ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ສະຫວັດດີການທາງສັງຄົມ ຂອງສະຫະລັດ ສໍາລັບຜູ້ມີບັນຫາ ກ່ຽວກັບໝາກໄຂ່ຫຼັງ


ແຟ້ມຮູບ-ຮູບໃນວັນທີ 22 ມິຖຸນາ 2015 ນີ້ ເປີດເຜີຍໃຫ້ເຫັນສູນການແພດທາງໄກຂອງສະຖາບັນສຸຂະພາບ Avera ໃນເມືອງ Sioux Falls, ລັດດາໂກຕ້າໃຕ້, ທີ່ກໍາລັງຈັດສັນການບໍລິການທາງການຢາໃຫ້ກັບໂຮງໝໍຢ່າງໜ້ອຍ 90 ແຫ່ງໃນຫຼາຍລັດ.
ແຟ້ມຮູບ-ຮູບໃນວັນທີ 22 ມິຖຸນາ 2015 ນີ້ ເປີດເຜີຍໃຫ້ເຫັນສູນການແພດທາງໄກຂອງສະຖາບັນສຸຂະພາບ Avera ໃນເມືອງ Sioux Falls, ລັດດາໂກຕ້າໃຕ້, ທີ່ກໍາລັງຈັດສັນການບໍລິການທາງການຢາໃຫ້ກັບໂຮງໝໍຢ່າງໜ້ອຍ 90 ແຫ່ງໃນຫຼາຍລັດ.

ສະຫວັດດີການຂອງລັດຖະບານສະຫະລັດ ແມ່ນມີປະໂຫຍດຫຼາຍຢ່າງສໍາລັບຜູ້ທີ່ບໍ່ມີທາງເລືອກຫຼືໂອກາດອື່ນ ແລະສະຫວັດດີການຂອງລັດຖະບານສະຫະລັດ ກໍມີຫຼາຍດ້ານ ນຶ່ງໃນນັ້ນກໍແມ່ນສະຫວັດດີການ ສໍາລັບຜູ້ພິການ.

ປະຊາຊົນທ່ານນຶ່ງທີ່ອາໄສຢູ່ໃນເມືອງ ຣິນຄອນ, ເຊິ່ງເປັນເມືອງນ້ອຍໆໃກ້ກັບທະເລ ຫ່າງຈາກນະຄອນແອັດແລນຕາໄປທາງທິດຕາເວັນອອກສຽງໃຕ້ ຂອງລັດຈໍເຈຍປະມານ 4 ຊົ່ວໂມງ, ກໍເປັນຜູ້ນຶ່ງທີ່ໄດ້ຮັບໂອກາດດ້ານສະຫວັດດີການດັ່ງກ່າວ ເນື່ອງຈາກເພິ່ນມີບັນຫາກ່ຽວກັບໝາກໄຂ່ຫຼັງມາເປັນເວລາຫຼາຍປີ, ເຊິ່ງເພິ່ນໄດ້ກ່າວກ່ຽວກັບຜົນປະໂຫຍດ ທີ່ເພິ່ນໄດ້ຮັບຈາກສະຫວັດດີການນີ້ໃຫ້ຟັງວ່າ:

“ຈຸດດີຂອງມັນນັ້ນເຮົາກໍໄດ້ ເມດີແຄ, ເຮົາບໍ່ໄດ້ຈ່າຍຄ່າດັອກເຕີ້ ຄ່າເຮົາໄປຫາໝໍຫັ້ນໜາ, ແລ້ວເຮົາກໍໄດ້ເງິນ ເຊິ່ງມັນມີໂປຣແກຣມຂອງໝາກໄຂ່ຫຼັງນໍາ ສະ ເພາະເງິນກອງທຶນຊ່ວຍເຫຼືອໝາກໄຂ່ຫຼັງນັ້ນ 400 ປາຍ ໃນທຸກໆ 2 ຫາ 3 ເດືອນຊິໄດ້ເທື່ອນຶ່ງຈາກກອງທຶນໝາກໄຂ່ຫຼັງນັ້ນ. ສໍາລັບເງິນພິການອີກພັນປາຍ ເຂົາຫາກສົ່ງມາໃຫ້ເຮົາໃນແຕ່ລະເດືອນອີກ, ດຽວນີ້ ແມ່ນບໍ່ໄດ້ແລ້ວ ໄດ້ໝາກ ໄຂ່ຫຼັງແລ້ວ ກໍບໍ່ໄດ້.”

ໃນການປ່ຽນໝາກໄຂ່ຫຼັງ ແຕ່ລະກໍລະນີກໍແຕກຕ່າງກັນ ຂຶ້ນຢູ່ກັບສະພາບຂອງຜູ້ບໍລິຈາກ ແລະຜູ້ຮັບ ເຊິ່ງຖ້າຫາກວ່າສະພາບຂອງທັງສອງຫາກເຂົ້າກັນໄດ້ ຜູ້ຮັບກໍສາມາດດໍາເນີນການຜ່າຕັດປ່ຽນໝາກໄຂ່ຫຼັງໄດ້ເລີຍຕາມການພິຈາລະນາຂອງທ່ານໝໍ, ແຕ່ຖ້າສະພາບຂອງຜູ້ບໍລິຈາກ ແລະຜູ້ຮັບຫາກບໍ່ເຂົ້າກັນ ຜູ້ຮັບເອງກໍຕ້ອງໄດ້ລໍຖ້າໄປເລື້ອຍໆ, ໂດຍບາງຄົນກໍໃຊ້ເວລາເກືອບ 10 ປີໃນການລໍຖ້າປ່ຽນໝາກໄຂ່ຫຼັງກໍມີ.

ບໍ່ວ່າທ່ານຈະເປັນຄົນທີ່ມາຈາກຂົງເຂດໃດ ຫຼືເຊື້ອຊາດໃດ, ຖ້າທ່ານດໍາລົງຊີວິດຢູ່ໃນສະຫະລັດ ໃນຖານະຄົນອາເມຣິກັນ ລັດຖະບານສະຫະລັດ ຈະຊອກ​ຫາ ທາງ​ຊ່ວຍ ກ່ຽວ​ກັບບັນຫາສຸຂະພາບຂອງທ່ານ ໃນເງື່ອນໄຂທີ່ແທດເໝາະກັບຂໍ້ກໍານົດສະເໝີ.

ອີງຕາມຂໍ້ມູນຈາກ Disability Benefit Help, ເງື່ອນໄຂຂອງຜູ້ທີ່ຈະໄດ້ຮັບຜົນປະໂຫຍດຈາກສະຫວັດດີການທາງສັງຄົມດັ່ງກ່າວນີ້ ບຸກຄົນດັ່ງກ່າວຕ້ອງ ໄດ້ຮັບການຢັ້ງຢືນຈາກຊ່ຽວຊານທີ່ຕົນເອງພົວພັນຢູ່ ວ່າມີບັນຫາກ່ຽວກັບໝາກໄຂ່ຫຼັງຢ່າງຖາວອນ, ຕ້ອງການການປ່ຽນໝາກໄຂ່ຫຼັງ ຫຼືຕ້ອງການດໍາເນີນການຟອກເລືອດເປັນປະຈໍາ ເຊິ່ງໜ່ວຍງານຄວາມໝັ້ນຄົງທາງສັງຄົມ ຈະມີລາຍລະ ອຽດຕ່່າງໆ ໃນການປະກອບເອກະສານຂອງແຕ່ລະຂັ້ນຕອນ.

XS
SM
MD
LG