເຂົາເຈົ້າກໍເຮັດຄືກັນ, ເຮັດໃຫ້ແບບວ່າຢາກມາສົນໃຈພວກເຄື່ອງທີ່ເຂົາເຈົ້າເຮັດຫັ້ນໜາ.”
ປັດຈຸບັນນີ້ ມີຫຼາຍກຸ່ມຄົນພິການ ຢູ່ໃນນະຄອນຫຼວງວຽງຈັນທີ່ພະຍາຍາມສ້າງອາຊີບແບບຍືນຍົງ ໃຫ້ແກ່ພວກເຂົາເຈົ້າເອງ ສ່ວນຫຼາຍແມ່ນເນັ້ນໜັກງານຝີມື ງານຫັດຖະກໍາງານຈັກສານ ງານຫຍິບແສ່ວ ຫຼືຜະລິດຕະພັນອື່ນໆ ທີ່ເປັນສືມືແຮງງານ, ເຊິ່ງກໍມີຫຼາຍພາກສ່ວນໃຫ້ຄວາມສົນໃຈ.
ພ້ອມກັນນັ້ນ ກໍຍັງໄດ້ຮັບໂອກາດ ໃນການຍົກລະດັບຄຸນນະພາບທາງວິຊາຊີບ ດ້ວຍການຮັບທຶນຈາກສະຖານທູດຕ່າງໆ ທີ່ມອບໃຫ້ແກ່ຜູ້ພິການ ໂດຍໃຫ້ພວກເຂົາເຈົ້າມີໂອກາດໄປສຶກສາວິຊາຊີບໃນຕ່າງປະເທດ ເພື່ອມາອົບຮົມ ແລະຖ່າຍທອດຄວາມຮູ້ຕ່າງໆ ໃຫ້ແກ່ຜູ້ພິການຄົນອື່ນໆອີກດ້ວຍ.