ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​​ສ​ຫລ ຫວັງວ່າ ຊີເຣຍ ຈະເຂົ້າຮ່ວມ ​ການເຈລະຈາ​ ສັນຕິພາບ ຢູ່ ​ເຈ​ນີ​ວາ (ວີດີໂອ)


ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ກ່າວໃນກອງປະຊຸມ ທີ່ກຸງ Cairo.
ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ກ່າວໃນກອງປະຊຸມ ທີ່ກຸງ Cairo.
ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry
ກ່າວ​ວ່າ ທ່ານ​ຄາດ​ວ່າ ຊີ​ເຣຍ ຈະເຂົ້າປະກອບສ່ວນ​ ໃນ​ການ​
ເຈລະຈາ​ສັນຕິພາບ ທີ່​ໄດ້​ມີ​ການ​ສະ​ເໜີ ​ມາ​ເປັນ​ເວລາ​ດົນ​ນານ
ແລ້ວນັ້ນ ​ເຖິງ​ແມ່ນໄດ້​ມີ​ການ​ໃຫ້​ຄວາມ​ເຫັນ​ຂອງບັນດາ​ເຈົ້າ​
ໜ້າ​ທີ​ຂອງ​ຊີ​ເຣຍທີ່ກ່າວ​ວ່າການ​ເຈ​ລະ​ຈາດັ່ງກ່າວ​ນີ້ ບໍ່​ສາມາດ
​ມີ​ຂຶ້ນ​ໄດ້ ​ຖ້າ​ຫາກ​ວ່າ ພວກ​ເຂົາ​ເຈົ້າບັງຄັບ​ໃຫ້ປະທານາທິບໍດີ
​ຊີ​ເຣຍ ທ່ານ Bashar al-Asad ລົງ​ຈາກ​ຕໍາ​ແໜ່​ງ ກໍ​ຕາມ.

ທ່ານ Kerry ກ່າວ​ຢໍ້າ​ອີກ​ ​ໃນ​ວັນ​ອັງຄານ​ມື້ນີ້ວ່າ ​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ ທີ່​ນະຄອນ
ຫຼວງ Warsaw ຂອງ Poland ນັ້ນ​ວ່າ ມັນ​ຈະ​ບໍ່​ມີ​ການ​ແກ້​ໄຂທາງທະຫານ​ ຕໍ່ວິ​ກິດ​ການ
​ໃນ​ຊີ​ເຣຍ ແລະ​ກ່າວ​ອີກ​ວ່າ ທ່ານ​ຫວັງ​ວ່າລັດຖະບານ ຈະ​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​
ທີ່​ຕົນ​ໄດ້​ໃຫ້​ໄວ້ວ່າ​ຈະ ທຳ​ການ​ເຈລະຈາ​ຊຶ່ງທ່ານ Kerry ກ່າວ​ວ່າ “ຂ້າພະ​ເຈົ້າ​ຫວັງ​ວ່າ
ລັດຖະບານຊີ​ເຣຍ, ຣັດ​ເຊຍ, ອີຣານ ແລະ​ອື່ນໆ​ທີ່​ໃຫ້ການ​ສະໜັບສະໜຸນ ​
ລະບອບ​ການ​ປົກ​ຄອງ​ຂອງຊີ​ເຣຍນັ້ນ ຈະ​ໃຫ້​ເປັນ​ທີ່​ແນ່​ໃຈ​ວ່າ​ອຳນາດ ການ​ປົກ
ຄອງຊີ​ເຣຍ ຈະ​ປະຕິບັດຕາມ​ພັນທະ​ຂອງ​ຕົນ ​ໂດຍ​ການໄປຮ່ວ​ມການ​ເຈລະຈາ​
ສັນຕິ ພາບ​ທີ່​ນະຄອນ​ເຈນີວາ ເພື່ອ​ຫາ​ທາງ​ແກ້​ໄຂ​ຢ່າງ​ສັນ​ຕິ ​ຕໍ່​ບັນຫາ​ຂັດ​ແຍ້​ງ
ໃນ​ຊີ​ເຣຍນັ້ນ. ​ ​ພວກ​ເຮົາແລະປະ​ເທດອື່ນໆ ​ໄດ້​ສະ​ແດງ​ໃຫ້​ເຫັນແລ້ວວ່າ ພວກ​
ເຮົາ​ພ້ອມ​ແລ້ວ​ທີ່ຈະ​ເຂົ້າ​ຮ່ວມ ​ແລະ ພວກຕໍ່ຕ້ານ​ກໍ​ຈະ​ພ້ອມ​ແລ້ວ​ເຊັ່ນກັນ.”


ທ່ານ Kerry ກ່າວວ່າ ຈຸດປະສົງ​ໃນ​ການ​ເຈລະຈາ​ຄັ້ງ​ນີ້ ແມ່ນ​ເພື່ອ​ຈະ​ໃຫ້​ທັງ 2 ຝ່າຍ​ຕົກລົງ
​ເຫັນ​ດີ​ນໍາ​ກັນກ່ຽວ​ກັບ​ການ​ສ້າງຕັ້ງ​ລັດຖະບານ​ໄລຍະ​ຂ້າມ​ຜ່ານ ທີ່​ມີ​ອໍານາດ​ເຕັມ ​ແລະຈະ
​ອະນຸຍາດ​ໃຫ້​ປະຊາຊົນ​ຊີ​ເຣຍ​ເປັນ​ຜູ້​ຕັດສິນ​ໃຈ​ກ່ຽວ​ກັບອະນາ​ຄົດໃນ​ໄລຍະ​ຍາວ​ຂອງ​ພວກ​
ເຂົາ​ເຈົ້າ​ເອງ.

​ໃນ​ວັນ​ຈັນ​ວານ​ນີ້ ອົງການຂ່າວ​ SANA ຂອງທາງ​ການຊີ​ເຣຍ ໄດ້ອ້າງເອົາຄໍາເວົ້າຂອງລັດຖະ
ມົນຕີກະຊວງຖະ​ແຫຼງຂ່າວ ​ທ່ານ Omran al – Zohbi ທີ່ກ່າວວ່າ ທາງຝ່າຍລັດຖະບານ
ຈະບໍ່ເຂົ້າ​ຮ່ວມໃນການເຈລະຈາ​ສັນຕິພາບ ຖ້າຫາກວ່າ ມີບັງຄັບໃຫ້ປະທານາທິບໍດີ Assad
ອອກຈາກອໍານາດ.

ບັນດາສະມາຊິກຂອງຝ່າຍຄ້ານຊີເຣຍ ແມ່ນໄດ້ຢືນຢັດວ່າ ການ​ເຈລະຈາດັ່ງກ່າວນີ້​ຈະບໍ່ມີເກີດ
ຂຶ້ນ ຈົນກວ່າວ່າ ທ່ານ Assad ຈະລົງຈາກອໍານາດ.

ໃນຂະນະດຽວກັນ ທູດພິເສດຂອງອົງການສະຫະປະຊາຊາດ ​ແລະ​ສັນນິບາດອາຣັບ ທ່ານ
Lakhimi Brahimi ພວມພົບປະກັບບັນດານັກການທູດຂອງປະ​ເທດສະມາຊິກຖາວອນ​ສະພາ
ຄວາມໝັ້ນຄົງອົງການສະຫະປະຊາຊາດ​ ໃນວັນອັງຄານມື້ນີ້ ເພື່ອປຶກສາຫາລື ໃນການກະກຽມ
ເພື່ອກອງ​ປະຊຸມ​ສັນຕິພາບຊີ​ເຣຍ.

kerry
please wait
Embed

No media source currently available

0:00 0:02:02 0:00
XS
SM
MD
LG